ມອບອຸປະກອນກົນຈັກໃຫ້ກຸ່ມຊາວນາຜະລິດເມັດພັນເຂົ້າບ້ານນາລາ

  ເພື່ອເພີ່ມສະມັດຕະພາບ, ຜົນຜະລິດໃຫ້ໄດ້ຫຼາຍ, ປະຢັດແຮງງານ ແລະເພີ່ມເນື້ອທີ່ການຜະລິດໄດ້ຫຼາຍຂຶ້ນໃນເດືອນ ທັນວາ 2019 ຜ່ານມາທາງໂຄງການຜະລິດກະສິກໍາເປັນສິນຄ້າແຂວງໄຊຍະບູລີໄດ້ນໍາເອົາອຸປະກອນກົນຈັກເພື່ອນໍາໃຊ້ເຂົ້າໃນວຽກງານຜະລິດເມັດພັນເຂົ້າເພື່ອຂາຍເປັນສິນຄ້າມອບໃຫ້ກຸ່ມຊາວນາບ້ານນາລາ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ໃຫ້ກຽດມອບຂອງທ່ານ ບຸນເພັງ ແສນສະຫວັດ ຫົວໜ້າປະສານງານໂຄງການຜະລິດກະສິກຳເປັນສິນຄ້າແຂວງໄຊຍະບູລີ, ກ່າວຮັບໂດຍ ທ່ານ ສົມຈິດ ພູມມາກອງສີ ປະທານກຸ່ມຜະລິດເມັດພັນເຂົ້າບ້ານນາລາ, ຊ່ອງໜ້າພະນັກງານ, ວິຊາການຈາກພະແນກກະສິກຳ ແລະປ່າໄມ້ແຂວງ, ປ່າໄມ້ເມືອງ ແລະ ກຸ່ມຊາວບ້ານບ້ານນາລາ.

​  ກຸ່ມຜະລິດເມັດພັນເຂົ້າຊາວບ້ານບ້ານນາລາມີ 1 ກຸ່ມ ຈໍານວນ 21 ຄອບຄົວ ໄດ້ຮັບການສ້າງຕັ້ງຂຶ້ນຈາກພະແນກກະສິກຳ ແລະປ່າໄມ້ແຂວງກໍ່ຄືໂຄງການຜະລິດກະ ສິກຳເປັນສິນຄ້າ ທັງເປັນຜູ້ສະໜັບສະໜູນທາງດ້ານອຸປະກອນການຜະລິດ, ອົນຮົມເຕັກນິກວິຊາການ ແລະ ຊ່ວຍເຫຼືອທຶນຈໍານວນໜຶ່ງ, ປະຈຸບັນທົ່ວແຂວງມີທັງໝົດ 185 ກຸ່ມຜະລິດເມັດພັນເຂົ້າ;ສ່ວນແນວພັນເຂົ້າແມ່ນແນວພັນເຂົ້າຖິ່ນແກ້ວ 17ສະເພາະການຜະລິດລະດູແລ້ງປີນີ້ຊາວນາກຸ່ມບ້ານນາລາຜະລິດເຂົ້າໃນເນື້ອທີ່ 8,20 ເຮັກຕາ. ຈຸດປະສົງຂອງການສ້າງຕັ້ງກຸ່ມຜະລິດເມັດພັນເຂົ້າເພື່ອສົ່ງຂາຍໃຫ້ບັນດາຜູ້ປະກອບການໂຮງສີເຂົ້າໃນທົ່ວແຂວງເພື່ອໃຫ້ບັນດາຜູ້ປະກອບການໂຮງສີຂາຍສົ່ງຕໍ່ໃຫ້ຊາວນາເພື່ອເອົາມາເປັນແນວພັນ. ຫຼັງການເກັບກູ້ຜົນຜະລິດບັນດາຜູ້ປະກອບການໂຮງສີເຂົ້າຈະໄດ້ເກັບຊື້ນໍາຊາວນາທັງໝົດນັ້ັນກໍ່ເພື່ອເພີ່ມຜົນຜະລິດໃຫ້ຊາວນາ ແລະ ມີລາຍໄດ້ນັບມື້ນັບຫຼາຍຂຶ້ນ.

 ອຸປະກອນກົນຈັກທີ່ນໍາມາມອບໃຫ້ກຸ່ມຜະລິດເມັດເຂົ້າຊາວບ້ານບ້ານນາລາໃນຄັ້ງນີ້ປະກອບມີ: ລົດໄຖນາເດີນຕາມຄູໂບຕາອາທິ 90 ໜຶ່ງຄັນຄາດໄຖຕີນເຫຼັກຄູ່ໜຶ່ງມູນຄ່າ 27,5 ລ້ານແສນກີບ, ເຄື່ອງປັ່ນເຂົ້າຂະໜາດກາງຕິດລົດ 1 ເຄື່ອງມູນຄ່າ 58 ລ້ານກີບລວມມູນຄ່າທັງໝົດ 90 ກວ່າລ້ານກີບ.

____________

ຂຽນໂດຍ: ບຸນທີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ