ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

  ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງສະ​ຫາຍ ຟ້າມ​ ບິ່ງ ​ມິງ, ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສສ ຫວຽດ​ນາມ, ສະ​ຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສປປ ລາວ, ພ້ອມດ້ວຍພັນ​ລະ​ຍາ ແລະ​ຄະ​ນະໄດ້ເດີນ​ທາງ​ໄປຢ້ຽມ​ຢາມ​ ສສ. ຫວຽດນາມ ຢ່າງ​ເປັນທາງ​ການ, ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ລັດຖະມົນຕີລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 6 ປະຈໍາປີ 2019 ແລະ ເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນລາວ-ຫວຽດນາມ ປະຈຳປີ 2019, ທີ່ ສສ. ຫວຽດນາມ, ໃນລະຫວ່າງວັນ​ທີ23-27ທັນ​ວາ 2019 ເພື່ອເພີ່ມທະວີ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ,ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

  ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ລັດຖະມົນຕີລະຫວ່າງ ສອງກະຊວງການຕ່າງປະເທດລາວ-ຫວຽດນາມຄັ້ງທີ 6 ປະຈໍາປີ 2019 ໄດ້ຈັດຂຶ້ນໃນ​ວັນ​ທີ 25 ທັນ​ວາ 2019ທີ່ແຂວງກວາງນິ່ງ, ​ໂດຍ​ການ​ເປັນ​ປະທານ​ຮ່ວມຂອງສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ແລະ ສະຫາຍ ຟ້າ​ມ ບິ່ງ ມິ​ງ, ມີຄະນະຜູ້ແທນຈາກ​ບັນດາ​ກົມ​ກ່ຽວຂ້ອງຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຮ່ວມມືສອງຝ່າຍໃນທຸກຂົງເຂດໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະສາກົນທີ່ສອງຝ່າຍມີຄວາມສົນໃຈ.

 ສອງຝ່າຍໄດ້ຕີລາຄາສູງທີ່ເຫັນວ່າຕະຫຼອດ 1 ປີຜ່ານມາສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງາໂດຍສະເພາະການພົວພັນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາສະຫງົບ, ການຮ່ວມມືດ້ານການຄ້າ-ການລົງທຶນ, ດ້ານພະລັງງານ ແລະ ບໍ່ແຮ່, ວັດທະນະທຳ-ສັງຄົມ, ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ກໍຄືຂັ້ນວິຊາການທັງສູນກາງ ແລະ ທ້ອງຖິ່ນໄດ້ມີຂຶ້ນຢ່າງເປັນປົກກະຕິ,ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະການຕົກລົງສອງຝ່າຍໄດ້ຮັບການເອົາໃຈໃສ່ຢ່າງເປັນຮູບປະທຳ ແລະນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ການລົງທຶນຂອງຫວຽດນາມຢູ່ລາວແມ່ນຢູ່ໃນອັນດັບທີ 3 ຂອງບັນດາປະເທດທີ່ມາລົງທຶນຢູ່ລາວ, ນັກລົງທຶນຂອງລາວເອງກໍມີຄວາມສົນໃຈທີ່ຈະເລີ່ມໄປລົງທຶນຢູ່ຫວຽດນາມ, ທິດທາງໃນຕໍ່ໜ້າແມ່ນສອງຝ່າຍຈະໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດລະ ຫວ່າງສອງປະເທດໃຫ້ນັບມື້ນັບເພີ່ມຂຶ້ນທັງປະລິມານແລະຄຸນນະພາບ, ຊຶ່ງສອງກະຊວງການຕ່າງປະເທດລາວ-ຫວຽດນາມ ກໍມີບົດບາດທີ່ສຳຄັນປະກອບສ່ວນເຂົ້າໃນວຽກງານນີ້ເຊັ່ນກັນ.

  ນອກນີ້, ສອງຝ່າຍຍັງໄດ້ຕີລາຄາສູງ ແລະທົບທວນຄືນຜົນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃນຊຸມປີຜ່ານມາ, ໂດຍສະເພາະແມ່ນການເປັນເສນາ ທິການໃຫ້ແກ່ຂັ້ນເທິງ ໃນການພົວພັນສອງຝ່າຍ, ເປັນໃຈກາງສຳຄັນໃນການຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນຳຂັ້ນສູງຕ່າງໆ ໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ການຮ່ວມມືລະຫວ່າງກົມຕໍ່ກົມໄດ້ຮັບການເສີມຂະຫຍາຍຢ່າງໃກ້ຊິດ ສືບຕໍ່ຊຸກຍູ້ແລະສ້າງເງື່ອນໄຂໃຫ້ພະນັກງານທີ່ເປັນລຸ້ນສືບທອດຂັ້ນກົມແລະຂັ້ນວິຊາການຂອງສອງກະຊວງໃຫ້ມີໂອກາດພົບປະໄປມາຫາສູ່ກັນ, ແລກປ່ຽນທັດສະນະ ແລະ ຖອດຖອນບົດຮຽນນຳກັນເພື່ອສ້າງຄວາມຕໍ່ເນື່ອງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມສະໜິດສະໜົມຮັກແພງແລະພ້ອມກັນຍົກສູງຄຸນນະພາບວຽກງານຂອງຕົນໃຫ້ສູງຂື້ນເລື້ອຍໆສອງຝ່າຍຕີລາຄາສູງການຮ່ວມ ມືດ້ານວຽກງານຊາຍແດນທີ່ສອງຝ່າຍ ໄດ້ເອົາໃຈໃສ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຮອບດ້ານ ເພື່ອເຮັດໃຫ້ເຂດຊາຍແດນ ລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ, ມີການພັດທະນາແບບຮອບດ້ານ ແລະ ຍືນຍົງ ກໍຄືການຮ່ວມກັນແກ້ໄຂບັນຫາຄົງຄ້າງຕ່າງໆແລະ ໃນວັນທີ 26 ທັນວາ2019 ນີ້ທັງສອງຝ່າຍກໍຈະໄດ້ມີກອງປະຊຸມສາມັນປະຈໍາປີຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນລາວ-ຫວຽດນາມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານຊາຍແດນໃນໜຶ່ງປີຜ່ານມາກໍຄືການຈັດຕັ້ງປະຕິບັດວຽກງານການເຄື່ອນຍ້າຍ ແລະແຕ່ງດອງບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ຕາມບໍລິເວນຊາຍແດນ. ນອກນີ້, ສອງຝ່າຍກໍຍັງໄດ້ຮ່ວມກັນຈັດກອງປະຊຸມສໍາມະນາໃນຫົວຂໍ້ ວຽກງານການທູດເສດຖະກິດຂອງຫວຽດນາມ-ລາວ ພາຍໃຕ້ສະພາບການໃໝ່ ແລະ ໄດ້ຮ່ວມກັນລົງນາມໃນແຜນປະຕິບັດງານຮ່ວມມືດ້ານການທູດເສດຖະກິດໄລຍະປີ 2020-2025, ຊຶ່ງຈະເປັນພື້ນຖານອັນດີໃຫ້ແກ່ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດລາວ-ຫວຽດນາມ ໃນໄລຍະໃໝ່.

  ໃນໄລຍະການຢ້ຽມຢາມຄັ້ງນີ້, ສະຫາຍສະເຫຼີມໄຊກົມມະສິດພ້ອມດ້ວຍຄະນະຍັງໄດ້ເຂົ້າຢ້ຽມຂໍ່ນັບສະຫາຍຫງວຽນຊວນຟຸກນາຍົກລັດຖະມົນຕີ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍນາງ ຫງວຽນ ທິກິມ ເງິນ ປະທານສະພາແຫ່ງຊາດ, ຊຶ່ງການນຳຂັ້ນສູງຂອງຫວຽດນາມໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບົດບາດຂອງສອງກະຊວງການຕ່າງປະເທດທີ່ໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງລາວ ແລະ ຫວຽດນາມ ຕະຫຼອດໄລະຜ່ານມາ ແລະ ໃນຊຸມປີຕໍ່ໜ້າ.

____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ