ໃນຜ່ານມາ, ທົ່ວພັກ-ລັດ, ກໍາລັງປະກອບອາວຸດ ແລະປວງຊົນລາວທັງຊາດພວມເດັດດ່ຽວຕໍ່ສູ້ໃນບັ້ນຮົບປົດປ່ອຍຄວາມທຸກຍາກ ແລະກໍ່ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງຕາມແຜນທີ່ວາງໄວ້; ດັ່ງ ທ່ານ ປອ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ສຳພາດພິເສດຕໍ່ຜູ້ສື່ຂ່າວພວກເຮົາພາຍຫຼັງທີ່ທ່ານເຂົ້າລາຍງານຜົນການສຶກສາຄົ້ນຄວ້າປະເມີນການແກ້ໄຂຄວາມທຸກຍາກໃນຜ່ານມາ ແລະຕໍ່ໜ້າຕາມທິດຍືນຍົງຕໍ່ກອງປະຊຸມລັດຖະບານເມື່ອຕົ້ນເດືອນທັນວາ 2019 ໂດຍທ່ານກ່າວວ່າ:
ປະຈຸບັນ, ການປະຕິບັດວຽກງານແກ້ໄຂຄວາມທຸກຍາກຕາມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ “ຕ້ອງແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນໃຫ້ໄດ້ທົ່ວເຖິງ, ຕັ້ງໜ້າສືບຕໍ່ປະຕິບັດມາດຕະການຍຸດທະສາດຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດຮອບດ້ານຕາມທິດສ້າງຊົນນະບົດໃໝ່ໃນນັ້ນຖືເອົາການສົ່ງເສີມການຜະລິດສິນ ຄ້າ ແລະ ການບໍລິການສ້າງລາຍໄດ້ຄອບຄົວເປັນໃຈກາງຊຶ່ງຕ້ອງສຸມໃສ່ຈັດສັນທີ່ດິນເປັນບ່ອນທຳມາຫາກິນ ແລະ ຕັ້ງພູມລຳເນົາຄົງທີ່ ແລະ ໝັ້ນຄົງ, ກ້າວໄປເຖິງຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍຢ່າງສີ້ນເຊີງ; ພັດທະນາພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ຈັດຕັ້ງການຜະລິດ, ການຝຶກ ອົບຮົມຍົກລະດັບວິຊາຊີບ,ການນໍາໃຊ້ເຕັກນິກວິຊາການທີ່ກ້າວໜ້າເພື່ອຍົກສູງສະມັດຕະພາບການຜະລິດ ແລະຄຸນນະພາບຂອງຜົນຜະລິດ;ປັບປຸງຄຸນນະພາບຊີວິດຂອງຊົນນະບົດຕິດພັນກັບການເຂົ້າເຖິງການສຶກສາ, ການບໍລິການສາທາລະນະສຸກ ແລະປົກປັກຮັກສາສິ່ງແວດລ້ອມ”.
ທ່ານ ປອ ລີເບີ ລີບົວປາວ ໄດ້ຢືນຢັນວ່າ: ຜ່ານການປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກຂອງ ສປປ ລາວ ທີ່ມີລັກສະນະຈຸດສຸມເປັນເວລາເກືອບ 2 ທົດສະວັດ (2001-2019) ໂດຍສະເພາະການຫຼຸດຜ່ອນຄວາມທຸກຍາກຂອງບຸກຄົນຕາມມາດຕະຖານສາກົນ ແລະ ຕາມການສໍາຫຼວດອັດຕາຄວາມທຸກຍາກຂອງບຸກຄົນໂດຍໄດ້ຫຼຸດລົງຈາກລະດັບ 46% ໃນປີ 1992/93 ມາເປັນ 33,5% ໃນປີ 2002/03; 27,6% ໃນປີ 2007/08 ແລະ23,2% ເທົ່າກັບຈໍານວນຜູ້ທຸກຍາກ 1,5 ລ້ານຄົນ ໃນປີ 2012/13; ໃນນັ້ນ, ອັດຕາຄວາມທຸກຍາກຢູ່ຕົວເມືອງຍັງເຫຼືອ 10%, ຊົນນະບົດຍັງເຫຼືອ 28,6% ຂອງຈໍານວນພົນລະເມືອງຢູ່ຕົວເມືອງ ແລະ ຊົນນະບົດຕາມລໍາດັບ;ຜົນການສໍາຫຼວດອັດຕາຄວາມທຸກຍາກຂອງບຸກຄົນທຸກຍາກໃນປີ 2019 ຄາດຄະເນວ່າອາດຫຼຸດລົງເຫຼືອ 19% ຫຼຸດຜ່ອນຄວາມທຸກຍາກຂອງຄອບຄົວໄດ້ຫຼຸດລົງຈາກ 1,98 ແສນຄອບ ຄົວໃນປີ 2011 ຍັງເຫຼືອ 76,6 ພັນຄອບ ຄົວໃນປີ 2015 ກວມປະມານ 6,59%, ມາຮອດປີ 2017 ຍັງເຫຼືອ 5,47% ຂອງຈໍານວນຄອບຄົວທັງໝົດໃນທົ່ວປະເທດຫຼຸດຜ່ອນຄວາມທຸກຍາກຂອງບ້ານທຸກຍາກຫຼຸດລົງຈາກ 3,1ພັນບ້ານໃນປີ 2011 ມາຮອດປີ 2017 ຈໍານວນບ້ານທຸກຍາກຍັງເຫຼືອ 1,4 ພັນບ້ານ ເທົ່າກັບ 16,92% ຂອງຈໍານວນບ້ານທົ່ວປະເທດ ແລະ ໄດ້ຫຼຸດຜ່ອນຄວາມທຸກຍາກຂອງເມືອງທຸກຍາກຈາກ 72 ເມືອງໃນປີ 2013 ຍັງ ເຫຼືອ 23 ເມືອງ ຫຼືປະມານ 15,54% ຂອງຈໍານວນເມືອງທັງໝົດໃນ 2017.
ເຖິງວ່າອັດຕາຄວາມທຸກຍາກໂດຍລວມໃນໄລຍະເກືອບ 20 ປີໄດ້ຫຼຸດລົງເປັນເຄິ່ງ ແລະຫຼາຍຕົວຊີ້ບອກດ້ານເສດຖະກິດ ແລະສັງຄົມທີ່ຕິດພັນກັບຄວາມທຸກຍາກຈະຮັບການປັບປຸງໃຫ້ດີຂຶ້ນກໍ່ຕາມ, ແຕ່ຍັງມີຂໍ້ຄົງຄ້າງ-ສິ່ງທ້າທາຍ ແລະຄວາມສ່ຽງຈໍານວນໜຶ່ງທີ່ຄວນຈະສືບຕໍ່ພິຈາລະນາ ແລະ ຮັບມືໂດຍມີ 7 ຂໍ້ ໃນນີ້ຄຸນນະພາບການແກ້ ໄຂຄວາມທຸກຍາກຍັງຕໍ່າ, ມີຄວາມສ່ຽງຕໍ່ຄວາມຍືນຍົງໃນການແກ້ໄຂຄວາມທຸກຍາກຍ້ອນຄວາມບອບບາງຂອງພື້ນຖານເສດຖະກິດ; ການປ່ຽນແປງດ້ານການຈັດຕັ້ງຄະ ນະຮັບຜິດຊອບໃນການແກ້ໄຂຄວາມທຸກຍາກຜ່ານມາຍັງບໍ່ມີຄວາມຕໍ່ເນື່ອງ ແລະເປັນລະບົບທີ່ມີຄວາມລົ່ງລ່ຽນເທົ່າທີ່ຄວນ; ການກໍານົດມາດຖານຄວາມທຸກຍາກ ແລະວິທີວິທະຍາໃນການປະເມີນ ຄວາມທຸກຍາກ ຍັງບໍ່ທັນມີຄວາມເປັນ ເອກະພາບດ້ານຄວາມເຂົ້າໃຈ ແລະຄວາມ ສອດຄ່ອງຂອງຜົນການປະເມີນຢູ່ພາຍໃນ ແລະເມື່ອທຽບກັບສາກົນ; ກົນໄກການສ້າງ ແລະຈັດຕັ້ງປະຕິບັດແຜນການລຶບລ້າງຄວາມທຸກຍາກຍັງບໍ່ສອດຄ່ອງ ແລະມີປະສິດທິຜົນດີເທົ່າທີ່ຄວນ; ການສ້າງເງື່ອນໄຂ ແລະໂອກາດ ເພື່ອສ້າງລາຍໄດ້ໃຫ້ປະຊາຊົນຜູ້ທຸກຍາກຍັງມີຂໍ້ຈໍາກັດ; ການສະໜອງ ແລະ ນໍາໃຊ້ແຫຼ່ງທຶນຍັງຂາດປະສິດທິພາບ ແລະ ຂາດຄວາມຍືນຍົງ; ແນວຄິດ,ຄວາມເປັນເຈົ້າ ການ ແລະຄວາມກະຕືລືລົ້ນຂອງກຸ່ມຄົນທຸກຍາກໃນການພັດທະນາຕົນເອງຍັງຕໍ່າຫຼາຍ.
ຕໍ່ຂໍ້ຄົງຄ້າງທີ່ກ່າວມານີ້ລ້ວນແຕ່ເປັນສາເຫດເຮັດໃຫ້ວຽກງານແກ້ໄຂຄວາມທຸກຍາກ ແລະການພັດທະນາຊົນນະບົດບໍ່ທັນໄດ້ຮັບການແກ້ໄຂໄດ້ດີເທົ່າທີ່ຄວນສະນັ້ນ, ຈຶ່ງເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍຍັງຕົກຢູ່ໃນວົງຈອນແຮ້ວແຫ່ງຄວາມທຸກຍາກຊຶ່ງໃນນີ້ມີລະດັບການພັດທະນາ (ດ້ານສຶກສາ ແລະ ສຸຂະພາບ) ຈໍາກັດສົ່ງຜົນໃຫ້ທຶນມະນຸດ ແລະປະສິດທິພາບແຮງງານຕໍ່າເຮັດໃຫ້ຄວາມສາມາດໃນການສ້າງລາຍໄດ້ກໍ່ຕໍ່າ, ເປັນສາເຫດພາໃຫ້ການສະສົມທຶນ (ການອອມ) ຂອງປະຊາຊົນເຮົາຕໍ່າ ເຮັດໃຫ້ຂາດທຶນຮອນໃນການລົງທຶນຕໍ່ ແລະເຮັດໃຫ້ປະຊາຊົນເຮົາສືບຕໍ່ທຸກຈົນ.
ທ່ານຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດເນັ້ນຕື່ມວ່າ: ຜ່ານການຄົ້ນຄວ້າປຶກສາຫາລືກັບຂະແໜງການກ່ຽວຂ້ອງ ແລະທ້ອງຖິ່ນ;ສະຖາບັນຄົ້ນຄວ້າເສດຖະກິດຈຶ່ງສະເໜີໃຫ້ລັດຖະບານມີທິດປັບປຸງວຽກງານແກ້ໄຂຄວາມທຸກຍາກໄປຕາມທິດຍືນຍົງ 8 ຂໍ້ໃນຕໍ່ໜ້າໂດຍໃຫ້ສ້າງຕັ້ງຄະນະກໍາມະການລະດັບຊາດຊີ້ນໍາວຽກແກ້ໄຂຄວາມທຸກຍາກ;ສ້າງແຜນແກ້ໄຂຄວາມທຸກຍາກແຫ່ງຊາດ; ປັບປຸງກົນໄກປະສານສົມທົບລະຫວ່າງສູນສະຖິຕິແຫ່ງຊາດ ແລະກະຊວງກະສິກໍາ-ປ່າໄມ້ ກ່ຽວ ກັບວຽກງານປະເມີນມາດຕະຖານຄວາມທຸກຍາກ ແລະມາດຕະຖານພົ້ນທຸກ; ກໍານົດກຸ່ມເປົ້າໝາຍທຸກຍາກໃຫ້ຈະແຈ້ງ;ພັດທະນາກິດຈະກໍາສ້ງລາຍໄດ້ໃຫ້ຜູ້ທຸກຍາກ; ປູກຈິດສໍານຶກ, ສ້າງຂີດຄວາມສາມາດ ແລະຕົວແບບການແກ້ໄຂຄວາມທຸກຍາກ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະສ້າງສິ່ງອໍານວຍຄວາມສະດວກທີ່ຈໍາເປັນເພື່ອສົ່ງເສີມການຜະລິດສິນຄ້າ ແລະສ້າງ, ຈັດສັນແຫຼ່ງທຶນແກ້ໄຂຄວາມທຸກຍາກ.
---------------
ຂຽນໂດຍ: ຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ
ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
ໂທ: 021 313645, 316511