ຈັບສອງອ້າຍ-ນ້ອງລັກຊັບ

  ວັນທີ 30 ສິງຫາຜ່ານມານີ້ເຈົ້າໜ້າທີ່ຕຳຫຼວດໜ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງແຂວງວຽງຈັນ ເຂົ້າຈັບຕົວ ທ້າວ ຂັນທອນ ຫຼື ເລ້ ອາຍຸ 33 ປີ, ທ້າວ ທອງວອນ ຫຼືເປ ອາຍຸ 30 ປີທັງສອງຄົນເປັນກຳມະກອນຢູ່ບ້ານນາຍາງເມືອງໂພນໂຮງໃນຂໍ້ຫາລັກຊັບມາດໍາເນີນການສືບສວນ-ສອບສວນ.

 ຜ່ານການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ ທ້າວ ເລ້ ໄດ້ໃຫ້ການຮັບສາລະພາບວ່າ: ໃນເດືອນມິຖຸນາ-ກໍລະກົດ 2019 ຜູ້ກ່ຽວແມ່ນໄດ້ລົງມືລັກຊັບປະເພດລົດຈັກ ຈໍານວນ 5 ຄັນ ໃນນີ້ມີລົດຊູເມີເອັກ ຈໍານວນ 3 ຄັນ ຢູ່ຂອບເຂດໂຮງຮຽນສ້າງຄູບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ, ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ, ບ້ານພະຂາວ ເມືອງໄຊທານີນະຄອນຫຼວງວຽງຈັນ ແລະລົດຈັກເວັບຮ້ອຍຈໍານວນ 2 ຄັນລັກ ຢູ່ຂອບເຂດທາງແບ່ງ ເມືອງໂພນໂຮງ ແລະ ຢູ່ເຂດຕັດໃໝ່ຂອບເຂດ ບ້ານໂພນໝີ ເມືອງວຽງຄໍາ ແຂວງວຽງຈັນ ສ່ວນວິທີລັກລົດແຕ່ລະຄັ້ງແມ່ນຜູ້ກ່ຽວໄດ້ຂີ່ລົດໂດຍສານໄປເມື່ອສັງເກດເຫັນລົດຈັກຈອດຢູ່ແຄມມທາງຜູ້ກ່ຽວກໍ່ລົງລົດໂດຍສານສັງເກດເບິ່ງບໍ່ເຫັນເຈົ້າຂອງລົດຜູ້ກ່ຽວຈຶ່ງລົງມືລັກໂດຍໃຊ້ກະແຈໂຕເຕ້ງັດເມື່ອໄດ້ລົດມາແລ້ວກໍ່ເອົາໄປຂາຍໃຫ້ປະຊາຊົນບ້ານໄກ້ຄຽງໃນລາຄາ 2,5 ລ້ານກີບ ຫາ 4,5 ລ້ານກີບ.

  ນອກຈາກນັ້ນຜູ້ກ່ຽວກັບ ທ້າວ ເປ (ຜູ້ເປັນນ້ອງຊາຍ) ຍັງໄດ້ຮັບສາລະພາບຕື່ມອີກວ່າໃນຊ່ວງເດືອນມີຖຸນາ 2019 ຜ່ານມາພວກກ່ຽວໄດ້ຮ່ວມກັນດຶງກະເປົາຢູ່ຂອບ ເຂດບ້ານນາໂພເໜືອໄດ້ໂທລະຊັບ 2 ເຄື່ອງ ພ້ອມເງິນສົດ 1,6 ລ້ານກີບ ແລະໄດ້ໄປດຶງສາຍຄໍຄ້າຍຄືຄໍາປະຊາຊົນບ້ານຊ້າງໃຫຍ່ ເມືອງໂພນໂຮງ ທີ່ກໍາລັງລ້ຽງງົວຢູ່ຄັງ ແຕ່ບໍ່ສໍາເລັດຍ້ອນເຈົ້າຂອງຊັບໄດ້ຕໍ່ສູ້ຄືນພວກກ່ຽວທັງສອງຈຶ່ງໄດ້ຂີ່ລົດໝີໄປ, ສ່ວນເງິນທີ່ໄດ້ຈາກການລັກຊັບ, ປຸ້ນຊັບແມ່ນໄດ້ເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ ອີກສ່ວນໜຶ່ງແມ່ນເອົາຊື້ຢາບ້າມາເສບຈາກນັ້ນເຈົ້າໜ້າທີ່ຕຳຫຼວດໜ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ຈຶ່ງລົງຕິດຕາມເປົ້າໜາຍທີ່ຕ້ອງສົງໃສຢູ່ຂອບເຂດບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ ຈຶ່ງສາມາດຈັບຕົວ ທ້າວ ຂັນທອນ ຫຼື ເລ້, ທ້າວ ທອງວອນ ຫຼືເປ ໄດ້ໃນຄັ້ງວັນທີ 30 ສິງຫາ 2019 ຜ່ານມາໃນຂໍ້ກ່າວຫາລັກຊັບ ແລະຊິງຊັບພົນລະເມືອງ.

------

 ປະຈຸບັນເຈົ້າໜ້າທີ່ໄດ້ເລັ່ງທໍາການສືບສວນ-ສອບສວນພວກກ່ຽວທັງສອງຄົນເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດພ້ອມທັງເກັບກູ້ເຄື່ອງຂອງກາງປະເພດລົດຈັກໄດ້ຈຳນວນ 4 ຄັນມາເກັບຮັກສາໄວ້ຢູ່ພະແນກຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ເພື່ອສະຫຼຸບລາຍງານໃຫ້ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍໃນຂັ້ນຕໍ່ໄປ,ສ່ວນລົດອີກໜຶ່ງຄັນ ແລະ1,6ລ້ານກີບແມ່ນກໍາລັງສືບຕໍ່ເກັບກູ້.

____________

ຂຽນໂດຍປກສ ແຂວງວຽງຈັນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ