ສພຊ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9

  ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ X, ເຜີຍແຜ່ເອກະສານສໍາຄັນຕ່າງໆຂອງພັກ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກພາຍໃນອົງຄະນະພັກສະພາແຫ່ງຊາດໃນວັນທີ 24 ທັນວາ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ຮອງເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການສູນກາງພັກ,ອົງການສໍາຮອງສູນກາງພັກ, ຄະນະກົມ, ຄະນະສູນ, ຄະນະພະແນກ, ສະມາຊິກພັກສົມບູນ-ສໍາຮອງພາຍສະພາແຫ່ງຊາດເຂົ້າຮ່ວມ.

 ທ່ານ ວຽງແກ້ວ ວັນນະຈັກ ຮອງເລຂາຄະນະພັກຮາກຖານຄະນະເລຂາທິການ, ຫົວໜ້າກົມຈັດຕັ້ງ-ພະນັກງານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເຮັດໃຫ້ສະມາສິກພັກ, ພະນັກງານຫຼັກແຫຼ່ງພາຍໃນສະພາແຫ່ງຊາດມີຄວາມຮັບຮູ້ ແລະ ເຂົ້າໃຈກໍາໄດ້ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງ ທີ 9 ສະໄໝທີ X ເພື່ອຫັນມາເປັນແຜນວຽກລະອຽດ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄປຕາມແນວທາງນະໂຍ ບາຍຂອງພັກໃນແຕ່ລະໄລຍະ, ເຮັດໃຫ້ຮາກຖານພັກ, ໜ່ວຍພັກ, ສະມາຊິກພັກເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານຂະຫຍາຍພັກ,ໃຫ້ບັນດາໜ່ວຍພັກ,ສະມາຊິກພັກເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມກໍາແໜ້ນ ແລະຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງການຂະຫຍາຍພັກໃຫ້ຮັບປະກັນທາງດ້ານປະລິມານ ແລະຄຸນນະພາບຫຼາຍຂຶ້ນກວ່າເກົ່າ, ສ້າງແຜນກໍ່ສ້າງ-ບໍາລຸງພະນັກງານນໍາພາ-ຄຸ້ມຄອງຕິດພັນກັບແຜນກໍານົດພະນັກງານ, ຮັບປະກັນການສ້າງພະນັກງານໃຫ້ໄດ້ຕາມມາດຕາຖານຕໍາແໜ່ງງານທີ່ໄດ້ກໍານົດໄດ້ ແລະ ຍົກສູງຄວາມຮູ້, ຄວາມສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.

  ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ X, ຊຶ່ງທັງໝົດກໍເພື່ອເປັນການເຊື່ອມຊຶມ, ຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງຂອງກົມການເມືອງສູນການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄໍາແນະນໍາຄະນະຈັດຕັ້ງສູນກາງພັກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບເຮັດໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງຮັບຮູ້ເຂົ້າໃຈ, ກໍາແໜ້ນ ແລະ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ, ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງພະນັກງານຫຼັກແຫຼ່ງ, ສະນັ້ນສະພາແຫ່ງຊາດຈຶ່ງໄດ້ຕົກລົງມອບບັດສະມາຊິກພັກພະນັກງານພາຍໃນສະພາແຫ່ງຊາດຈໍານວນ 35 ສະຫາຍ, ຍິງ 15 ສະຫາຍ.

__________

ຂຽນໂດຍ: ວົງມະນີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ