ເຂດເສດຖະກິດພິເສດ ສາມຫຼ່ຽມຄຳໃຊ້ທຶນພັດທະນາແລ້ວ 12,7 ພັນຕື້ກີບ

   ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນໂຄງການເສດຖະກິດ ແລະທ່ອງທ່ຽວຄົບວົງຈອນໂດຍສ້າງຕັ້ງຕາມດຳລັດຂອງນາ ຍົກສະບັບເລກທີ 090/ນຍ, ລົງວັນທີ 4 ກຸມພາ 2010 ໄດ້ອະນຸມັດສ້າງຕັ້ງເປັນເຂດເສດຖະກິດພິເສດສາມຫຼ່ຽມຄຳຊຶ່ງແມ່ນກຸ່ມບໍລິສັດດອກງິ້ວຄຳສາກົນຈໍາກັດ ເປັນຜູ້ສໍາປະທານໃນເວລາ 99 ປີ ມີໃນເນື້ອທີ່ທັງໝົດ 10 ພັນເຮັກຕາໃນນັ້ນພື້ນທີ່ເຂດພັດທະນາແມ່ນ 3 ພັນເຮັກຕາ ແລະເຂດປ່າສະຫງວນ 7 ພັນເຮັກຕາປະຈຸບັນແມ່ນໄດ້ລົງມືພັດທະນາໄປແລ້ວເນື້ອທີ່ 1 ພັນເຮັກຕາ ແລະລົງທຶນທັງໝົດປະມານ 1,5 ຕື້ໂດລາ ຫຼື ປະມານ 12,7 ພັນຕື້ກີບ.

  ອີງຕາມຂໍ້ມູນການເປີດເຜີຍຈາກສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ຮູ້ວ່າ: ຜ່່ານການພັດທະນາມາແຕ່ປີ 2010 ຈົນຮອດປະຈຸບັນແມ່ ນໄດ້ລົງມືພັດທະນາໄປແລ້ວໃນເນື້ອທີ່ 1 ພັນເຮັກຕາ ແລະລົງທຶນທັງໝົດປະມານ 1,5 ຕື້ໂດລາ ໃນນັ້ນໄດ້ແບ່ງອອກເປັນຫຼາຍເຂດພັດທະນາຄື: ການເງິນ, ລະບົບໄຟຟ້າ ແລະນ້ຳປະປາ, ການຄົມມະນາຄົມຂົນສົ່ງ ແລະການຄ້າ, ການສຶກສາ-ການແພດ ແລະສະຖານທີ່ການທ່ອງທ່ຽວແບບຄົບວົງຈອນໃຫ້ເປັນເມືອງພັດທະນາທີ່ທັນສະໄໝ.

  ສຳລັບໂຄງການທີ່ກຳລັງກໍ່ສ້າງໃນປະຈຸບັນແມ່ນດອນທ່ອງທ່ຽວວັດທະນະທຳເຂດດອນຊາວ ແລະຕຶກຫ້ອງການດ່ານທ່າເຮືອຂົນສົ່ງສິນຄ້າສາກົນນອກນັ້ນຍັງມີແຜນພັດທະນາສ້າງໂຄງການຂະຫຍາຍອອກຕື່ມອີກເຊັ່ນ: ສ້າງສະໜາມກັອບ, ສວນສັດສາມຫຼ່ຽມ, ຖະໜົນ 170 ແມັດ ແລະໂຮງງານກຳຈັດຂີ້ເຫຍື້ອ.

  ພາຍຫຼັງໂຄງການພັດທະນາສ້າງສຳເລັດຈະສາມາດດຶງດູດເອົານັກລົງທຶນເຂົ້າມາລົງທຶນໃນເຂດດັ່ງກ່າວໄດ້, ໂດຍຫົວໜ່ວຍທຸລະກິດທີ່ມີໃນປະຈຸບັນສ່ວນຫຼາຍແມ່ນລົງທຶນໃສ່ການບໍລິການ, ການຄ້າ, ການທ່ອງທ່ຽວ, ຮ້ານອາຫານ, ການບັນເທີງ, ທັງນັ້ນກໍເພື່ອສ້າງໃຫ້ເປັນເວທີການຮ່ວມມືເປັນສູນກາງເຕົ້າໂຮມແຈ ກຢາຍຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະຍັງສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນຫຼາຍປະເທດໃນພາກພື້ນນຳອີກ, ເປັນຕົ້ນແມ່ນລາວ, ຈີນ, ມຽນມາ ແລະໄທ.