ໄຊຍະ ສຸມໃສ່ປູກພືດເປັນສິນຄ້າເພື່ອສົ່ງອອກ

  ການປູກພືດລະດູແລ້ງສົກປີ 2019-2020 ນີ້ ແຂວງໄຊຍະບູລີ ໄດ້ສຸມໃສ່ການປູກພືດເປັນສິນຄ້າເພື່ອສົ່ງອອກໂດຍເນັ້ນໃສ່ການປູກໝາກໂມຖົ່ວເຫຼືອງ ແລະ ພືດຜັກອື່ນໆທີ່ເປັນທ່າແຮງໃນເນື້ອທີ່ແຜນການ 14.591 ເຮັກຕາ, ນອກນີ້ຍັງມີການປູກເຂົ້ານາແຊງໃນເນື້ອທີ່ແຜນການ 2.300 ເຮັກຕາ ຊຶ່ງປະຈຸບັນໄດ້ມີການຕົກກ້າ ແລະປັກດໍາຈໍານວນໜຶ່ງ.

  ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຜະລິດລະດູແລ້ງສົກປີ 2019-2020 ນີ້ ທົ່ວແຂວງ ມີເນື້ອທີ່ແຜນການທັງໝົດ 16.891 ເຮັກຕາ ໃນນີ້ເນື້ອທີ່ປູກເຂົ້ານາແຊງ 2.300 ເຮັກຕາ ແລະເນື້ອທີ່ປູກພືດ 14.591 ເຮັກຕາ. ສໍາລັບເນື້ອທີ່ປູກເຂົ້ານາແຊງ ຈໍານວນ 2.300 ເຮັກຕາ ຄາດຄະເນສະມັດຕະພາບສະເລ່ຍ 4,75 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດທັງໝົດ 10.929 ໂຕນ, ມາຮອດປະຈຸບັນ ຕົກກ້າໄດ້ 32,05 %, ແນວປູກ 46.018 ກິໂລ, ກຽມດິນໄດ້ 533,92 ເຮັກຕາ ເທົ່າກັບ 23,21% ແລະ ປັກດໍາໄດ້ 148,64 ເຮັກຕາ ເທົ່າກັບ 6,46% ຂອງແຜນການ.

  ສ່ວນການປູກພືດ ເນື້ອທີ່ແຜນການແມ່ນ 14.591 ເຮັກຕາ ຄາດຄະເນຜະລິດຕະພາບ 6,66 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 97.217 ໂຕນ, ມາຮອດປະຈຸບັນປະຕິບັດໄດ້ 3.903 ເຮັກຕາ ເທົ່າກັບ 26,75% ຂອງແຜນການ; ສະເພາະການປູກພືດລະດູແລ້ງປີນີ້ ແຂວງໄຊຍະບູລີ ແມ່ນໄດ້ສຸມໃສ່ພືດເປັນສິນຄ້າສົ່ງ ອອກໂດຍສະເພາະການປູກໝາກໂມຢູ່ບັນດາເມືອງຕ່າງໆ ມີທັງໝົດ 1.534 ເຮັກຕາ ປະຈຸບັນປູກສໍາເລັດແລ້ວ 785 ເຮັກຕາ, ປູກຖົ່ວເຫຼືອງຟັກສົດເນື້ອທີ່ແຜນ ການ 240 ເຮັກຕາ ປະຈຸບັນກໍາລັງກຽມດິນໄດ້ 422 ເຮັກຕາ ປູກສໍາເລັດແລ້ວ 147 ກວ່າເຮັກຕາ.

  ແນວໃດກໍດີເພື່ອຮັບປະກັນການຜະລິດລະດູແລ້ງປີນີ້ໃຫ້ໄດ້ຮັບຜົນ ແລະບັນລຸຕາມແຜນການທີ່ວາງໄວ້ທາງພະແນກກະສິກໍາ ແລະປ່າໄມ້ແຂວງໄຊຍະບູລີໄດ້ສົມທົບກັບບັນດາຫ້ອງການກະສິກໍາ ແລະປ່າໄມ້ເມືອງ ປຸກລະດົມຊາວກະສິກອນ ແລະບັນດາຫົວໜ່ວຍທຸລະກິດຈັດຕັ້ງປະຕິບັດແຕ່ຫົວທີ, ພ້ອມແຕ່ງຕັ້ງພະນັກງານວິຊາການທີ່ກ່ຽວຂ້ອງລົງຊຸກຍູ້ຢູ່ບັນດາເມືອງກະກຽມແຜນປ້ອງກັນກໍາຈັດສັດຕູພືດ,ກະກຽມແນວພັນພືດ-ເຂົ້າ,ຈັກສູບນໍ້າຊຶ່ງຄາດວ່າການຜະລິດລະດູແລ້ງປີນີ້ຈະສາມາດບັນລຸຕາມແຜນການທີ່ວາງໄວ້. ​​​

 ______________

ຂຽນໂດຍ: ກອງແກ້ວ ຢຸດດາລາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ