8 ແຂວງພາກເໜືອທາບທາມຮ່າງກົດໝາຍວ່າດ້ວຍພາສີ

  ກອງປະຊຸມເປີດກວ້າງທາບທາມຮ່າງກົດໝາຍວ່າດ້ວຍພາສີ ( ສະບັບປັບປຸງໃໝ່ ) ໄດ້ຈັດຂຶ້ນໃນວັນທີ 23ທັນວາ 2019 ນີ້ ຢູ່ຫ້ອງປະຊຸມກອງບັນຊາການທະຫານ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສາຍສະໝອນ ຄົມທະວົງ,ປະທານສະພາປະຊາຊົນແຂວງຫຼວງພະບາງ,ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ,ສະມາຊິກສະພາປະຊາຊົນແຂວງ 8 ແຂວງ ຄື: ຫຼວງພະບາງ,ໄຊຍະບູລີ, ຊຽງຂວາງ, ຫົວພັນ, ອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ ແລະບໍ່ແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນໄດ້ມີຄຳເຫັນວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດຖະບານໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບົບກົດໝາຍນັບມື້ໃຫ້ໜັກແໜ້ນ, ເຂັ້ມແຂງ, ສ້າງ ແລະປັບປຸງ ກົດໝາຍໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ພ້ອມທັງ ເປັນການສ້າງລະບົບກົດໝາຍໃຫ້ສອດຄອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນພາກພື້ນ ແລະເປັນການສົ່ງເສີມການລົງທນໃຫ້ມີການຂະຫຍາຍຕົວຂຶ້ນເລື້ອຍໆ, ສ້າງທ່າແຮງທາງດ້ານລາຍຮັບໃຫ້ມີຄວາມໝັ້ນຄົງ, ມີຖານຮັບທີຮັບປະກັນໃຫ້ແກ່ງົບປະມານແຫ່ງລັດ. ນອກນີ້, ຍັງເປັນການສືບຕໍ່ປະຕິບັດຕາມທິດທາງສ້າງ ແລະ ປັບປຸງກົດໝາຍ ໂດຍອີງໃສ່ແຜນສ້າງ ແລະ ປັບປຸງກົດໝາຍຂອງ ປີ 2016 ຫາ 2020 ຂອງຂະແໜງການເງິນລວມທັງບັນຫາຕ່າງໆຈາກການຈັດຕັ້ງປະຕິບັດກົດໝາຍຕົວຈິງທີ່ເຫັນວ່າມີຄວາມຈຳເປັນຕ້ອງໄດ້ປັບປຸງເພື່ອໃຫ້ມີຄວາມຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມເພື່ອຈຳກັດຊອງຫວ່າງ ແລະແກ້ສິ່ງອຸດຕັນໃນການດຳເນີນທຸລະກິດຢູ່ ສປປ ລາວ ໂດຍສະເພາະແມ່ນຂອດນຳເຂົ້າ-ສົ່ງອອກ, ການບໍລິການເປັນທາງຜ່ານ, ການເຊື່ອມໂຍງກັບສາກົນ, ການເອື້ອອຳນວຍທາງດ້ານພາສີ-ການຄ້າ ແລະການແກ້ໄຂການລັກລອບຫຼົບຫຼີກພາສີ.

 ກອງປະຊຸມຄັ້ງນີ້ໄດ້ເປີດກວ້າງໃຫ້ສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງ, ພະແນກການ ແລະພາກສ່ວນທີກ່ຽວຂ້ອງກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງຄຳຖາມເຈາະຈີ້ມກົດໝາຍ ດັ່ງກ່າວບາງມາດຕາ ເປັນຕົ້ນແມ່ນວຽກງານທີກ່ຽວຂ້ອງເຊັ່ນ: ວຽກງານຂອງຂະແໜງແຜນການ ແລະ ການລົງທ, ໄປສະນີ, ໂທລະຄົມ ແລະ ການສື່ສານ, ວຽກງານພາຍໃນ, ອຸດສາຫະກຳ ແລະ ການຄ້າ, ວຽກງານໂຍທາທິການ ແລະ ຂົນສົ່ງ, ວຽກງານການຕ່າງປະເທດ, ສຶກສາ, ສາທາລະນະສຸກ,ວຽກງານຍຸຕິທຳ,ອຍະການ, ສານ,ປ່າໄມ້,ວຽກງານປ້ອງກັນຄວາມສະຫງົບ ແລະພາກທຸລະກິດໃຫ້ສອດຄ່ອງ, ຮັດກຸມ ແລະ ເປັນເອກກະພາບກັນເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດຮັບຮອງເອົາ.

__________

ຂຽນໂດຍ: ແຫຼ້ ສຸລິນພອນ 
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ