ສປປ ລາວ ເປີດບໍລິສັດຂໍ້ມູນຂ່າວສານສິນເຊື່ອ

   ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ເປີດການເຄື່ອນໄຫວວຽກງານສູນຂໍ້ມູນຂ່າວສານສິນເຊື່ອໃນວັນທີ 17 ທັນວາ2019 ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ; ພ້ອມນີ້ກໍ່ມີບັນດາພະນັກງານຂັ້ນນຳຈາກ ທຫລ-ກະຊວງອົງ ການທຽບເທົ່າ, ບັນດາຄະນະອໍານວຍການທະນາຄານທຸລະກິດ-ສະຖາບັນການເງິນ, 5 ບໍລິສັດ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ກ່າວວ່າ: ສູນຂໍ້ມູນຂ່າວສານສິນເຊື່ອ (CIB) ຮັບການສ້າງຕັ້ງຂຶ້ນໃນປີ 2001 ຈຸດປະສົງເພື່ອເປັນຖານຂໍ້ມູນທີ່ຈຳເປັນຊ່ວຍໃນການຄຸ້ມຄອງຄວາມໝັ້ນຄົງຂອງລະບົບທະນາຄານ, ປ້ອງກັນ ແລະຫຼຸດຜ່ອນຄວາມສ່ຽງໃນການສະໜອງສິນເຊື່ອໃຫ້ລູກຄ້າຂອງລະບົບທະ ນາຄານ;ເບື້ອງຕົ້ນມີສະມາຊິກພຽງແຕ່ 10 ທະນາຄານທຸລະກິດທີ່ເກັບກຳຂໍ້ມູນແບບປະຖົມປະຖານເພື່ອຮັບສົ່ງຂໍ້ມູນສິນເຊື່ອລະຫວ່າງສູນຂໍ້ມູນຂ່າວສານສິນເຊື່ອ ແລະ ບັນດາສະມາຊິກ. ຈາກຂະບວນວິວັດແຫ່ງການກຳເນີດແລະການພັດທະນາສູນ CIB ຢ່າງຕໍ່ເນື່ອງ, ສະມາຊິກຂອງສູນໄດ້ເພີ່ມຂື້ນຈາກ 30 ກວ່າແຫ່ງໃນປີ 2010 ມາເປັນ 116 ແຫ່ງໃນປະຈຸບັນ, ໃນນັ້ນມີທະນາຄານທຸລະກິດ 43 ແຫ່ງ ແລະສະຖາບັນການເງິນຈຸລະພາກ 73 ແຫ່ງໃນຂອບເຂດທົ່ວປະເທດ.

  ປະຈຸບັນໄດ້ນຳໃຊ້ລະບົບ CIB Online ທີ່ວ່ອງໄວ ແລະທັນສະໄໝເກັບກຳຂໍ້ມູນສິນເຊື່ອທັງໝົດທຸກປະເພດຂອງສະມາຊິກທີ່ເປັນທະນາຄານ ແລະສະຖາບັນການເງິນໄດ້ປ່ອຍໃຫ້ລູກຄ້າຂອງຕົນ ແລະໃຫ້ບໍລິການຂໍ້ມູນຂ່າວສານສິນເຊື່ອໃຫ້ແກ່ພາກສ່ວນຕ່າງໆ ທີ່ມີຄວາມຕ້ອງການນຳໃຊ້ຂໍ້ມູນເພື່ອວິເຄາະຄວາມສ່ຽງຂອງລູກຄ້າເງິນກູ້ກ່ອນການອະນຸມັດສິນເຊື່ອ, ບຸກຄົນ ແລະ ນິຕິບຸກຄົນທີ່ມີຄວາມຕ້ອງການນຳໃຊ້ຂໍ້ມູນດັ່ງກ່າວຂໍ້ມູນລູກຄ້າຜູ້ກູ້ຢືມຂອງທະນາຄານໃນຖານຂໍ້ມູນເປັນລາຍບຸກຄົນໄດ້ເພີ່ມຂຶ້ນຈາກ 64.205 ລາຍໃນປ  2014 ມາເປັນ 711.811 ລາຍໃນ ປີ 2019 ຂໍ້ມູນລູກຄ້ານິຕິບຸກຄົນເພີ່ມຂຶ້ນຈາກ 3. 051 ລາຍໃນປີ 2014 ມາເປັນ 19.171 ລາຍໃນປີ 2019 ປະ ຈຸບັນໃນແຕ່ລະເດືອນມີສະມາຊິກເຂົ້າ ມາຊົມໃຊ້ບໍລິການສູນຂໍ້ມູນສິນເຊື່ອໂດຍສະເລ່ຍປະມານ 12.500 ລາຍຕໍ່ເດືອນ ແລະສາມາດສ້າງລາຍຮັບຈາກການເກັບຄ່າບໍລິການໄດ້ປະມານ 200 ລ້ານກີບຕໍ່ເດືອນ ແລະ 2,5 ຕື້ກີບຕໍ່ປີ.

  ພາຍຫຼັງບໍລິສັດຂໍ້ມູນຂ່າວສານສິນເຊື່ອຮັບການສ້າງຕັ້ງແລ້ວ, ບໍລິສັດ CIB ຈະສືບຕໍ່ເອົາໃຈໃສ່ໃນການປັບປຸງການເຄື່ອນໄຫວໂດຍຈະເລັ່ງປັບປຸງຖານຂໍ້ມູນໃຫ້ສົມບູນມີການເກັບກຳຂໍ້ມູນສາທາລະນຸປະໂພກນຳບັນດາບໍລິສັດກ່ຽວຂ້ອງທີ່ໄດ້ມີການເຊັນ MOU ນຳກັນ ແລະຈະມີການພັດທະນາລະບົບໂປຼແກຼມຂໍ້ມູນຂ່າວສານສິນເຊື່ອທີ່ເປັນມາດຕະຖານສາກົນສາມາດຕອບສະໜອງຂໍ້ມູນຂ່າວສານສິນເຊື່ອຕາມຄວາມຕ້ອງການຂອງຜູ້ຊົມໃຊ້ເປັນຕົ້ນແມ່ນທະນາຄານທຸລະກິດ, ສະຖາບັນການເງິນ, ການຈັດຕັ້ງພາກລັດ, ສາກົນ ແລະບຸກຄົນ, ນິຕິບຸກຄົນອື່ນໆ.

 ຈາກນັ້ນທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າກົມຈັດຕັ້ງ ແລະພະນັກງານ ທຫລ ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງບໍລິສັດຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ແລະໃນເວລາຕໍ່ມາກໍ່ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າ ໃຈ ເພື່ອແລກປ່ຽນຂໍ້ມູນຂ່າວສານສາ ທາລະນຸປະໂພກລະຫວ່າງທ່ານຜູ້ອໍານວຍການບໍລິສັດຂໍ້ມູນຂ່າວສານສິນເຊື່ອກັບບັນດາຄະນະອໍານວຍການຈາກບໍລິສັດໄຟຟ້າລາວ, ບໍລິສັດນໍ້າປະປາ, ບໍລິສັດລາວໂທລະຄົມ, ບໍລິສັດໂທລະຄົມລາວ ແລະບໍລິສັດຢູນິເທວ.

  ທ່ານຜູ້ວ່າການ ທຫລ ໄດ້ເນັ້ນວ່າການຫັນສູນຂໍ້ມູນຂ່າວສານສິນເຊື່ອເປັນບໍລິສັດຂໍ້ມູນຂ່າວສານສິນເຊື່ອ ແຫ່ງ ສປປ ລາວ ເປັນການຍົກຖານະບົດບາດຂອງການເຄື່ອນໄຫວໃຫ້ສູງຂຶ້ນຕອບສະໜອງແນວທາງນະໂຍບາຍຂອງລັດຖະບານໃນການສົ່ງເສີມການເຂົ້າເຖິງແຫຼ່ງທຶນສະດວກຮັບປະກັນສະຖຽນລະພາບທາງດ້ານການເງິນ. ການຫັນເປັນບໍລິສັດ CIB ແມ່ນມີຄວາມຈຳເປັນເພາະປຽບ ສະເໜືອນສູນກາງຂໍ້ມູນຂ່າວກອງທາງການເງິນທີ່ສຳຄັນເພື່ອກວດກາຕິດຕາມພຶດຕິກຳການເຄື່ອນໄຫວຂອງລູກຄ້າເງິນກູ້ຂອງທະນາຄານວ່າເປັນລູກຄ້າທີ່ມີຄວາມສ່ຽງ ຫຼື ບໍ່ໃນການສະໜອງສິນເຊື່ອເພື່ອປ້ອງກັນເຫດລ່ວງໜ້າ ແລະ ຈຳກັດຄວາມສ່ຽງດ້ານສິນເຊື່ອທະນາ ຄານທຸລະກິດ-ສະຖາບັນການເງິນທີ່ບໍ່ແມ່ນທະນາຄານເປັນການປະກອບສ່ວນຮັບປະກັນຄວາມປອດໄພ, ໝັ້ນຄົງ ແລະ ຍືນຍົງຂອງລະບົບທະນາຄານ.

__________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511