ລ້ຽງສັດໃຫຍ່ເປັນສິນຄ້າຂາຍສ້າງລາຍຮັບເຂົ້າຄອບຄົວເພີ່ມຂຶ້ນ

  ກຸ່ມບ້ານໂສດເປັນກຸ່ມບ້ານຈຸດສຸມພັດທະນາຂອງແຂວງ ແລະເມືອງ, ມີທີ່ຕັ້ງຫ່າງຈາກສຳນັກງານຂອງເມືອງໂຂງ 38 ກິໂລແມັດ, ປະກອບມີ 5 ບ້ານ, 605 ຄອບ ຄົວ,ມີພົນລະເມືອງ 4.556 ຄົນ, ຍິງ 2.217 ຄົນ, ເປັນກຸ່ມບ້ານທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດເຊັ່ນ: ເນື້ອທີ່ດິນ, ປ່າໄມ້, ລະບົບແຫຼ່ງນໍ້າ,ທົ່ງຫຍ້າ;ອາຊີບຂອງປະຊາຊົນສ່ວນຫຼາຍແມ່ນທຳການຜະລິດປູກຝັງ-ລ້ຽງສັດເປັນອາຊີບຕົ້ນຕໍ ແລະມີຄອບຄົວຈຳນວນໜຶ່ງຢຶດໝັ້ນໃນອາຊີບຄ້າຂາຍເປັນສຳຮອງ.

   ແຕ່ເຖິງຢ່າງໃດກໍດີວິທີການຜະລິດຂອງປະຊາຊົນໃນເຂດດັ່ງກ່າວແມ່ນຍັງຂຶ້ນກັບທຳມະຊາດເປັນສ່ວນຫຼາຍ, ການປູກເຂົ້າເຮັດໄດ້ພຽງລະດູດຽວ (ລະດູຝົນ), ການລ້ຽງສັດໃຫຍ່ປະເພດຄວາຍ, ງົວ ກໍ່ລ້ຽງແບບທຳມະຊາດເປັນ ສ່ວນຫຼາຍ ເຮັດໃຫ້ລາຍໄດ້ຂອງປະຊາຊົນຈຳນວນໜຶ່ງຫຼຸດໂຕນກັນ,ດ້ວຍຈຸດພິເສດດັ່ງກ່າວພາຍໃຕ້ການນຳພາຂອງຄະນະພັກອົງການປົກຄອງເມືອງໂຂງໄດ້ມີການເຜີຍແຜ່ເຊື່ອມຊຶມເອກະສານມະຕິເລກທີ 03 ຂອງກົມການເມືອງສູນກາງພັກ, ຄຳສັ່ງເລກທີ 34/ ນຍ ວ່າດ້ວຍທິດທາງເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງໃຫ້ແກ່ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນທຸກຊັ້ນຄົນ; ພ້ອມນັ້ນໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຊ່ວຍກຸ່ມບ້ານເພື່ອນຳພາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ໃນນັ້ນຄາດໝາຍການພັດທະນາເສດຖະກິດ ແລະແກ້ໄຂຄວາມທຸກຍາກແມ່ນນະໂຍບາຍໜຶ່ງທີ່ມີຄວາມສໍາຄັນ ໂດຍສະເພາະແມ່ນການຂຸດຄົ້ນທ່າແຮງທີ່ບົ່ມຊ້ອນຂອງທ້ອງຖິ່ນ. ນອກຈາກລາຍຮັບທີ່ໄດ້ຈາກການຂາຍເຂົ້າແລ້ວຍັງມີລາຍຮັບຈາກການຂາຍງົວຕື່ມອີກ.

  ດັ່ງນັ້ນເພື່ອເສີມຂະຫຍາຍທ່າແຮງດັ່ງກ່າວຄະນະພັກຮາກຖານກຸ່ມບ້ານ ແລະ ອົງການປົກຄອງບ້ານໄດ້ມີການວາງແຜນ ແລະ ຂຽນບົດສະເໜີໂຄງການລ້ຽງງົວເປັນ ສິນຄ້າ, ພ້ອມທັງສ້າງຕັ້ງກຸ່ມຜູ້ລ້ຽງງົວມີຈຳນວນ 39 ກຸ່ມ, ມີ 289 ຄອບຄົວ, ຊຶ່ງໄດ້ຮັບການສະໜອງທຶນດ້ານສິນເຊື່ອຈາກທະນາຄານນະໂຍບາຍທັງໝົດ 2,67 ຕື້ກີບ ສົມທົບກັບທຶນຂອງປະຊາຊົນທີ່ມີແລ້ວໄດ້ນຳໃຊ້ເຂົ້າໃນການຈັດຊື້ພໍ່-ແມ່ພັນງົວພ້ອມທັງສ້າງລະບຽບການຄຸ້ມຄອງຂອງກຸ່ມຕິດພັນກັບການຈັດຝຶກອົບຮົມທາງດ້ານວິຊາການຈາກຫ້ອງການກະສິກຳ-ປ່າ ໄມ້ເມືອງໃຫ້ແກ່ສະມາຊິກຂອງກຸ່ມ.

 ໃນປີ 2014 ມີງົວທັງໝົດ 764 ໂຕ, ຜ່ານການລ້ຽງຕົວຈິງມາເຖິງປີ 2019 ຈຳນວນງົວໄດ້ເພີ່ມຂຶ້ນເປັນ 2.964 ໂຕ, ຊຶ່ງໄດ້ເລີ່ມຂາຍ ງົວໃນປີ 2016-2019 ໂດຍສະເລ່ຍຄອບຄົວໜຶ່ງໄດ້ຂາຍງົວອອກຈຳນວນ 12 ໂຕ, ສ້າງລາຍຮັບພາຍໃນກຸ່ມໄດ້ 12,13 ຕື້ກີບ, ນອກຈາກນັ້ນກໍຍັງມີລາຍໄດ້ຈາກການຂາຍເຂົ້າເປືອກ 9,75 ຕື້ກີບ, ລາຍຮັບຈາກການຂາຍໝູ ແລະ ສັດປີກ 3,61 ຕື້ກີບ,ລາຍຮັບຈາກການຂາຍພືດຜັກຊະນິດຕ່າງໆ ແລະເຄື່ອງປ່າຂອງນາ 2,16 ຕື້ກີບ, ໝາກມ່ວງຫິມະພານ 657,5 ລ້ານກີບ, ຊຶ່ງລວມລາຍຮັບທັງ ໝົດໄດ້ 28,32 ຕື້ກີບ, ສະເລ່ຍ ໃສ່ຄອບຄົວໜຶ່ງມີລາຍຮັບ 98 ລ້ານກວ່າກີບ ໂດຍປັນການສ້າງລາຍຮັບໃຫ້ກັບຄອບຄົວໄດ້ດີພໍສົມຄວນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ໃນນັ້ນເດັ່ນກວ່າໝູ່ແມ່ນຄອບຄົວທ່ານ ຊ່ຽນ ບ້ານນາປາກຽບມີງົວ 65 ໂຕ, ຜະລິດເຂົ້າໄດ້ 22 ໂຕນຕໍ່ປີ, ສວນໝາກມ່ວງຫິມະພານ 5 ເຮັກຕາ, ປູກພືດຜັກ 6,5 ເຮັກຕາ, ສາມາດສ້າງລາຍຮັບໄດ້ 530 ລ້ານກີບຕໍ່ປີ.

  ສັງລວມແລ້ວໃນ 5 ປີຜ່ານມາການລ້ຽງງົວເປັນສິນຄ້າແບບເປັນກຸ່ມຂອງປະຊາຊົນຊາວບ້ານໂສດໃນເບື້ອງຕົ້ນແມ່ນມີຜົນສຳເລັດໂດຍດີສົມຄວນ, ຄອບຄົວສະມາຊິກພາຍໃນກຸ່ມ ສາມາດຊຳລະດອກເບ້ຍຕາມສັນຍາກັບທະນາຄານພ້ອມກັນນັ້ນກໍຍັງມີທຶນໝູນວຽນຈຳນວນໜຶ່ງຂອງແຕ່ລະຄອບຄົວເພື່ອສືບຕໍ່ນຳໃຊ້ເຂົ້າໃນການລ້ຽງງົວໃນໄລຍະເວລາຕໍ່ໄປແຕ່ເຖິງຢ່າງໃດກໍດີໄປຄຽງຄູ່ກັບຜົນສຳເລັດທີ່ໄດ້ກ່າວມາຂ້າງເທິງນັ້ນແຕ່ເຫັນໄດ້ວ່າກຸ່ມລ້ຽງງົວຍັງມີຫຼາຍດ້ານຈະຕ້ອງໄດ້ສືບຕໍ່ປັບປຸງໃຫ້ດີຂຶ້ນກວ່າເກົ່າເປັນຕົ້ນ: ການສັກຢາປ້ອງກັນພະຍາດ, ການຮັກສາສຸຂະພາບຂອງສັດ, ການຕອບສະໜອງອາຫານໃຫ້ແກ່ສັດ, ການສ້າງຄອກ, ການສ້າງໜອງນໍ້າຍັງເປັນສິ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ.

-------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ