ທ່ຽວ 2 ເມືອງໃຕ້ຂອງແຂວງໄຊຍະ ກຸ້ມຄ່າ ແລະມ່ວນຫຼາຍ

  ຄະນະທ່ອງທ່ຽວຂອງພວກເຮົາໄດ້ເດີນທາງສູ່ 2 ເມືອງໃຕ້ ມີເມືອງປາກລາຍ ແລະເມືອງທົ່ງມີໄຊ ແຂວງໄຊຍະບູລີ ເປັນເວລາ 3 ວັນ ແລະໄດ້ກັບສູ່ນະຄອນຫຼວງວຽງ ຈັນ ດ້ວຍຄວາມສະຫວັດດີພາບໃນຕອນແລງຂອງວັນທີ 22 ທັນວາ 2019 ແລະຂໍສະເໜີກ່ອນໜ້ານີ້ເມືອງທົ່ງມີໄຊກໍ່ເປັນບໍລິເວນໜຶ່ງຂອງເມືອງປາກລາຍຊຶ່ງໄດ້ແຍກຕົວເປັນເມືອງໃໝ່ໃນລະຫວ່າງປະມານທ້າຍຊຸມ ປີ 90 ແລະ2 ເມືອງນີ້ຍັງມີເງື່ອນໄຂ, ທີ່ຕັ້ງ ແລະທ່າແຮງທີ່ບົ່ມຊ້ອນຢ່າງຫຼວງຫຼາຍເປັນຕົ້ນດິນດຳນໍ້າຊຸ່ມ, ມີຫ້ວຍ ນໍ້າຫຼາຍສາຍ, ມີດ່ານຊາຍແດນເບື້ອງຕາເວັນຕົກຕິດກັບປະເທດໄທ ເປັນປາກປະຕູເຂົ້າ-ອອກເມືອງ ແລະກາຍເປັນເມືອງ ຜ່ານທີ່ມີຄວາມສະດວກໃນການຄ້າຂາຍຜົນຜະລິດກະສິກຳ, ການຄ້າ-ການທ່ອງທ່ຽວ ແລະອື່ນໆ.

  ການເດີນທາງສູ່ 2 ເມືອງນີ້ເມື່ອກ່ອນເດີນທາງດ້ວຍເຮືອແຕ່ດຽວນີ້ເພິ່ນນິຍົມກັນເດີນທາງໆລົດທີ່ມີຄວາມສະດວກສະບາຍໂດຍມີ 3 ເສັ້ນທາງທີ່ຈາກນະຄອນຫຼວງວຽງຈັນ ໄປຍັງເມືອງໄຊຍະບູ ລີຜ່ານເມືອງພຽງເຂົ້າເມືອງປາກລາຍສູ່ເມືອງທົ່ງມີໄຊ ຊຶ່ງມີໄລຍະທາງທີ່ໄກຫຼາຍ; ແຕ່ຍັງມີ 2 ເສັ້ນທາງທີ່ເນັ່ງຈາກນະຄອນວຽງຈັນສູ່ເມືອງຊະນະຄາມ ແຂວງວຽງຈັນ ແລະ ຈາກຊະນະຄາມລຽບແຄມແມ່ນໍ້າຂອງມີພູໜ້ອຍແຕ່ເປັນທາງດິນແດງ, ຫຼາຍແຫ່ງເປັນຂຸມ ແລະ ຂີ້ຝຸ່ນ; ສ່ວນໃຫຍ່ຄົນມັກເດີນທາງທີ່ປູຢາງຂຶ້ນທາງພູໃຫຍ່ສູ່ຂົວຂ້າມແມ່ນໍ້າຂອງບ້ານຄົກເຂົ້າດໍ-ບ້ານນາສັກ (ເມືອງຊະນະຄາມ-ເມືອງ ປາກລາຍ) ຊຶ່ງໃນຂະນະນີ້; ທາງຝ່າຍໂຍທາທິການກຳລັງບຸກເບີກຂະຫຍາຍໜ້າທາງ ແລະຕັດທາງພູທີ່ສູງໃຫ້ຕ່ຳລົງກ່ວາເກົ່າສ້າງເງື່ອນໄຂອັນດີໃຫ້ການໄປມາໄດ້ຢ່າງສະດວກສະບາຍ.

 ຕະຫຼອດ 3 ວັນ, ພວກເຮົາຍັງພົບກັບເພື່ອນມິດສະຫາຍ, ອ້າຍນ້ອງຫຼາຍຄົນ; ແຕ່ໃນຂະນະນີ້, ຊາວເມືອງທັງ 2 ພວມກະກຽມຮອບດ້ານເພື່ອເປັນຜົນງານໄວ້ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນເປັນຕົ້ນປະດັບປະດາສຳນັກງານ-ອົງການ, ອາຄານບ້ານຊ່ອງ, ເສັ້ນທາງ ແລະ ໄດ້ເຮັດການຜະລິດເຂົ້ານາແຊງ, ຂົນສົ່ງມັນຕົ້ນເຂົ້າໂຮງງານ, ໄຖດິນເຮັດສວນ; ໃນໂອກາດນີ້, ຍັງທ່ຽວຊົມທີວທັດສະນິຍະພາບຂອງ ເມືອງປາກລາຍ ທີ່ມີຄວາມງົດງາມໂດຍນັ່ງຊົມຄວາມງາມຂອງໜ້ານ້ຳແມ່ຂອງທີ່ໃສສະອາດໃນຍາມ ເຊົ້າ; ເບິ່ງຫໍໄຊທີ່ເປັນສະຖານທີ່ ສະຫຼອງໄຊຊະນະຈາກການນຳ ເອົາ 2 ແຂວງກັບຄືນມາສູ່ອ້ອມ ເອິກຂອງມາຕຸພູມ; ຈາກນັ້ນ, ກໍ່ໄດ້ເດີນທາງເຂົ້າບ້ານບົວບານພົບກັບ ທ່ານ ຖາວອນ ແພດປະຈຳສຸກ ສາລາ, ທ່ານ ວັນເຮືອງ ສິນທະລາດ ຜູ້ປະກອບການຂາຍເຄື່ອງ ຍ່ອຍ ແລະຜູ້ອື່ນໆ ຊຶ່ງຍາມແລ້ງປີທີ່ແລ້ວກໍ່ໄດ້ພາກັນໄປກິນເຂົ້າປ່າ, ອັດຄອນນໍ້າລາຍເກັບເອົາປານ້ອຍ, ກະປູ, ຫອຍ ແລະອາຫານທີ່ມັກທີ່ສຸດແມ່ນໝົກເຄື່ອງຊ່ອນທີ່ມີປານ້ອຍໆແຕ່ສຳຄັນຄືໂຕອີ່ປຸ່ມ ຫຼື ເອີ້ນວ່າ: ຫຍ້າຂວບຄ້າຍໆຄືໂຕລູກຮວກ ແລະໄປທ່ຽວຄັ້ງນີ້ກໍ່ໄດ້ກິນອາຫານດັ່ງກ່າວຢ່າງສົມໃຈໃຈ, ບາດຂາກັບກໍ່ລົງເອົາເທົາມາເຮັດລາບຄາບແລງນຳອີກ.

 ໃນຕອນຄໍ່າຂອງວັນດັ່ງກ່າວ; ກໍ່ໄດ້ໄປຢ້ຽມຢາມຖາມຂ່າວຄອບຄົວສະຫາຍ ພັທ ທອງຈັນ ທ່ຽງສານໄຊ ປະທານສະຫະພັນນັກຮົບເກົ່າເມືອງປາກລາຍ ແລະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ; ພວກເຮົາທັງ 4 ຄົນ ລ້ວນແຕ່ເປັນອະດີດນັກຮຽນວຽງໄຊໃນຊຸມປີ 80 ແລະໄດ້ທັກຖາມເຖິງຄວາມສຸກທຸກຂອງກັນ ແລະກັນໂດຍທາງເຈົ້າພາບໄດ້ຈັດຫາອາຫານທີ່ລ້ຽງ-ປູກເອງແຖມດ້ວຍເຫຼົ້າບອງຢາອາຍຸວັນນະນຳແດ່; ນອກນີ້, ຍັງເວົ້າເຖິງການຜະລິດຂອງຊາວເມືອງໃນປະຈຸບັນສ່ວນໃຫຍ່ແມ່ນປູກມັນຕົ້ນເປັນຕົ້ນຕໍຊຶ່ງສ້າງລາຍຮັບເປັນກອບເປັນກໍາມາສູ່ຄອບຄົວຂອງປະຊາຊົນບັນດາເຜົ່າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງ ຖິ່ນ.

  ໄລຍະດຽວກັນ; ຍັງໄດ້ເດີນທາງສູ່ເມືອງທົ່ງມີໄຊດິນແດນຂອງຄົນຫານ-ຄົນໝັ້ນເປັນເມືອງອູ່ເຂົ້າ-ອູ່ນໍ້າເພື່ອເຂົ້າກາບໄຫວ້ພະ ທາດນາງ 3 ຜີວ ມິ່ງບ້ານຂັວນ ເມືອງ ຊຶ່ງມີຄົນເຖົ້າແກ່,ອາວຸໂສ ໄດ້ກ່າວເຖິງຊື່ສຽງ ແລະຄວາມ ເປັນມາຂອງພຣະທາດຊຶ່ງ ປຽບສະເໝືອນເປັນໜຶ່ງໃນສິ່ງຄຸ້ມຄອງຈິດໃຈຂອງຊາວເມືອງໂດຍສະເພາະໃນຍາມສົງຄາມຕ້ານການບຽດຢຶດພວກຮຸກຮານຂອງຕ່າງ ຊາດປະກົດວ່າບໍ່ມີເຫດຮ້າຍ ຫຼືບໍ່ມີລູກປືນຂອງສັດຕູຕົກໃສ່ບໍລິ ເວນນັ້ນ ແລະຍັງເປັນສູນລວມ ແຫ່ງມິດຕະພາບຂອງຊາວເມືອງ ທີ່ໄປທຳມາຄ້າຂາຍ-ເຮັດການຢູ່ ແຫ່ງອື່ນໆກໍ່ໄດ້ພາກັນກັບມາຢ້ຽມ ຢາມບ້ານເກີດເມືອງນອນນຳເອົາ ບັ້ງໄຟນ້ອຍມາຈູດຖະຫວາຍທາດ, ຫາກບໍ່ໄດ້ມາກໍ່ໃຫ້ພໍ່ແມ່ພີ່ນ້ອງເຮັດໃຫ້ແທນສ່ວນໃຫຍ່ເພິ່ນຈະເຮັດບຸນ ບູຊາທາດໃນໄລຍະຫຼັງບຸນປີໃໝ່ ລາວປະມານ 7-8 ມື້.

  ຜ່ານການມາທ່ອງທ່ຽວຄັ້ງນີ້; ເຖິງຈະໃຊ້ເວລາສັ້ນແຕ່ກໍ່ພົບກັບຮ່ອງຮອຍປະຫວັດສາດ, ວັດທະນະທຳ ແລະການດຳລົງຊີວິດຂອງປະຊາຊົນ 2 ເມືອງ ທີ່ມີຄວາມລຽບງ່າຍ,ມີຄວາມຮັກຫອມສາມັກຄີ,ເຊື່ອໝັ້ນຕໍ່ການນຳພາຂອງພັກລັດ ແລະຂັ້ນເທິງ; ມີຄວາມດຸໝັ້ນ ຫ້າວຫັ້ນ ແລະປະດິດສ້າງ, ຫັນ ເສດຖະກິດທຳມະຊາດໄປສູ່ການຜະລິດເປັນສິນຄ້າ ແລະ ຜະລິດຕາມຄວາມຕ້ອງການຂອງຕະຫຼາດຊຶ່ງກ່ອນໜ້ານີ້ນອກຈາກປູກເຂົ້າແລ້ວຍັງປູກຝ້າຍ, ຖົ່ວດິນ, ໝາກງາ; ຈາກນັ້ນກໍ່ປູກສາລີ, ໝາກເດືອຍ ແລະປະຈຸບັນໄດ້ສຸມໃສ່ປູກມັນຕົ້ນ ເປັນຂະບວນການໃຫຍ່ ໂດຍຢູ່ເມືອງປາກລາຍ ມີ 2 ໂຮງງານ ຜະລິດທີ່ເກັບຊື້ສາມາດເວົ້າໄດ້ ວ່າ: 2 ເມືອງດັ່ງກ່າວພວມກາຍ ເປັນ “ຂຸມຊັບແຫ່ງຄຳຂຽວ” ທີ່ ໃຫ້ຄວາມສຸກ, ຄວາມຈະເລີນມາສູ່ຊາວເມືອງຢ່າງບໍ່ຢຸດຢັ້ງ.ໃນໂອກາດປີໃໝ່ສາກົນ 2020 ປະຕິທິນທ່ອງທ່ຽວຂອງທ່ານຢ່າລືມ “ທ່ຽວບ້ານເຮົາ” ຂໍເຊີນຊວນທຸກທ່ານພ້ອມກັນຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານທີ່ວ່າ:“ ລາວທ່ຽວລາວ” ເງິນຕາບໍ່ຮົ່ວໄຫຼ ແລະຍັງຮຽນຮູ້ເຖິງການດຳລົງຊີວິດຂອງຊາວເມືອງ ຫຼື 50 ຊົນເຜົ່າທາງດ້ານພາສາ,ວັດທະນະທຳ,ຂະໜົບທຳນຽມ ແລະຮີດຄອງປະເພນີ;ນອກນີ້,ຍັງດູດດົມເອົາອາກາດທີ່ບໍລິສຸດ,ກິນອາຫານທີ່ປອດສານພິດ, ມີຄວາມສະຫງົບ ແລະ ຍັງເປັນການກະຈາຍລາຍໄດ້ສູ່ທ້ອງຖິ່ນຊຶ່ງພາຍໃນ 3 ວັນ, 4 ຄົນໃຊ້ຈ່າຍລວມກັນບໍ່ເຖິງ 1 ລ້ານກີບຊຶ່ງມັນກຸ້ມຄ່າທີ່ສຸດຍັງມ່ວນນຳອີກ ແລະຍັງດີກ່ວາຂົນເງິນຕາຕ່າງປະເທດອອກຈາກບ້ານເຮົາແບບບໍ່ເກີດປະໂຫຍດແລະ “ລາວທ່ຽວລາວເປັນການສ້າງຊາດ ແລະພັດທະນາ”.

__________

ຂຽນໂດຍ: ຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511