ປີແລ້ວ ຍອດຜະລິດຕະພັນພາຍໃນເມືອງແອດ ບັນລຸ 137 ຕື້ກີບ

 ປີ 2019 ຜ່ານມາ ການ ພັດທະນາເສດຖະກິດ-ສັງຄົມຂອງ ເມືອງແອດ ແຂວງຫົວພັນ ມີທ່າ ອ່ຽງທີ່ດີຂຶ້ນ ລວມຍອດຜະລິດຕະພັນພາຍໃນເມືອງບັນລຸໄດ້ 137,8 ຕື້ກີບ ໃນນັ້ນ ກະສິກໍາກວມເອົາ 78,65%, ອຸດສາຫະກໍາ-ຫັດຖະກໍາ 7,04% ແລະການຄ້າ-ການບໍລິການກວມ 14,31%, ລາຍໄດ້ ສະເລ່ຍໃສ່ຫົວຄົນປະຕິບັດໄດ້ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ, ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເທື່ອລະກ້າວ.

ທ່ານ ທອງສຸກ ສົມພາວັນ ເຈົ້າເມືອງໆແອດ ໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາອົງຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ແລະປະຊາຊົນບັນດາເຜົ່າພາຍໃນເມືອງ ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ເອົາການແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າເປັນສຳຄັນ, ໃນນັ້ນ ຍາດແຍ່ງເອົາ ການລົງທຶນຂອງລັດເຂົ້າໃນການກໍ່ສ້າງ-ຟື້ນຟູພື້ນຖານໂຄງລ່າງ,ສົ່ງເສີມການລົງທຶນຂອງພາກເອ ກະຊົນທັງພາຍໃນ ແລະຕ່າງປະເທດ; ຂຸດຄົ້ນ-ນໍາໃຊ້ທ່າແຮງບົ່ມ ຊ້ອນຂອງແຕ່ລະທ້ອງຖິ່ນເຂົ້າໃນການພັດທະນາ,ສາມາດສ້າງໜໍ່ແໜງການຜະລິດແບບໃໝ່ຈຳນວນໜຶ່ງເກີດຂຶ້ນ, ຊຶ່ງໃນ 5 ປີຜ່ານມາ (2015-2019) ໄດ້ຈັດຕັ້ງ ປະຕິບັດ, ຕິດຕາມ-ຄຸ້ມຄອງການ ລົງທຶນຂອງລັດ ແລະເອກະຊົນໃຫ້ຖືກຕ້ອງຕາມລະບຽບການ ແລະ ກົດໝາຍສົ່ງເສີມການລົງທຶນໃນ 188 ໂຄງການມູນຄ່າ 1.531 ຕື້ກີບ ໃນນັ້ນປະຕິບັດຕົວຈິງ 58 ໂຄງການມູນຄ່າ 682,86 ຕື້ກີບ ເທົ່າກັບ 30,85%, ລວມຍອດຜະລິດຕະພັນພາຍໃນຂອງເມືອງບັນລຸ 694,7 ຕື້ກີບ. 

  ສະເພາະປີ 2019 ລວມຍອດຜະລິດຕະພັນພາຍໃນເມືອງບັນລຸໄດ້ 137,8 ຕື້ກີບ, ໂຄງປະກອບເສດຖະກິດຄ່ອຍໆຫັນປ່ຽນໃຫ້ເຫັນຢ່າງເປັນຮູບປະທຳຄື: ກະສິກໍາກວມ 78,65%, ອຸດສາຫະກໍາ-ຫັດຖະກໍາ 7,04% ແລະການຄ້າ-ການບໍ ລິການກວມ 14,31%, ລາຍໄດ້ສະເລ່ຍໃສ່ຫົວຄົນປະຕິບັດໄດ້ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 604 ໂດລາສະຫະລັດຕໍ່ຄົນຕໍ່ປີ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນເທື່ອລະກ້າວ ແລະກໍ່ເກີດຄອບຄົວຕົວແບບດ້ານຕ່າງໆໄດ້ 6 ຄອບຄົວ, ສ້າງບ້ານພັດທະນາໄດ້ 45 ບ້ານ ເທົ່າກັບ 58,44% ຂອງຈຳນວນບ້ານທົ່ວເມືອງ, ປະຈຸບັນທົ່ວເມືອງຍັງມີຄົວເຮືອນທຸກຍາກ 418 ຄົວເຮືອນ ເທົ່າກັບ 8,69 %.

  ນອກຈາກນັ້ນ, ພື້ນຖານໂຄງລ່າງກໍໄດ້ຮັບການພັດທະນາຄືປະຈຸບັນບ້ານທີ່ມີເສັ້ນທາງທຽວ ໄດ້ສອງລະດູກວມ 26 ບ້ານ ເທົ່າ ກັບ 33,76%,ມີໄຟຟ້າໃຊ້ແລ້ວ 64 ບ້ານ,ຍົກລະດັບຄຸນນະພາບການສຶກສາໃຫ້ສູງຂຶ້ນເທື່ອລະກ້າວຕາມ 3ຫຼັກມູນ ແລະ5 ຄຸນລັກສະນະການສຶກສາເຮັດໃຫ້ອັດຕາເຂົ້າຮຽນສຸດທິຊັ້ນປະຖົມບັນລຸ 74,66 %, ຊັ້ນມັດທະຍົມຕົ້ນ 98,89% ແລະ ມັດທະຍົມປາຍ 81,6%; ສ່ວນຕາໜ່າງສາທາລະນະສຸກໄດ້ຂະຫຍາຍອອກສູ່ຊົນນະບົດຢ່າງທົ່ວເຖິງສ້າງເງື່ອນໄຂໃຫ້ປະ ຊາຊົນໄດ້ຮັບການບໍລິການດ້ານ ສາທາລະນາສຸກສະດວກດີຂຶ້ນ ສາມາດສ້າງບ້ານສາທາລະນາສຸກ ແບບຢ່າງໄດ້ 18 ບ້ານ ເທົ່າກັບ 80,0% ຂອງແຜນການ, ປົກປັກ ຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງເຜົ່າ-ຂອງຊາດນັບມື້ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າສາມາດສ້າງບ້ານວັດທະນະທຳໄດ້ 14 ບ້ານທຽບໃສ່ແຜນການປະຕິບັດໄດ້ 88,0%.

  ສໍາລັບທິດທາງແຜນການ 5 ປີ ຕໍ່ໜ້າ (2020-2024) ເມືອງແອດຈະສືບຕໍ່ໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.

____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ