ແຜນການ-ການເງິນ ຈະຮ່ວມກັນແກ້ໄຂ 10 ບັນຫາທີ່ຍັງຄົງຄ້າງໃຫ້ດີຂື້ນ ຍູ້ການພັດທະນາເສດຖະກິດ

  ວັນທີ 17 ທັນວາຜ່ານມາ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນໄດ້ມີກອງປະຊຸມວຽກງານແຜນການ-ການເງິນປະຈຳປີ 2019 ໂດຍເປັນປະທານຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການແລະການລົງທຶນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການເງິນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງ, ຮອງເຈົ້າແຂວງ, ບັນດາຂະແໜງແຜນການ-ການເງິນທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

  ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ໃນປີ 2019 ເຖິງແມ່ນວ່າການຈັດຕັ້ງປະຕິບັດວຽກງານຂອງຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ ຈະມີຜົນສຳເລັດຫຼາຍດ້ານກໍຕາມແຕ່ໄປຄຽງຄູ່ກັບດ້ານຕັ້ງໜ້ານັ້ນກໍຍັງເຫັນວ່າມີບາງດ້ານຍັງເປັນບັນຫາຂໍ້ຄົງຄ້າງທີຂະແໜງແຜນການ ແລະ ການລົງທຶນ ແລະ ຂະ ແໜງການເງິນຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າໂດຍສະເພາະບັນຫາທຳອິດເສດຖະກິດແຫ່ງຊາດເຖິງແມ່ນຈະເຕີບໂຕແຕ່ຍັງບໍ່ບັນລຸຕາມເປົ້າໝາຍທີ່ຕັ້ງໄວ້, ໂຄງປະກອບເສດຖະກິດມີການຫັນປ່ຽນຊ້າ, ການສົ່ງເສີມການຜະລິດເປັນສິນຄ້າຍັງບໍ່ເຂັ້ມແຂງ ແລະບໍ່ມີຈຸດສຸມເຮັດໃຫ້ສະມັດຕະພາບຂອງການຜະລິດຍັງຕໍ່າແລະການຜະລິດສ່ວນໃຫຍ່ຍັງເປັນແບບດັ້ງເດີມສ່ວນການຜະລິດ ແລະການບໍລິການທີີ່ມີປະສິດທິຜົນສູງ, ມີການນໍາໃຊ້ເຕັກໂນໂລຊີທັນສະໄໝ ແລະນະວັດຕະກໍາຍັງມີໜ້ອຍ, ທຸລະກິດພາຍໃນໂດຍສະເພາະ SME ຍັງບໍ່ທັນເຂັ້ມແຂງບໍ່ສາມາດກາຍເປັນພື້ນຖານໃຫ້ແກ່ເສດຖະກິດແຫ່ງຊາດໄດ້.

  ບັນຫາທີ 2 ການສ້າງແຜນພັດທະນາເສດຖະກິດ-ສັງຄົມຍັງບໍ່ທັນເຂົ້າສູ່ລວງເລິກ ແລະການປະສານງານລະຫວ່າງຂະແໜງການຕ່າງໆ ກັບທ້ອງຖິ່ນຍັງບໍ່ໂລ່ງລ່ຽນເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະປີຍັງບໍ່ສາມາດບັນລຸຕາມລະດັບຄາດໝາຍທີ່ຕັ້ງໄວ້, 3) ການຊຸກຍູູ້ບັນດາຫົວໜ່ວຍທຸລະກິດຫັນເຂົ້າມາໃຊ້ລະບົບເຄື່ອງມືທັນສະໄໝໃນການມອບລາຍຮັບບໍ່ທັນໄດ້ດີເທົ່າທີີ່ຄວນ, ຄວາມຕື່ນຕົວຂອງຫົວໜ່ວຍທຸລະກິດຍັງຕໍ່າຍັງມີປະກົດການຫຼົບຫລີກ ແລະເຊື່ອງອໍາພັນທະຂອງຕົນຕໍ່ລັດຈໍານວນບໍ່ໜ້ອຍ; 4) ສະພາບຄວາມຝືດເຄືອງທາງດ້ານການເງິນ-ງົບປະມານທີີ່ສະສົມຫຼາຍສົກປີງົບປະ ມານທີີ່ຜ່ານມາຈະຕ້ອງໃຊ້ເວລາພໍສົມຄວນໃນການປັບປຸງກົນໄກ, ຂັ້ນຂອດ ແລະລະບຽບການທາງດ້ານການເງິນໃຫ້ຮັດກຸມກວ່າເກົ່າຈຶ່ງຈະສາມາດຟື້ນໂຕ ແລະກັບເຂົ້າສູ່ສະພາບປົກກະຕິ.

ບັນຫາທີ 5 ສະຖຽນລະພາບທາງດ້ານເສດຖະກິດມະຫາພາກຍັງມີຄວາມບອບບາງສູງເປັນຕົ້ນອັດຕາແລກປ່ຽນມີການເໜັງຕີງແຮງ, ສ່ວນຕ່າງລະຫວ່າງອັດຕາແລກ ປ່ຽນລະຫວ່າງທະນາຄານ ແລະຕະຫຼາດກວ້າງຫຼາຍໃນບາງໄລຍະ, ມີການຂາດດຸນຊໍາລະປົກກະຕິກັບຕ່າງປະເທດໃນລະດັບສູງບວກມີການນໍາໃຊ້ເງິນຕາຫຼາຍສະກຸນໃນລະບົບເສດຖະກິດ,ຄັງສໍາຮອງເງິນຕາຕ່າງປະເທດຕໍ່າ,ພັນທະໜີ້ສິນຕ່າງປະເທດມີສູງ, ອັດຕາເງິນເຟີ້ສະເລ່ຍເຖິງແມ່ນຍັງຕໍ່າກວ່າແຜນການແຕ່ໄດ້ມີທ່າອ່ຽງເພີ່ມຂຶ້ນໄວ ແລະຕໍ່ເນືີ່ອງແຕ່ກາງປີເປັນຕົ້ນມາປະກອບກັບທ່າອ່ຽງການອ່ອນຄ່າຂອງເງິນກີບທຽບກັບເງິນບາດເຮັດໃຫ້ຄວາມກົດດັນທາງດ້ານເງິນເຟີ້ໄດ້ເພີີ່ມສູງຂຶ້ນ.

  ສ່ວນບັນຫາ 6 ການປັບປຸງຄວາມຍາກ-ງ່າຍໃນການດໍາເນີນທຸລະກິດ ແລະການລົງທຶນເຖິງແມ່ນມີຄວາມພະຍາຍາມສູງແຕ່ຜົນການປ່ຽນແປງຍັງມີຄວາມຊັກຊ້າເຮັດໃຫ້ຍັງບໍ່ສາມາດດຶງດູດການລົງທຶນຂອງພາກເອກະຊົນທີ່ມີ ຄຸນນະພາບໄດ້ຕາມທ່າແຮງຕົວຈິງຂອງປະເທດ; 7) ການແກູ້ໄຂໜີ້ສິນໂຄງການລົງທຶນຂອງລັດຍັງມີຄວາມຄືບໜ້າ ຊ້າ ແລະຍັງບໍ່ທັນຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຕົວຈິງຍ້ອນມີໜີ້ສິນສະສົມຫຼາຍ ແລະງົບປະມານຍັງຈໍາກັດ; 8) ການພັດທະນາຊັບພະຍາກອນມະນຸດທາງດ້ານປະລິມານ ແລະຄຸນນະພາບຍັງບໍ່ທັນສາມາດຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງໂຄງການລົງທຶນລະດັບໃຫຍ່ທີ່ໃຊ້ແຮງງານທີ່ມີສີມືເຮັດໃຫ້ຈໍາເປັນຕ້ອງໄດ້ນໍາໃຊ້ແຮງງານຕ່າງປະເທດ.

 ສຳລັບບັນຫາທີ 9 ຄວາມແຕກໂຕນກັນຍັງມີຫຼາຍລະຫວ່າງສູນກາງ ແລະທ້ອງຖິ່ນ,ລະຫວ່າງເຂດແຄວ້ນໃນດ້ານການພັດທະນາຕົວເມືອງ,ດ້ານລາຍຮັບ,ດ້ານສັງຄົມ, ດ້ານການເຂົ້າເຖິງຊັບພະຍາ ກອນທາງດ້ານເສດຖະກິດແລະອື່ນໆ, ການແກ້ໄຂຄວາມທຸກຍາກຍັງຊັກຊ້າ ແລະບໍ່ທັນແທດກັບຕົວຈິງ ແລະມາດຖານ ວາງອອກ, ສ່ວນບັນຫາສຸດທ້າຍແມ່ນການປະຕິບັດວິໄນແຜນການ, ການເງິນ ແລະຄວາມເຂັ້ມງວດໃນການຈັດຕັ້ງປະ ຕິບັດແຜນການລົງທຶນຂອງລັດ ແລະ ແຜນງົບປະມານຂອງບາງຂະແໜງການບາງທ້ອງຖິີ່ນຍັງເຮັດບໍ່ທັນໄດ້ດີ, ຍັງມີການລະເມີດ, ຕາມຜົນການກວດສອບຂອງອົງການກວດສອບແຫ່ງລັດຍັງພົບເຫັນຫຼາຍຫົວໜ່ວຍງົບປະມານລະ ເມີດລະບຽບກົດໝາຍ, ການແກ້ໄຂຜົນຂອງການກວດກາຕາມຜົນການກວດສອບໃນຫລາຍຂົງເຂດຂະແໜງການທີີ່ຕິດພັນກັບວຽກງານແຜນການ ແລະການເງິນຍັງມີຄວາມຄືບໜ້າຊ້າ.

-------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ