ປກສ ເມືອງຍົມມະລາດ ປິດອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດ

  ໃນວັນທີ 24 ທັນວາ 2019 ທີ່ຫ້ອງການກຸ່ມບ້ານພີດເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດພິທີປິດຝຶກອົບຮົມໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດພາຍຫຼັງທີ່ໄດ້ສຶກສາອົບຮົມມາເປັນເວລາ 10 ວັນ ໃຫ້ກຽດເປັນປະທານໂດຍທ່ານ ພັທ ຄຳອອນ ອຸດົມສິງ ຫົວໜ້າກອງບັນຊາການ ປກຊ ເມືອງໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆ ຍົມມະລາດ ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງ, ຂະແໜງການຕ່າງໆຂອງ ປກສ ເມືອງ, ພໍ່ແມ່ປະຊາຊົນ ແລະ ຜູ້ເຄາະຮ້າຍຈາກຢາເສບຕິດເຂົ້າຮ່ວມ.

  ຊຸດຝຶກອົບຮົມດັ່ງກ່າວເຈົ້າໜ້າທີ່ໄດ້ນຳເອົາຂໍ້ຕົກລົງເອກະສານ, ກົດລະບຽບ ແລະ ກົດໝາຍຕ່າງໆເຜີຍແຜ່ໃຫ້ແກ່ກຸ່ມເປົ້າໝາຍໄດ້ສຶກສາອົບຮົມສ້າງບົດບັນທຶກຮ່ວມກັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ຊຶ່ງທັງໝົດແມ່ນໄດ້ຍອມຮັບ ສາລະພາບໃນນັ້ນ ມີຜູ້ຖືກເຄາະຮ້າຍຈາກຢາເສບຕິດພາຍໃນກຸ່ມບ້ານພີດຈຳນວນ 57 ຄົນ ແລະ ກຸ່ມບ້ານຍົມມະລາດຈຳນວນ 2 ຄົນ ລວມທັງໝົດ 59 ຄົນ ຊຶ່ງເຈົ້າໜ້າທີ່ ແລະ ພະນັກງານກໍ່ໄດ້ນຳເອົາມາສຶກສາອົບຮົມສັ່ງສອນກ່າວເຕືອນ ແລະ ສ້າງບົດບັນທຶກກັບກຸ່ມຜູ້ເຄາະຮ້າຍຈາກຢາເສບຕິດດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ.

 ນອກຈາກນັ້ນຍັງໄດ້ນິມົນພະສົງມາເຜີຍແຜ່ທຳມະເທດສະໜາສັ່ງສອນໃຫ້ແກ່ຜູ້ຖືກເຄາະຮ້າຍໄດ້ຮັບຮູ້ ແລະເຂົ້າໃຈຕໍ່ຜົນຮ້າຍຂອງສິ່ງເສບຕິດວ່າ: ຜູ້ເສບຕາຍ, ຜູ້ຂາຍຕິດຄຸກ ແລະ ຜູ້ເປັນທຸກແມ່ນພໍ່ແມ່ຍາດຕິພີ່ນ້ອງ, ໃນພິທີດັ່ງກ້າວຜູ້ຖືກເຄາະຮ້າຍຈາກຢາເສບຕິດໄດ້ປະຕິຍານຕົນຕໍ່ການຈັດຕັ້ງ-ພາກສ່ວນກ່ຽວຂ້ອງ ແລະ ກິນນໍ້າມົນສາບານຕົນດ້ວຍ.

-----------------

ຂຽນໂດຍ: ຄໍາພູວາ ໄຊຍະອ່ອນຕາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ