ນາຍົກ ເນັ້ນການຄຸ້ມຄອງ ແລະ ພັດທະນາສີມືແຮງງານຕ້ອງມີຄຸນນະພາບ

  ໃນວັນທີ 30 ມັງກອນ 2019 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແຮງງານ ແລະສະຫວັດດີການສັງຄົມທົ່ວປະເທດປະຈໍາປີ 2018 ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາພະແນກການແຮງງານ ແລະສະຫວັດດີການສັງຄົມໃນຂອບເຂດທົ່ວປະເທດພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

  ໂອກາດດັ່ງກ່າວ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ລາຍງານໃຫ້ຊາບວ່າ: ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາຂະແໜງແຮງງານ ແລະສະຫວັດດີການສັງຄົມໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດຂອງຕົນ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ: ວຽກແຮງງານ: ໄດ້ສ້າງກົນການພັດທະນາສີມືແຮງງານຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະພາກເອກະຊົນ, ສ້າງລະບົບການຈັດ ຫາວຽກເຮັດງານທໍາ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດ; ວຽກງານສະຫວັດດີການສັງຄົມ: ຂະຫຍາຍອັດຕາການປົກຫຸ້ມປະກັນສັງຄົມຫຼາຍຂຶ້ນ, ປະຕິບັດການອຸດໜູນປະເພດຕ່າງໆ ແລະ ຄຸ້ມຄອງບໍລິຫານກອງທຶນປະກັນສັງຄົມແຫ່ງຊາດຢ່າງມີປະສິດທິຜົນດີຂຶ້ນ; ວຽກງານແກ້ໄຂໄພພິບັດ: ໄດ້ໃຫ້ທຶນການຊ່ວຍເຫຼືອແກ້ໄຂສຸກເສີນໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ໄດ້ຈັດຕັ້ງລະດົມການຊ່ວຍເຫຼືອຈາກທົ່ວສັງຄົມ ແລະຮັບເອົາການຊ່ວຍເຫຼືອຈາກສາກົນເພື່ອຈັດສົ່ງໃຫ້ຜູ້ປະສົບໄພພິບັດໃນຂອບເຂດທົ່ວປະເທດ; ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ: ໄດ້ມີການສໍາຫຼວດຕາມຈຸດຫຼັກຖານລະເບີດບໍ່ທັນແຕກສາມາດກໍານົດເປັນເຂດສະເພາະ ແລະເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ພ້ອມທັງມີການທໍາລາຍເປັນຢ່າງດີ; ວຽກງານກາແດງ: ໄດ້ເຄື່ອນໄຫວຮັບບໍລິຈາກເລືອດ ແລະເບີກຈ່າຍໃຫ້ບັນດາໂຮງໝໍຕ່າງໆ, ຊ່ວຍເຫຼືອຜູ້ປະສົບອຸບັດເຫດຕາມທ້ອງຖະໜົນ; ວຽກງານການສ້າງນິຕິກໍາ: ໄດ້ຄົ້ນຄວ້າສ້າງກົດໝາຍ ແລະ ລະບຽບການຕ່າງໆທີ່ເປັນເຄື່ອງມືສໍາຄັນໃນການຄຸ້ມຄອງບໍລິຫານວຽກງານ ແລະ ການຈັດຕັ້ງປະຕິບັດຢ່າງກວ້າງຂວາງ ແລະມີຄວາມສັກສິດກວ່າເກົ່າ.

  ໃນຕອນທ້າຍກອງປະຊຸມ, ທ່ານນາ ຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກຕໍ່ຄະນະພັກ-ຄະນະນໍາກໍຄືຂະແໜງແຮງງານ ແລະສະຫວັດດີການສັງຄົມສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມ ໃນປີ 2019, ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ຫຼື SDGs ໃຫ້ສໍາເລັດລວມທັງບັນດາສິ່ງທ້າທາຍ ແລະບັນຂໍ້ຫາຄົງຄ້າງໃນປີຜ່ານມາ. ກ່ອນອື່ນທ່ານໄດ້ຕີລາຄາສູງ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ແລະໝາກຜົນທີ່ຂະແໜງ ແຮງງານ ແລະສະຫວັດດີການສັງຄົມ ຍາດມາໄດ້ໃນໜຶ່ງປີຜ່ານມາເວົ້າລວມ ແມ່ນສາມາດເຮັດຫຼ້ອນໜ້າທີ່ການເມືອງຕາມການມອບໝາຍຂອງຂັ້ນເທິງມີຜົນສໍາເລັດເປັນຢ່າງດີ.

  ຄຽງຄູ່ກັນນັ້ນ, ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະເອົາໃຈໃສ່ບາງດ້ານເປັນຕົ້ນເອົາໃຈໃສ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໂດຍສະເພາະກະຊວງ ສຶກສາທິການ ແລະກີລາເພື່ອຫັນຄ່ານິຍົມໃນການສຶກສາຮໍ່າຮຽນ ແລະປະກອບ ອາຊີບຂອງຄົນໃນສັງຄົມເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງສັງຄົມກໍ່ຄືການພັດທະນາເສດຖະກິດ-ສັງຄົມ; ເອົາໃຈໃສ່ສ້າງຄົນໃຫ້ມີຄຸນນະພາບເມື່ອຮຽນຈົບແລ້ວໃຫ້ສາມາດປະກອບອາຊີບ, ມີວຽກເຮັດງານທໍາ ແລະມີລາຍໄດ້ທີ່ດີ; ການພັດທະນາແຮງງານລາວຕ້ອງສາມາດຕອບສະໜອງກັບການພັດທະນາໃນແຕ່ລະໄລຍະໂດຍສະເພາະໃນຍຸກປະຕິວັດອຸດສາຫະກໍາ 4.0 ພ້ອມດຽວກັນນັ້ນໃຫ້ເອົາໃຈໃສ່ພັດທະນາສີມືແຮງງານຂອງລາວໃຫ້ທຽບທັນ ແລະໄດ້ມາດຕະຖານກັບບັນດາປະເທດໃນພາກພື້ນ ແລະສາກົນ; ເອົາໃຈໃສ່ຄຸ້ມຄອງແຮງານພາຍໃນ ແລະແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດລວມທັງການຄຸ້ມຄອງແຮງງານຕ່າງປະເທດທີ່ເຂົ້າມາທໍາມາຫາກິນຢູ່ ສປປ ລາວໃຫ້ດີ;ສ້າງໃຫ້ເປັນຂະບວນການ ແລະມີການຍ້ອງຍໍຕໍ່ຜູ້ທີ່ມີຜົນງານທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາວຽກງານແຮງງານ ແລະສະຫວັດດີການສັງຄົມ; ປັງປຸງນະໂຍບາຍ ແລະໂຄງປະກອບຂອງວຽກງານປະກັນສັງຄົມໃຫ້ເປັນລະບົບ, ມີການຂະຫຍາຍຕົວ, ໂປ່ງໃສ, ຍືນຍົງ ແລະຫຼາຍຂຶ້ນສໍາຄັນແມ່ນໃຫ້ເອົາໃຈໃສ່ໃນການຮຽນຮູ້ ແລະຖອດຖອນບົດຮຽນວຽກງານດັ່ງກ່າວຈາກບັນດາປະເທດທີ່ມີການພັດທະນາວຽກງານດັ່ງກ່າວໄດ້ດີໄປຄຽງຄູ່ກັບການປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວໃຫ້ມີຄວາມສອດຄ່ອງ, ສົມບູນ, ຈະແຈ້ງ ແລະມີປະສິດທິຜົນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ພັດທະນາງວຽກງານແຮງງານ ແລະ ສະຫວັດດີການສັງຄົມຂອງລາວ.