ລາວຕ້ອນຮັບນັກທ່ອງທ່ຽວຈີນເຂົ້າມາປະເທດ ຜູ້ທີ 1 ລ້ານຄົນຂອງປີ 2019

ໃນວັນທີ 31 ທັນວາ 2019 ຜ່ານມານີ້ຢູ່ສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ລາວໄດ້ຈັດພິທີຕ້ອນຮັບນັກທ່ອງທ່ຽວຈີນ ເຂົ້າມາລາວຜູ້ທີ 1 ລ້ານຄົນ ຂອງປີ 2019.

   ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວໃຫ້ຮູ້ວ່າ: ໃນປີ 2019 ນີ້, ມີນັກທ່ອງທ່ຽວຈີນເຂົ້າມາທ່ອງທ່ຽວປະເທດເຮົາບັນລຸຕາມເປົ້າໝາຍວາງໄວ້ຄື 1 ລ້ານ ເທື່ອຄົນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 26% ແລະ ຈັດຢູ່ໃນອັນດັບ 2 ຂອງຈຳນວນນັກທ່ອງທ່ຽວຕ່າງປະ ເທດທີ່ເຂົ້າມາທ່ອງທ່ຽວລາວ, ສ່ວນອັນດັບທີ 1 ແມ່ນປະເທດໄທ.

  ລັດຖະບານລາວໄດ້ສູ້ຊົນດຶງດູດເອົານັກທ່ອງທ່ຽວຈີນເຂົ້າມາທ່ຽວລາວໄດ້ 1 ລ້ານຄົນ ຊຶ່ງບັນລຸຕາມແຜນທີ່ວາງໄວ້, ສຳລັບກິດຈະກຳສົ່ງເສີມປີທ່ອງທ່ຽວລາວ-ຈີນ ຊຶ່ງທັງສອງລັດຖະບານລາວ ແລະຈີນໄດ້ຮ່ວມກັນຈັດຕັ້ງປະຕິບັດກິດຈະກຳສົ່ງເສີມການທ່ອງທ່ຽວລາວ-ຈີນ ແຕ່ເດືອນມັງກອນຜ່ານມາດ້ວຍຫຼາຍຮູບແບບເຊັ່ນ: ວາງ ສະ ແດງຮູບພາບ, ສະແດງສິລະປະ,ສຳມະນາຕ່າງໆກ່ຽວກັບການສົ່ງເສີມການທ່ອງທ່ຽວເຖິງແມ່ນວ່າກິດຈະກຳສົ່ງເສີມປີທ່ອງທ່ຽວລາວ-ຈີນຈະປິດລົງກໍຕາມທັງສອງຝ່າຍ ລາວ-ຈີນ ຍັງຈະສືບຕໍ່ຮ່ວມມືກັນໃນການສົ່ງເສີມປີທ່ອງທ່ຽວຂອງສອງປະເທດ, ເພີ່ມທະວີອຳນວຍຄວາມສະດວກໃນດ້ານຕ່າງໆເປັນຕົ້ນສົ່ງເສີມການໄປມາຫາສູ່ເຊິ່ງກັນ ແລະກັນໃຫ້ມີຄວາມສະດວກ, ສະບາຍ, ວອງ ໄວ, ປອດໄພ ແລະອື່ນໆ.

 ທ່ານ ເຊ້ຍຈາວ ນັກທ່ອງທ່ຽວຈີນໃຫ້ສຳພາດວ່າ: ໃນການເດີນທາງມາທ່ອງທ່ຽວລາວຄັ້ງນີ້,ມີຄວາມຮູ້ສຶກດີໃຈ ແລະປະທັບໃຈຫຼາຍທີ່ເຫັນປະຊາຊົນລາວໃຫ້ການຕ້ອນຮັບດ້ວຍຄວາມຍີ້ມແຍ້ມແຈ່ມໃສຊຶ່ງຈະໄດ້ເດີນທາງໄປທ່ອງທ່ຽວຢູ່ວັງວຽງ ແລະຫຼວງພະບາງຊຶ່ງເປັນສະຖານທີ່ທີ່ມີຄວາມສວຍງາມທາງທຳມະຊາດ ແລະປະຫວັດສາດ,

ພາຍຫຼັງກັບຄືນປະເທດຈະນຳເອົາວັດທະນະທຳ, ຮີດຄອງປະເພນີ ແລະສະຖານທີ່ທ່ອງທ່ຽວຕ່າງໆ ຂອງລາວໄປເຜີຍແຜ່ໃຫ້ຍາດພີ່ນ້ອງໝູ່ເພື່ອນຊາວຈີນຮັບຮູ້ເພື່ອໃຫ້ເຂົາເຈົ້າມາທ່ຽວນັບມື້ຫຼາຍຂຶ້ນ, ຕົນເອງໄດ້ເດີນທາງມາທ່ອງທ່ຽວໃນລາວເປັນຄັ້ງທີ 2 ເຫັນວ່າລາວເປັນປະເທດທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະ ຊາດ, ພູຜາ, ປ່າໄມ້, ມີແຫຼ່ງທ່ອງທ່ຽວທີ່ສວຍງາມຫຼາຍແຫ່ງເປັນຕົ້ນແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນະທຳລວມໄປເຖິງຮີດຄອງປະເພນີຂອງປະຊາຊົນລາວບັນເຜົ່າກໍມີຄວາມຫຼາກຫຼາຍທາງດ້ານວັດທະນະທຳທີ່ແຕກຕ່າງກັນ.

__________

ຂຽນໂດຍ: ວົງມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ