ຫຼວງນໍ້າທາ ເປີດບ້ານຫົວນໍ້າທຸງ ເປັນບ້ານທ່ອງທ່ຽວວັດທະນະທໍາ

   ວັນທີ 18 ທັນວາ ຜ່ານມາກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາຈິງລານໄດ້ຈັດພິທີເປີດບ້ານຫົວນໍ້າທຸງເປັນບ້ານທ່ອງທ່ຽວວັດທະນະທໍາແຫ່ງທໍາອິດໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມໂດຍມີທ່ານນາງ ລີເມີຍ ປະທານກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາຈິງລານ, ທ່ານ ສີວິໄລ ປັນແກ້ວ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງນໍ້າທາ, ມີອົງການປົກຄອງ ບ້ານບໍ່ເຕ່ນ, ແຂກຖືກເຊີນຈາກລາວ ແລະ ສປ ຈີນເຂົ້າຮ່ວມ.

 ທ່ານນາງ ລີເມີຍ ປະທານກຸ່ມ ບໍລິສັດທ່ອງທ່ຽວວັດທະນະທໍາຈິງລານໃຫ້ຮູ້ວ່າ: ບ້ານຫົວນໍ້າທຸງ ໃນເມື່ອກ່ອນແມ່ນບ້ານບໍ່ເຕ່ນເປັນບ້ານຂອງຊົນເຜົ່າລື້ຊຶ່ງມີມູນເຊື້ອວັດທະນະທໍາ,ຮີດຄອງປະເພນີອັນດີງາມມາແຕ່ເດິກດໍາບັນ, ມີວິຖີການດໍາລົງຊີວິດອັນເປັນເອກະລັກຂອງເຜົ່າໃນນັ້ນເດັ່ນກວ່າໝູ່ແມ່ນການຕົ້ມເກືອບູຮານມາເປັນເວລາດົນນານ, ພາຍຫຼັງພັກ ແລະ ລັດຖະບານອະນຸມັດໃຫ້ນັກລົງທຶນຕ່າງປະເທດເຂົ້າມາສໍາປະທານພື້ນທີ່ເຂດດັ່ງກ່າວບ້ານບໍ່ເຕ່ນຈຶ່ງຖືກຍົກຍ້າຍລົງມາຕັ້ງຢູ່ເຂດຈັດສັນແຫ່ງ

ໃໝ່, ເພື່ອເປັນການອະນຸລັກມູນເຊື້ອໄວ້ໃຫ້ຄົນລຸ້ນໃໝ່ໄດ້ເຫັນທາງກຸ່ມບໍລິສັດທ່ອງທ່ຽວວັດທະນະທໍາຈິງລານຈຶ່ງໄດ້ເຂົ້າພັດທະນາພື້ນທີ່ດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວວັດທະນະທໍາໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມຂື້ນ, ໂດຍໄດ້ສ້າງສູນຂໍ້ມູນຂ່າວສານ, ອາຄານເກັບປີ້, ເສັ້ນທາງລົດຂຶ້ນຫາບ້ານ, ປະຕູເຂົ້າບ້ານ, ເຮືອນເຕົາຕົ້ມເກືອບູຮານ, ເຮືອນຊົນເຜົ່າຕ່າງໆ ແລະ ວີຖີຊີວິດຂອງຊົນເຜົ່າເປັນຕົ້ນແມ່ນການຈັກສານ, ຍ້ອມສີທໍາມະຊາດ, ຕໍ່າຫູກ ແລະ ອື່ນໆ ເພື່ອໃຫ້ນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມໄດ້ຮູ້ເຫັນພ້ອມນີ້ຍັງມີການວາງຂາຍເຄື່ອງຫັດຖະກໍາ, ຜ້າແຜ່ນແພຈາກຊົນເຜົ່າຕ່າງໆໃຫ້ແກ່ນັກທ່ອງທ່ຽວ.

   ທ່ານນາງ ລີເມີຍ ກ່າວອີກ ວ່າ: ໃນຕໍ່ໜ້າທາງກຸ່ມບໍລິສັດຍັງຈະໄດ້ສືບຕໍ່ຂະຫຍາຍໃຫ້ມີຫຼາກຫຼາຍກິດຈະກໍາຕື່ມອີກເປັນຕົ້ນແມ່ນສ້າງວັດວາອາຮາມ, ສວນສັດ ແລະ ອື່ນໆ ຈາກນັ້ນຍັງໄດ້ຮ່ວມກັນເປີດປ້າຍບ້ານຫົວນໍ້າທຸງເປັນບ້ານທ່ອງທ່ຽວວັດທະນະທໍາໃນເຂດເສດຖະກິດສະເພາະບໍ່ເຕ່ນແດນງາມພ້ອມທັງເຮັດພິທີທາງສາສະໜາ, ຕັກບາດຍາດນໍ້າ, ເຂົ້າທ່ຽວຊົມວິທີການຕົ້ມເກືອບູຮານ, ຊົມເຮືອນຊົນເຜົ່າ ແລະຊົມການສະແດງສິລະປະວັນນະຄະດີຂອງບັນດາເຜົ່າຕື່ມອີກ.

---------------

ຂຽນໂດຍ: ສົມພອນ ຂຸນດາວົງ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511