ອົງຄະນະພັກເມືອງງອຍ ໄຂກອງປະຊຸມໃຫຍ່ ຄັ້ງທີ XI

  ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງອຍຄັ້ງທີ XI ໄດ້ໄຂຂຶ້ນ ໃນວັນທີ 25-26 ທັນວາ ມີສະຫາຍ ຄໍາຂັນ ຈັນທະວີສຸກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຫຼວງພະບາງ,ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ 127 ສະຫາຍ, ຍິງ 6 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.

 ສະຫາຍ ຄຳດີ ຈິດຕະປັນຍາ ຮັກສາການເລຂາພັກເມືອງໄດ້ກ່າວເປີດກອງປະຊຸມພ້ອມທັງຜ່ານຮ່າງລາຍງານການເມືອງວ່າ: ກອງປະຊຸມໃຫຍ່ຄັ້ງນີ້ດຳເນີນພາຍໃຕ້ຄໍາຂວັນ “ສ້າງເມືອງງອຍໃຫ້ກາຍເປັນເມືອງທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ຕິດພັນກັບການຜະລິດກະສິກໍາເປັນສິນຄ້າແບບຍືນຍົງ”, ເປັນທາງຜ່ານເຊື່ອມຕໍ່ໄປສູ່ບັນດາເມືອງ, ແຂວງພາກເໜືອ, ນະຄອນດຽນບ່ຽນ ສສ ຫວຽດນາມ ແລະ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານເທື່ອລະກ້າວໂດຍໄດ້ຕີ ລາຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງງອຍແຕ່ປີ 2015- 2019 ຕະຫຼອດໄລຍະ 5 ປີ ແຫ່ງ ການນໍາພາວຽກງານຮອບດ້ານຂອງອົງຄະນະພັກເມືອງງອຍໄດ້ເຮັດໃຫ້ທົ່ວເມືອງມີຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການພັດທະນາເສດຖະກິດເປັນໃຈກາງຕາມທິດຍືນຍົງໄດ້ຮັບການຈັດຕັ້ງປະຕິບັດຢ່າງ

ຕໍ່ເນື່ອງ, ຍ້ອນທຸກຂົງເຂດວຽກງານໄດ້ຫັນເອົາຄາດໝາຍມະຕິກອງປະຊຸມ ໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງເປັນແຜນການ, ໂຄງການຈຸດສຸມອັນລະອຽດຂອງແຕ່ລະຂົງເຂດວຽກງານໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີແຕ່ຫົວທີ,ການປຸກລະດົມທຶນ, ລົງທຶນຈາກທຸກພາກສ່ວນໄດ້ດໍາເນີນເປັນປົກກະຕິ ແລະຖືກທິດ; ທຸລະກິດຂະໜາດນ້ອຍ,ຂະບວນການຜະລິດເປັນສິນຄ້າ, ການປູກຝັງ-ລ້ຽງສັດ,ຫັດຖະກຳໄດ້ຮັບການຊຸກຍູ້ສົ່ງເສີມ,ການພັດທະນາການທ່ອງທ່ຽວໄດ້ດໍາເນີນໄປຢ່າງແຂງແຮງ; ການກໍ່ສ້າງພື້ນຖານໂຄງລ່າງໄດ້ຮັບການຈັດຕັ້ງປະຕິບັດດ້ວຍການນຳໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ແລະ ການມີສ່ວນຮ່ວມຂອງປະຊາຊົນຢ່າງກວ້າງຂວາງ, ອັນໄດ້ສ້າງເງື່ອນໄຂ, ສິ່ງເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າດີຂຶ້ນເປັນກ້າວໆ; ເສດຖະ ກິດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບສະເລ່ຍ 7,8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນເມືອງ (GDP) ປີ 2019 ບັນລຸໄດ້ 305 ຕື້ກີບ, ສະເລ່ຍລາຍຮັບໄດ້ 9,8 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.227 ໂດລາຕໍ່ຄົນຕໍ່ປີ.

  ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງງອຍ ຄັ້ງທີ XI ຈະພິຈາລະນາຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດສັງຄົມຂອງເມືອງໃນ 5 ປີຕໍ່ໜ້າທັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະເລືອກເອົາຜູ້ແທນສົມບູນ-ສຳຮັງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຕື່ມອີີກ.

-----------------

ຂຽນໂດຍ: ອາພຸດເດດ ບຸບຜາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ