ລັດຈະໃຊ້ງົບ 388 ຕື້ກີບ ສ້າງທາງເລກທີ 10 ຊ້ວງທຳອິດສຳເລັດ 25ເປິເຊັນ

   ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແລະຂົວເບຕົງອັດແຮງທາງເລກ 10 ໄລຍະທີ I ເລີ່ມແຕ່ທາງສາມແຍກ 13 ໃຕ້ (ເຊໂນ) ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈຳນວນ 50 ກິໂລແມັດ, ມາຮອດປະຈຸບັນຄວາມຄືບໜ້າຂອງໂຄງການໄດ້ປະມານ 25%. ດັ່ງນັ້ນ ຕອນບ່າຍຂອງວັນທີ 29 ມັງກອນ 2019 ທ່ານ ທ່ອນ ແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດພ້ອມຄະນະໄດ້ເດີນທາງລົງໄປຕິດຕາມເບິ່ງໂຄງການດັ່ງກ່າວ ແລະກໍເຫັນວ່າມີຄວາມຄືບໜ້າໄປຕາມແຜນ.

    ຕາມການໃຫ້ສຳພາດ ທ່ານ ສິນນາວາ ວົງສາລີ ວິຊາການຂະແໜງຂົວ- ທາງພະແນກໂຍທາທິການ ແລະຂົນສົ່ງແຂວງຫົວໜ້າໂຄງການ ແລະທ່ານ ສົມ ພອນ ສິດດຳລົງ ຮອງປະທານບໍລິສັດຄູນໄຊພັດທະນາກໍ່ສ້າງຈຳກັດໄດ້ແຈ້ງໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້ໄດ້ລົງມືຈັດຕັ້ງປະຕິບັດວຽກກໍ່ສ້າງຕັ້ງແຕ່ເລີ່ມຕົ້ນໂຄງການມາເກືອບໜຶ່ງປີຮອດທ້າຍເດືອນມັງກອນ 2019 ບັນດາໜ້າວຽກປະຕິບັດໄດ້ດັ່ງນີ້: ວຽກກໍ່ສ້າງທາງໂດຍສະເພາະວຽກອະນາໄມຂຸດລອກໜ້າດິນທຳມະຊາດສາມາດເຮັດສຳເລັດແລ້ວ 37 ກິໂລແມັດ, ຖົມດິນຊັ້ນຍົກລະດັບໄດ້ 28 ກິໂລແມັດ, ຖົມດິນຊັ້ນຮອງພື້ນທາງໄດ້ 25 ກິໂລແມັດ, ກໍ່ສ້າງຊັ້ນພື້ນທາງໄດ້ 10 ກິໂລແມັດ, ສີດຢາງກັນຊຶມໄດ້ 7 ກິໂລແມັດ ແລະສາມາດປູຢາງຊັ້ນໜຶ່ງໄດ້ 7 ກິໂລແມັດ. ຈາກນັ້ນວຽກກໍ່ສ້າງຂົວເບຕົງເສີມເຫຼັກມາຮອດປະ ຈຸບັນສາມາດສ້າງຂົວສຳເລັດແລ້ວ 3 ແຫ່ງ, ໃນຈຳນວນຂົວທັງໝົດ 30 ແຫ່ງ, ສະຫຼຸບລວມແລ້ວທຸກໜ້າວຽກມີຜົນສຳເລັດໄປແລ້ວ 25%, ຄາດວ່າປີ 2019 ຈະສືບຕໍ່ສ້າງຂົວໃຫ້ໃຫ້ສຳເລັດອີກປະມານ 6 ແຫ່ງ, ປູຢາງທາງຊັ້ນໜຶ່ງໃຫ້ໄດ້ 26 ກິໂລແມັດ.

  ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ໂຄງການກໍ່ສ້າງ ທາງເລກ 10 ຈະເຮັດໄປຮອດເທສະບານເມືອງວິລະບູລີມີຄວາມຍາວທັງໝົດປະມານ 150 ກິໂລແມັດ, ໂດຍໄດ້ແບ່ງໂຄງການອອກເປັນ III ໄລຍະ, ມີມູນຄ່າການກໍ່ສ້າງທັງໝົດ 388 ຕື້ກວ່າກີບ, ຊຶ່ງນຳໃຊ້ບ້ວງເງິນລົງທຶນຂອງລັດ ແລະ ບ້ວງເງິນລາຍຮັບອື່ນໆຂອງແຂວງ, ມີໄລຍະເວລາຂອງໂຄງການກໍ່ສ້າງ 60 ເດືອນໂດຍແມ່ນບໍລິສັດຄູນໄຊພັດທະນາກໍ່ສ້າງຈຳກັດເປັນຜູ້ຮັບເໝົາ.

  ໃນໂອກາດດັ່ງກ່າວທ່ານ ທ່ອນ ແກ້ວ ພຸດທະໄກຍະລາດ ກໍ່ໄດ້ກ່າວຍ້ອງຍໍຜົນສຳເລັດຂອງວິຊາການທີ່ໄດ້ຕິດຕາມຊຸກຍູ້ຢ່າງໃກ້ຊິດ ແລະເຮັດຖືກຕາມເຕັກ ນິກວິຊາການ, ຊົມເຊີຍມາຍັງບໍລິສັດຜູ້ຮັບເໝົາກໍ່ຄືພະນັກງານກຳມະກອນທີ່ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາເຮັດໜ້າທີ່ຂອງຕົນຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ, ຈາກນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງວິຊາການກໍ່ຄືບໍລິສັດຜູ້ຮັບເໝົາຈົ່ງໄດ້ພ້ອມກັນເອົາໃຈໃສ່ເຮັດໃຫ້ຖືກຕາມເຕັກນິກວິຊາການ, ໃຫ້ໄດ້ທັງປະລິ ມານ ແລະຄຸນນະພາບເພາະທາງເສັ້ນນີ້ຈະເປັນເສັ້ນທາງສາຍຫຼັກອີກເສັ້ນໜຶ່ງທີ່ຈະນຳໄປສູ່ການພັດທະນາໃນອະນາຄົດ.