ອັດຕະປືຫັນລ້ຽງສັດ ແບບທໍາມະຊາດໄປສູ່ວິິທະຍາສາດ

 ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາກະສິກຳ ແລະປ່າໄມ້ 5 ປີ ຄັ້ງທີ VIII ໃນທ້າຍສະໄໝ ແຂວງອັດຕະປື ໄດ້ປະສົບກັບຫຼາຍບັນຫາອັນເນື່ອງມາຈາກໄພທຳມະຊາດ ຫຼື ການປ່ຽນແປງດິນຟ້າອາກາດເຮັດໃຫ້ແຜນການການພັດທະນາມີຫຼາຍອັນຍັງບໍ່ທັນໄດ້ບັນລຸຕາມແຜນການ, ແຕ່ເຖິງຢ່າງໃດກໍຕາມໃນໄລຍະທີ່ແຂວງອັດຕະປືປະເຊີນກັບບັນຫາຈາກສະພາບການດັ່ງກ່າວຄະນະພັກອໍານາດການປົກຄອງຂອງແຂວງອັດຕະປືກໍຄືພະແນກກະສິກຳ ແລະ ປ່າໄມ້ໄດ້ມີການຊຸກຍູ້ຊາວກະສິກອນ, ພາກສ່ວນນັກ ທຸລະກິດຂະໜາດນ້ອຍ ໃຫ້ຫັນການລ້ຽງສັດແບບທໍາມະຊາດກ້າວໄປສູ່ການລ້ຽງສັດແບບນໍາໃຊ້ເຕັກນິິກວິທະຍາສາດທີ່ທັນສະໄໝເພື່ອຫັນການຜະລິດໃຫ້ໄດ້ຫຼາຍກາຍເປັນສິນຄ້າສົ່ງອອກພາຍໃນ ແລະ ຕ່າງປະເທດ.

  ທ່ານ ບຸນເສີດ ເສດທິລາດ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງອັດຕະປືໄດ້ໃຫ້ສຳພາດວ່າ: ມະຕິ X ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງໄດ້ກຳນົດແນວທາງຍຸດທະສາດ, ບາດກ້າວເດີນ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ມີການພັດທະນາໂດຍສອດຄ່ອງກັບເງື່ອນໄຂສະພາວະຄວາມເປັນຈິງຍິ່ງຂຶ້ນໃນນັ້ນ ຂົງເຂດວຽກງານກະສິກຳ-ປ່າໄມ້ ໂດຍສະເພາະໃນສົກປີ 2019 ຜ່ານມາ ແຂວງອັດຕະປືໄດ້ຊຸກຍູ້ປູພື້ນຈັດສັນອາຊີບໃຫ້ເປັນຂະບວນການຜະລິດໂດຍສະເພາະຫັນການລ້ຽງສັດດ້ວຍຮູບແບບຈາກທຳມະຊາດໃຫ້ກາຍມາເປັນຮູບແບບນໍາໃຊ້ເຕັກນິິກວິທະຍາສາດທີ່ທັນສະໄໝເປັນຕົ້ນແມ່ນການລ້ຽງແບບຟາມຊຶ່ງທົ່ວແຂວງອັດຕະປືມີຄວາຍ 29.426 ໂຕ, ງົວ 35.198 ໂຕ, ໝູ 28.323 ໂຕ, ແບ້ 7.956 ໂຕ, ສັດປີກ 255.663 ໂຕ ມີຟາມລ້ຽງສັດແບບຄວບຄົວທັງໝົດ 41 ຟາມ ລວມມີສັດລ້ຽງທັງໝົດ 37.700 ໂຕ ໃນນີ້ຄວາຍ 86 ໂຕ,ງົວ 2.569 ໂຕ, ໝູ 365 ໂຕ, ມີບາງຟາມສາມາດຜະລິດລູກໝູໄດ້ 6.000 ໂຕຕໍ່ປີ,ມີແບ້-ແກະ 1.000 ໂຕ, ສັດ ປີກ 13.715 ໂຕ, ສະໜອງໄຂ່ໄດ້ 303 ແຕະຕໍ່ວັນ, ລ້ຽງປາມີ 2,98 ລ້ານໂຕ,ຜົນຜະລິດໄດ້ 106 ໂຕນ,ເດັ່ນກວ່າໝູ່ແມ່ນການລ້ຽງປາທີ່ນຳໃຊ້ເຕັກນິກຊິວະພາບສະເລ່ຍ ໄດ້ 40 ໂຕນຕໍ່ປີ, ໄດ້ມີການສົ່ງເສີມການປູກຫຍ້າເປັນອາຫານສັດທັງໝົດ 65 ເຮັກຕາ, ສາມາດຜະລິດອາຫານສັດໄດ້ 40-50 ໂຕນຕໍ່ເດືອນ.

  ສະເພາະໃນສົກປີ 2019 ໄດ້ສົ່ງອອກສັດພາຍໃນ ແລະຕ່າງປະເທດມີທັງໝົດ 6.045 ໂຕ, ໃນນັ້ນຄວາຍ, ງົວ, ໝູ, ແບ້, ສັດປີກ ແລະປາ.

----------------

ຂຽນໂດຍ:  ເທວາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ