ບໍ່ນໍ້າຮ້ອນຫົວນໍ້າເກິ່ງ ໜຶ່ງແຫຼ່ງທ່ອງທ່ຽວ ຂອງເມືອງຕົ້ນເຜິ້ງ

 ລະດູໜາວນີ້ຖ້າໃຜຍັງບໍ່ຮູ້ວ່າຈະໄປທ່ຽວສະຖານທີ່ໃດຈຶ່ງຈະໄດ້ສຳພັດກັບທຳມະຊາດ, ອາກາດເຢັນສະບາຍ, ພ້ອມມີສະຖານທີ່ພັກກິນເຂົ້າກັບບັນຍາກາດທີ່ສວຍງາມມື້ນີ້ຜູ້ຂຽນຂໍແນະນຳສະຖານທີ່ທ່ອງທ່ຽວບໍ່ນໍ້າຮ້ອນຫົວນໍ້າເກິ່ງ ຕັ້ງຢູ່ບ້ານນໍ້າຟ້າ ເມືອງຕົ້ນເຜິ້ງ ຫ່າງຈາກເທສະບານແຂວງ 44 ກິໂລແມັດ,ຊຶ່ງເປັນບໍ່ນໍ້າທຳມະຊາດທີ່ໄຫຼມາຈາກນໍ້າຟ້າປະມານ 4 ກິໂລແມັດປະຈຸບັນພວມໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ.

ສະຖານທີ່ແຫ່ງນີ້ແມ່ນມີຄວາມ ສວຍງາມທາງດ້ານທຳມະຊາດ ເພາະປົກຄຸມໄປດ້ວຍປ່າໄມ້ທີ່ຂຽວງາມ ແລະສັດສາ-ວາສິ່ງນາໆຊະນິດນັກທ່ອງທ່ຽວສາມາດເດີນທາງໄປທ່ຽວຊົມໄດ້ຕະຫຼອດປີນອກຈາກຈະໄດ້ສຳຜັດກັບຄວາມອຸ່ນ,ຄວາມຮ້ອນຂອງບໍ່ນໍ້າຮ້ອນແຫ່ງນີ້ແລ້ວອາກາດກໍຍັງເປັນມິດກັບຜູ້ຄົນທີ່ໄປທ່ອງທ່ຽວ,ຍ້ອນວ່າ ອາກາດສົດຊື່ນເຢັນສະບາຍນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຢ່າລືມແວ່ໄປທ່ຽວຊົມສຳຜັດກັບຄວາມພິເສດຂອງສະຖານທີ່ແຫ່ງນີ້ບໍ່ນໍ້າຮ້ອນຫົວນໍ້າເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ແລ້ວກັນ.

ເມື່ອບັນດາທ່ານໄດ້ໄປສຳພັດຕົວຈິງຈະມີຄວາມຮູ້ສຶກໂລດວ່າ ເຕັມອີ່ມກັບສະພາບແວດລ້ອມທີ່ສວຍງາມ, ອ້ອມສອງຝາກຈະເຕັມໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍ ຕັ້ງຢັ້ງຢາຍຢູ່ເປັນແຖວກໍວ່າໄດ້.

------------------------

ພາບ ແລະຂ່າວຈາກໜັງ: ສືພິມເສດຖະກິດ-ສັງຄົມ