ເບຍລາວມອບໂຊກຜູ້ສະສົມຝານໍ້າດື່ມຫົວເສືອ

  ບໍລິສັດ ເບຍລາວ ຈຳກັດ ໂດຍພາຍໃຕ້ຜະລິດຕະພັນນໍ້າດື່ມກາຫົວເສືອໄດ້ຈັດກິດຈະກຳມອບໂຊສອງຊັ້ນໃຫ້ແກ່ຜູ້ບໍລິໂພກດຍການສະສົມຝານໍ້າດື່ມສີທອງເພື່ອແລກຂອງລາງວັນຕາມກະຕິກາສະສົມ 10 ເພື່ອແລກຮັບສະຫຼາກ 5 ໃບ, 300 ຝາ ເພື່ອແລກຮັັບຄັນຮົ່ມ 1 ຄັນ ພ້ອມສະຫຼາກ 10 ໃບ, 700 ຝາ ເພື່ອແລກຮັບກະຕິກນໍ້າກ້ອນຫົວເສືອ 1 ໜ່ວຍ ພ້ອມສະຫຼາກ 30 ໃບ.

   

 ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດພິທີຈັບສະຫຼາກມອບໂຊກຄັ້ງໃຫຍ່ຂຶ້ນໃນວັນທີ 31 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ໂຊກດີໄດ້ຮັບລົດຟອດອີເວີເລດ (Everest) 1 ຄັນຄື: ທ່ານ ຄໍາເພັດ ສະເຫຼີມສຸກ ບ້ານນາໄຫ ນະຄອນຫຼວງວຽງຈັນຈາກ ການສະສົມຝານໍ້າດື່ມຫົວເສືອສີທອງ, ະນະທີ່ມີຜູ້ໂຊກດີທີ່ໄດ້ຮັບລົດຈັກເວບ 11oi ຈໍານວນ 12 ຄັນ ແລະ ຜູ້ໂຊກດີຮ່ວມກິດຈະກໍາຖ່າຍຮູບລຸ້ນໂຊກໄດ້ iphone 11 pro 1 ໜ່ວຍ ຈັບສະຫຼາກໂດຍ ທ່ານ ສູນທອນ ສິຣິສັກ ຮອງຜູ້ອໍາ ນວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ມີບັນດາພະນັກງານຂອງບໍລິສັດ ແລະສື່ມວນຊົນເຂົ້າຮ່ວມ.

 ງານຈັບສະຫຼາກຄັ້ງນີ້ເພື່ອເປັນການສືບຕໍ່ການສະແດງຄວາມຮູ້ບຸນຄຸນທີ່ບໍລິສັດເບຍລາວ ແລະຜະລິດຕະພັນນໍ້າດື່ມຫົວເສືອໄດ້ຮັບຈາກຜູ້ບໍລິໂພກຕະຫຼອດໄລຍະຜ່ານມາສຳລັບການຈັບສະຫຼາກໃນຄັ້ງນີ້ແມ່ນຈະໄດ້ແບ່ງອອກເປັນ 3 ເຂດ (ພາກເໜືອ, ພາກກາງ ແລະພາກໃຕ້) ເຊິ່ງແຕ່ລະເຂດມີສິດໄດ້ຮັບລົດຈັກ Honda Wave 110i  ຂດລະ 4 ຄັນ ລວມຈຳນວນທັງໝົດແມ່ນ 12 ຄັນ ແລະຜູ້ໂຊກດີຮ່ວມກິດຈະກໍາຖ່າຍຮູບລຸ້ນໂຊກໄດ້ iphone 11 pro 1 ໜ່ວຍ, ພີເສດໄປກວ່ານັ້ນໃນການຈັບສະຫຼາກຄັ້ງນີ້ຍັງມີການຈັບສະຫຼາກມອບໂຊກລາງວັນໃຫຍ່ເຊິ່ງເປັນລົດໃຫຍ່ຍີ່ຫໍ້ລົດຟອດອີເວີເລດ(Everest) 1 ຄັນ.

___________

ຂຽນໂດຍວົງມະນີ  
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511