ລາວ-ຈີນ ເພີ່ມທະວີການຕິດຕາມກວດກາ ໂຄງການກໍ່ສ້າງທາງລົດໄຟ

   ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນວິສາຫະ ກິດລົດໄຟແຫ່ງຊາດຈີນຊຶ່ງນໍາໂດຍ ທ່ານ ຊຸນ ຮວຍຊິນ ປະທານຄະນະກວດກາລັດວິສາຫະກິດລົດໄຟແຫ່ງຊາດຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເພື່ອແລກປ່ຽນບົດຮຽນສອງຝ່າຍລະຫວ່າງຄະນະສະເພາະກິດກວດກາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກັບຄະ ນະກວດກາລັດວິສາຫະກິດລົດໄຟແຫ່ງຊາດຈີນ, ໃນວັນທີ 26 ມັງກອນທີ່ຄະນະກວດກາສູນກາງພັກ.

  ໃນໂອກາດນີ້ , ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຕ້ອນຮັບພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກຕິດຕາມ, ກວດກາໂຄງການກໍ່ ສ້າງທາງລົດໄຟ ລາວ-ຈີນ, ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໄຍຂອງສອງພັກ-ສອງລັດທີ່ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ໃນການຕິດຕາມ, ກວດກາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອໃຫ້ກາຍເປັນເສັ້ນທາງທີ່ປອດໃສ, ຂາວສະອາດ ແລະ ດໍາເນີນໄປດ້ວຍຄວາມສະດວກ, ປະຕິບັດຕາມແຜນ ການ ແລະ ສໍາເລັດຕາມເວລາທີ່ໄດ້ກໍານົດໄວ້. ຈາກນັ້ນ, ທ່ານ ຊຸນ ຮວຍຊິນ ຕາງໜ້າໃຫ້ກັບຄະນະສະແດງຄວາມຂອບໃຈຕໍ່ທ່ານ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ.

 

  ໃນວັນດຽວກັນທີ່ຄະນະກວດກາສູນກາງພັກ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ, ຝ່າຍລາວນໍາໂດຍ ທ່ານ ຄໍາສຸກ ບຸນຍະວົງ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະສະເພາະກິດຕິດຕາມ, ກວດກາການປະຕິບັດສັນຍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມດ້ວຍຄະນະ, ຝ່າຍຈີນນຳໂດຍທ່ານ ຊຸນ ຮວຍຊິນ ປະທານຄະນະກວດກາລັດວິສາຫະກິດລົດ ໄຟແຫ່ງຊາດຈີນພ້ອມດ້ວຍຄະນະ, ຊຶ່ງທັງສອງຝ່າຍຕ່າງກໍໄດ້ລາຍງານສະພາບການຕິດຕາມ, ກວດກາການກໍ່ສ້າງທາງລົດໄຟໃນຄວາມຮັບຜິດຊອບຂອງຕົນ ໃຫ້ກັນຊາບໂດຍສະເພາະຝ່າຍລາວໄດ້ສົ່ງເສີມບໍລິສັດ ແລະ ແຮງງານພາຍໃນຂອງລາວໃຫ້ມີປະສົບການ ແລະ ນໍາໃຊ້ວັດຖຸອຸປະກອນພາຍໃນຂອງລາວໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

  ມາຮອດປັດຈຸບັນ, ແຮງງານລາວປະກອບສ່ວນເຂົ້າໃນໂຄງການຈໍານວນ 4.299 ຄົນ, ບໍລິສັດຂອງລາວມີ 6 ບໍລິສັດ ທີ່ໄດ້ຜ່ານການຄັດເລືອກຈາກບໍລິ ສັດທາງລົດໄຟ ລາວ-ຈີນ ຊຶ່ງປັດຈຸບັນກໍາລັງດໍາເນີນການກໍ່ສ້າງຕາມຄວາມຮັບຜິດຊອບຂອງຕົນ, ດ້ານການປ້ອງກັນຄວາມສະຫງົບແມ່ນໄດ້ເອົາໃຈໃສ່ເປັນພິເສດເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການກໍ່ສ້າງ, ອຸປະກອນກໍ່ສ້າງບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ບັນຫາອື່ນໆ. ດັ່ງນັ້ນ, ໃນຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ຮ່ວມມືກັນໃນການຕິດຕາມ, ກວດກາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າເພື່ອເຮັດໃຫ້ການກໍ່ສ້າງມີຄວາມເປັນລະ ບຽບຮຽບຮ້ອຍ, ຮັບປະກັນດ້ານລະບອບ, ລະບຽບ, ເຮັດໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນໂຄງການປອດໃສ, ຂາວສະອາດອັນນໍາມາສູ່ຄວາມຜາສຸກໃຫ້ແກ່ທັງສອງປະເທດກໍຄືປະຊາຊົນສອງຊາດ ລາວ-ຈີນ ເພື່ອປະກອບສ່ວນເຂົ້າໃນການສ້າງເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ທີ່ມີຄວາມໝາຍຍຸດທະ ສາດໃນອະນາຄົດ.