ທລວ ໝູນລາງວັນລາຍການເງິນຝາກຮັບໂຊກ

   ພິທີໝູນລາງວັນລາຍການເງິນຝາກຮັບໂຊກ X3 ຄັ້ງ ທີ 2 ຂອງທະນາຄານຮ່ວມທຸລະ ກິດລາວຫວຽດ (ທລວ) ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2019 ຢູ່ເຂດພັດທະນາຄົບວົງຈອນໜອງທາ ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ນາງ ມະໂນລາ ເມືອງມະນີ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ, ມີຄະນະກໍາມະການຕາງໜ້າຈາກພະແນກການເງິນນະຄອນຫຼວງ, ພະແນກອຸດສາຫະກໍາ ແລະການຄ້າ, ພະແນກຍຸດ ຕິທໍາ, ປກສ ເມືອງຈັນທະບູລີ, ພ້ອມດ້ວຍລູກຄ້າ ແລະພໍ່ແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

   ທ່ານ ສີປະເສີດ ຄ່ວງສະຫວັນ ຮອງຜູ້ອໍານວຍການໃຫຍ່ ທລວ ກ່າວວ່າ: ການໝູນລາງວັນລາຍການເງິນຝາກຮັບໂຊກປີນີ້ເປັນປີທີ 6 ທີ່ທະນາຄານຮ່ວມທຸລະກິດລາວຫວຽດໄດ້ຜັນຂະຫຍາຍຜະລິດຕະພັນເງິນຝາກລຸ້ນຮັບໂຊກເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານຮ່ວມທຸລະກິດລາວຫວຽດຄົບຮ ອບ 20 ປີ, ທັງຍັງສ້າງໂອກາດໃຫ້ແກ່ລູກຄ້າເງິນຝາກຂອງ ທລວ ມີໂອກາດຖືກລາງວັນຕ່າງໆບໍ່ວ່າຈະເປັນລົດໃຫຍ່, ລົດຈັກ, ໂທລະສັບ ແລະລາງວັນອື່ນໆ ອີກຫຼາຍຢ່າງທີ່ດຶງດູດພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍເຂົ້າຮ່ວມຝາກເງິນນໍາລາຍການດັ່ງກ່າວນີ້. ສໍາລັບເງິນຝາກລຸ້ນຮັບໂຊກປະຈໍາປີ 2018 ໄດ້ເລີ່ມຜັນຂະຫຍາຍແຕ່ວັນທີ 10 ພຶດສະພາ 2018 ເປັນຕົ້ນມາ ແລະຮອດວັນທີ 25 ມັງກອນນີ້ ທລວ ສາມາດລະດົມເງິນຝາກຈາກລາຍການນີ້ໄດ້ຫຼາຍກວ່າ 130 ລ້ານໂດລາສະຫະລັດ, ຕົວເລກຊິງລາງວັນຈໍາໜ່າຍອອກໄປທັງໝົດ 4 ແສນກວ່າຕົວເລກ ແລະຈໍານວຍລູກຄ້າເຂົ້າຮ່ວມທັງໝົດຫຼາຍກວ່າ 2 ພັນລາຍ.

  ການໝູນລາງວັນຄັ້ງທີ 2 ນີ້ລວມມີ 16 ລາງວັນຄື: ລາງວັນທີ 1 ລົດ Toyo ta AII new Yaris ຈໍານວຍໜຶ່ງລາງວັນ,ລາງວັນທີ 2 ລົດຈັກ Hond a  Wave 110i  ຈໍານວນ 2 ລາງວັນ, ລາງວັນທີ 3 Iphone X ຈໍານວນ 3 ລາງວັນ ແລະລາງວັນທີ 4 ສາຍຄໍຄໍາໜັກ 2 ສະຫຼຶງ 10 ລາງວັນ. ຜ່ານການໝູນລາງວັນໃນຄັ້ງນີ້ຜູ້ໂຊກດີໄດ້ຮັບລາງວັນທີ 1 ແມ່ນເລກຊິງລາງວັນ 311223; ສ່ວນລາງວັນທີ 2 ແມ່ນເລກ 159310 ແລະ 298834; ລາງ ວັນທີ 3 ແມ່ນເລກ 006697, 363213, 242167 ແລະ ລາງວັນທີ 4 ແມ່ນເລກ 339767, 389861, 333989, 172797, 165446, 172382, 391340, 325282, 133166 ແລະ 202348.

     ສໍາລັບລູກຄ້າທ່ານໃດຫາກພາດໂອກາດເຂົ້າຮ່ວມຊິງລາງວັນໃນຄັ້ງທີ 1 ແລະ 2 ແລ້ວ, ຍັງສາມາດເຂົ້າຮ່ວມຊິງລາງວັນໃນຄັ້ງທີ 3 ໄດ້ອີກ ຊຶ່ງລວມທັງ ໝົດມີ 36 ລາງວັນ ໃນນັ້ນລາງວັນໃຫຍ່ສຸດແມ່ນລົດໃຫຍ່ Toyota AII new Fortuner ຈໍານວນ 1 ລາງວັນ ແລະລາງວັນອື່ນໆອີກຫຼາກຫຼາຍລາງວັນ ທີ່ຈະຈັດຂຶ້ນໃນເດືອນມິຖຸນາ 2019 ທີ່ຈະມາເຖິງນີ້.