ສະຫຼຸບການຄຸ້ມຄອງສະຖາບັນການເງິນຈຸລະພາ

   ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງກອງ ປະຊຸມສະຫຼຸບຖອດຖອນບົດຮຽນການຄຸ້ມຄອງສະຖາບັນການເງິນຈຸລະພາກປະຈຳປີ 2018 ຂຶ້ນໃນ ລະຫວ່າງວັນທີ 30-31 ມັງກອນ 2019 ທີ່ສາຂາ ທຫລ ແຂວງສະຫວັນນະເຂດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ; ພ້ອມນີ້ກໍມີທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ  ແລະບັນດາຫົວໜ້າ-ຮອງຫົວໜ້າສາຂາ ທຫລ, ບັນດາພະນັກ ງານທີ່ເຮັດວຽກງານຄຸ້ມຄອງສະຖາບັນການເງິນຂອງ ທຫລ ໃນທົ່ວປະເທດເຂົ້າຮ່ວມ.

   ວຽກງານການເງິນຈຸລະພາກປະກອບສ່ວນຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດລວມທັງມີການປະກອບສ່ວນໃນການແກ້ໄຂຄວາມທຸກຍາກຢູ່ບັນ ດາເມືອງຕິດພັນກັບວຽກງານ 3 ສ້າງ ແລະຊ່ວຍສົ່ງເສີມຄວາມອາດສາມາດໃນການສູ້ຊົນເພື່ອຮັບປະກັນເປົ້າໝາຍສະຫັດສະວັດດ້ານການພັດທະນາໂດຍ ເຊື່ອມເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນການນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາບປະເທດດ້ອຍພັດທະນາຕາມຄາດໝາຍ, ໃນນັ້ນສະຖາບັນການເງິນຈຸລະພາກກໍ່ເປັນພາກສ່ວນໜຶ່ງຂອງຂະແໜງທະນາຄານທີ່ພັກ ແລະໄດ້ວາງນະໂຍບາຍສະເພາະແນໃສ່ສ້າງເງື່ອນໄຂທີ່ເອື້ອອໍານວຍໃນດ້ານຕ່າງໆເພື່ອສົ່ງເສີມສະຖາບັນການເງິນໃຫ້ມີຫຼາຍຮູບແບບກຳມະສິດ ແລະມີການຂະຫຍາຍຕົວຢ່າງເຂັ້ມແຂງປະກອບສ່ວນສະໜອງທຶນ ຮອນໃຫ້ປະຊາຊົນໃນການແກ້ໄຂຄວາມທຸກຍາກ, ພ້ອມທັງປົກປ້ອງຜູ້ໃຊ້ບໍລິການບົນພື້ນຖານການຕິດຕາມການເຄື່ອນໄຫວວຽກງານດັ່ງກ່າວໃນປີຜ່ານມາເຫັນໄດ້ວ່າວຽກງານນີ້ມີຄວາມຄືບໜ້າໃນຫຼາຍດ້ານໂດຍສ້າງຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະບັນດາສະຖາບັນການເງິນຈຸລະພາກມີການປັບຕົວໃນທ່ວງທ່າທີ່ດີຂຶ້ນເປັນກ້າວໆໂດຍມີການຮ່ວມມືຂອງບັນດາພາກສ່ວນທ້ອງຖິ່ນຕ່າງໆນັບແຕ່ຂັ້ນວາງແນວທາງນະໂຍບາຍ, ພາກສ່ວນຄຸ້ມຄອງ ແລະຂອດປະສານງານໄດ້ປັບປຸງຢ່າງເປັນລະບົບເຮັດໃຫ້ການເຄື່ອນໄຫວມີຄວາມຮັດກຸມ ແລະ ສະດວກຫຼາຍຂຶ້ນ.

  ທ່ານຮອງຜູ້ວ່າການ ທຫລ ໄດ້ເນັ້ນໃຫ້ເລັ່ງໃສ່ສ້າງຄວາມເຂັ້ມແຂງໃນການສົ່ງເສີມ ແລະຄຸ້ມຄອງເພື່ອເປັນໃຈກາງປິ່ນອ້ອມຂະແໜງການອື່ນໆທີ່ກ່ຽວຂ້ອງ ດ້ວຍຫຼາຍຮູບການ ແລະຮ່ວມກັບຫຼາຍພາກສ່ວນອຳນາດການປົກຄອງທ້ອງຖິ່ນທັງພາຍໃນ ແລະສາກົນໂດຍສະເພາະດຶງດູດເອົາການຮ່ວມມືຈາກສາກົນໃນ ຮູບແບບໂຄງການຊ່ວຍເຫຼືອເພື່ອຫັນເອົາທຶນຮອນ ແລະເຕັກນິກວິຊາສະເພາະເຂົ້າສູ່ແຜນການ, ແຜນງານ ແລະການຈັດຕັ້ງປະຕິບັດຕົວຈິງກາຍເປັນກໍາລັງສໍາຄັນໃນການປະກອບສ່ວນຊຸກຍູ້ສົ່ງເສີມຢ່າງແຂງແຮງເຂົ້າໃນການສະໜອງແຫຼ່ງທຶນໃຫ້ແກ່ປະຊາຊົນຜູ້ທຸກຍາກ.

  ພ້ອມນັ້ນຕ້ອງປັບປຸງແກ້ໄຂໃຫ້ສອດຄ່ອງກັບບັນດານິຕິກຳຊຶ່ງຜ່ານມາມີບາງສະຖາບັນ ຫຼື ບາງບໍລິສັດມີການເຄື່ອນໄຫວເກີນຂອບເຂດສ້າງຄວາມເສຍຫາຍ ໃຫ້ກັບສັງຄົມກໍ່ຄືປະຊາຊົນ ແລະໃນຕໍ່ໜ້າຕ້ອງເພີ່ມທະວີການສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ປະຊາຊົນຮູ້ທັນ ແລະເຫັນການເຄື່ອນໄຫວຂອງພວກຄົນບໍ່ດີທີ່ເຄື່ອນໄຫວໃນວຽກງານດັ່ງກ່າວບໍ່ໃຫ້ເກີດຂຶ້ນໃນສັງຄົມເຮົາອີກ.