ຝຶກອົບຮົມພາກທຸລະກິດບໍລິການທ່ອງທ່ຽວ

  ເມື່ອອາທິດຜ່ານມາພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວແຂວງເຊກອງຈັດຝຶກອົບຮົມໃນຫົວຂໍ້” ພື້ນຖານແຫ່ງອາຊີບ” ໃຫ້ຫົວໜ່ວຍທຸລະ ກິດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານພາຍໃນເມືອງທ່າ ແຕງ ໂດຍການເປັນປະທານຂອງ ທ່ານ ອຸໄທ ນິນດາສັກ ຕາງໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ,ທ່ານ ສະຫຍາມ ຈັນທະສອນ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວເມືອງ ທ່າແຕງ,ທ່ານ ທອງຄານ ຄູນປະເສີດ ປະທານກຸ່ມທຸລະກິດບໍລິການ ໂຮງແຮມ,ເຮືອນພັກ, ຮ້ານອາ ຫານ ແລະຮ້ານກິນດື່ມແຂວງເຊກອງ, ທ່ານ ທຸຍ ເພັດສະຫວັນ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານແຂວງຈໍາປາສັກ,ຄູຝຶກຈາກພະແນກຂັ້ນແຂວງຮ່ວມກັບຄູຝຶກກຸ່ມທຸລະກິດບໍລິການໂຮງ ແຮມ,ເຮືອນພັກ, ຮ້ານອາຫານ ແລະຮ້ານກິນດື່ມແຂວງເຊກອງ ພ້ອມດ້ວຍບັນດານັກສໍາມະນາກອນຈາກໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະຮ້ານກິນດື່ມພາຍໃນ ເມືອງທ່າແຕງ ເຂົ້າຮ່ວມ.

 ການຈັດຝຶກອົບຮົມໃຫ້ນັກສໍາມະນາກອນພາກທຸລະກິດບໍລິການ ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະຮ້ານກິນດື່ມໃນຄັ້ງນີ້ເພື່ອເປັນການສືບຕໍ່ຄວາມຕ້ອງການຝຶກອົບຮົມໃຫ້ແກ່ພະນັກງານທີ່ເຮັດວຽກຢູ່ໃນທຸລະກິດໂຮງແຮມ,ເຮືອນພັກ,ຮ້ານອາຫານ ແລະຮ້ານກິນດື່ມທີ່ມີຄວາມຕ້ອງການ ເພີ່ມເຕີມຫຼາຍສົມຄວນ, ຊຶ່ງນັກສໍາມະນາກອນຈະໄດ້ຝຶກອົບຮົມໃນ ພາກທິດສະດີ ແລະປະຕິບັດຕົວຈິງ ໂດຍໄດ້ແຍກອອກເປັນ 3 ທີມຄື: ທີມປຸງແຕ່ງອາຫານສາກົນ, ທີມການບໍລິການອາຫານ ແລະເຄື່ອງ ດື່ມ ແລະທີມການອະນາໄມຫ້ອງພັກໃຫ້ຖືກຕ້ອງສອດຄ່ອງຕາມຫຼັກສູດພື້ນຖານແຫ່ງອາຊີບ.

 ທ່ານ ອຸໄທ ນິນດາສັກ ກ່າວ ວ່າ: ການຝຶກອົບຮົມຄັ້ງນີ້ເປັນຄັ້ງ ທີ 2 ໂດຍແນໃສ່ຍົກລະດັບທັກສະດ້ານການບໍລິການຂອງບັນດາພະນັກງານທີ່ເຮັດວຽກທຸລະກິດໂຮງ ແຮມ,ເຮືອນພັກ,ຮ້ານອາຫານ ແລະຮ້ານກິນດື່ມ,ທັງເປັນການປັບປຸງວຽກງານການທ່ອງທ່ຽວ ພາຍໃນເມືອງທ່າແຕງໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນເພື່ອດຶງດູດເອົານັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນເມືອງນັບມື້ນັບຫຼາຍຂຶ້ນ.

------------------

ພາບ ແລະ ຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ