ໜອງຍື່ງແຫຼ່ງທ່ອງທ່ຽວທາງວັດທະນະທຳທີ່ຕິດພັນກັບທຳມະຊາດ

   ເມືອງນາໝໍ້ຫຼາຍໆຄົນກໍຄົງເຄີຍໄດ້ຍິນເພາະເປັນເມືອງທີ່ຂຶ້ນຊື່ດ້ານການທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທໍາອັນຫຼາກຫຼາຍປະກອບດ້ວຍຫຼາຍຊົນເຜົ່ານອກຈາກນີ້ຍັງມີແຫຼ່ງທ່ອງທ່ຽວທາງທໍາມະຊາດເປັນຕົ້ນແມ່ນໜອງຍື່ງອ້ອມຮອບໃນໜອງປະກອບດ້ວຍຕົ້ນໄມ້ນ້ອຍ-ໃຫຍ່ ແລະສັດສາວາສິ່ງຫຼາກ ຫຼາຍຊະນິດເຊັ່ນ: ປາ, ແລນ, ເຕົ່າ ແລະອື່ນໆທີ່ລືຊື່ ແລະມີປະຫວັດຄວາມເປັນມາອັນຍາວນານ ແລະໜ້າສົນໃຈ, ໜອງແຫ່ງນີ້ປະຊາຊົນມັກມາທ່ຽວຫຼິ້ນ  ແລະຊົມບັນຍາກາດທີ່ສົດຊື່ນ. ໜອງຍື່ງຕັ້ງຢູ່ບ້ານພູລີຫ່າງຈາກເທສະບານເມືອງນາໝໍ້ແຂວງອຸດົມໄຊປະມານ 24 ກິໂລແມັດ.

   ຕາມການເລົ່າປາກຕໍ່ປາກສືບຕໍ່ກັນມາໜອງຍື່ງຫຼືພາສາມົ້ງເອີ້ນວ່າ: “ປາຢາ”ມີຄວາມໝາຍວ່າໜອງໂຕເງືອກ. ໃນເມື່ອກ່ອນແມ່ນບ້ານຂອງເຜົ່າກຶມມຸໃນມື້ໜຶ່ງມີຟານຂາວໂຕໜຶ່ງເຂົ້າມາໃນບ້ານປະຊາຊົນຈຶ່ງໄດ້ໄລຈັບຟານຂາວໂຕນັ້ນມາຂ້າປັນກັນກິນແຕ່ມີແມ່ໝ້າຍເຖົ້າໃນຄອບຄົວໜຶ່ງບໍ່ສາມາດເຄື່ອນໄຫວປະກອບສ່ວນແຮງງານກັບຊາວບ້ານໄດ້ເຂົາຈຶ່ງບໍ່ປັນຊີ້ນຟານຂາວໃຫ້ລາວກິນ. ແຕ່ໃນມື້ນັ້ນຕອນແລງມີຊາຍຜູ້ໜຶ່ງຮູບຮ່າງງາມ (ໝາຍຄວາມວ່າຊາຍຄົນນັ້ນແມ່ນເງືອກແປງເປັນຄົນ) ທີ່ແປກໆເຂົາຖາມແມ່ໝ້າຍວ່າ: ແລງນີ້ແມ່ຈະກິນເຂົ້າກັບຫຍັງ? ແມ່ໝ້າຍຕອບວ່າ: ຈະກິນເຂົ້າກັບແຈ່ວຊາຍຜູ້ນັ້ນຕອບວ່າ: ລູກຍ່າງຜ່ານທາງກາງບ້ານມາແຕ່ລະຄອບຄົວເພິ່ນກິນແຕ່ຊີ້ນຟານຂາວນັ້ນຍັງແຕ່ຄອບຄົວແມ່ບໍ່ໄດ້ກິນກໍ່ດີແລ້ວ ແລະລາວໄດ້ແນະນຳໃຫ້ແມ່ໝ້າຍວ່າ: ໃນຄືນນີ້ຮອດກາງຄືນຫຼື 12 ໂມງຝົນຈະຕົກ, ຟ້າເຫຼື້ອມ,  ຟ້າຜ່າແຮງຖ້າແສງຟ້າຜ່າເຫຼື້ອມແຈ້ງໄປທາງໃດໃຫ້ແມ່ແລ່ນໄປທາງແສງຟ້າເຫຼື້ອມເນີແລ້ວຊາຍຄົນນັ້ນກໍ່ໄດ້ຍ່າງອອກໄປ. ເມື່ອຮອດເວລາທີ່ຊາຍຄົນນັ້ນແນະນຳຝົນກໍ່ຕົກ, ຟ້າເຫຼື້ອມ, ຟ້າຮ້ອງແຮງລົງມາແມ່ໝ້າຍກໍ່ໄດ້ປະຕິບັດແລ່ນຕາມຄຳແນະນຳຂອງຊາຍຄົນນັ້ນໄດ້ບອກໃຫ້ຈົນຮອດແຈ້ງຫຼັງຈາກນັ້ນແມ່ໝ້າຍກັບມາເບິ່ງບ້ານຂອງຕົນເອງກາຍເປັນໜອງຍື່ງ (ໜອງເງືອກ) ໃນທີ່ສຸດຍັງເຫຼືອແຕ່ແມ່ເຖົ້າຜູ້ດຽວເພາະລາວບໍ່ກິນຊີ້ນຟານຂາວໂຕນັ້ນ.

   ໜອງຍື່ງເປັນໜອງທີ່ອຸດົມສົມບູນເຕັມໄປດ້ວຍປ່າໄມ້ອັນດົກໜາ ແລະພືດພັນຫຼາຍສິ່ງຫຼາຍຢ່າງນອກຈາກຄວາມສວຍງາມເຫຼົ່ານັ້ນແລ້ວ, ອາກາດກໍຍັງເປັນມິດກັບຜູ້ຄົນທີ່ໄປຍ່າງຫຼິ້ນ ແລະນັກທ່ອງທ່ຽວ, ຍ້ອນວ່າອາກາດສົດຊື່ນເຢັນສະບາຍມີລົມພັດຜ່ານເປັນຮູດໆເໝາະສຳລັບກັບຜູ້ຄົນທີ່ເຮັດວຽກ ງານໜັກໃນຫ້ອງລ້າຫ້ອງການຢາກໄປພັກຜ່ອນຢ່າງຫຼິ້ນ, ກິນເຂົ້າ, ສູບອາກາດສົດ, ຊົມວິວທິວທັດທຳມະຊາດທີ່ຫາບ່ອນອື່ນໃດມາປຽບໄດ້.