ສຳມະນາການດຳເນີນທຸລະກິດ ແລະສິດທິມະນຸດ

 ວັນທີ 16 ທັນວາຜ່ານມາທີ່ນະຄອນຫຼວງວຽງຈັນ ກະຊວງການຕ່າງປະເທດຮ່ວມກັບອົງການສະຫະປະຊາຊາດ ແລະສະຖານທູດສະຫະພາບເອີຣົບປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການດຳເນີນທຸລະກິດ ແລະ ສິດທິມະນຸດເພື່ອສະເຫຼີມສະຫຼອງຖະແຫຼງການສິດທິມະນຸດສາກົນ (ວັນທີ 10 ທັນວາ 1948-10 ທັນວາ 2019) ຄົບຮອບ 71 ປີ ໂດຍເປັນກຽດການເຂົ້າຮ່ວມຂອງທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະກຳມະ ການແຫ່ງຊາດວ່າດ້ວຍສິດທິມະນຸດມີບັນດາຜູ້ຕາງໜ້າຈາກພາກລັດສະຖານທູດຕ່າງປະເທດປະຈຳ ສປປ ລາວ, ພາກທຸລະກິດບັນດາອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ຕະຫຼອດຮອດຄູ-ອາຈານ ແລະນັກສຶກສາຈາກຄະນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວເຂົ້າຮ່ວມ.

 ທ່ານ ບຸນເກີດ ສັງສົມສັກ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງຖະແຫຼງການສິດທິມະນຸດຕໍ່ການປົກປ້ອງ ແລະສົ່ງເສີມສິດທິມະນຸດຢູ່ໃນໂລກປະຈຸບັນຕະຫຼອດຮອດການຫັນເນື້ອໃນຖະແຫຼງການດັ່ງກ່າວເຂົ້າໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນໂລກ, ສປປ ລາວ ຖືເປັນປະເທດໜຶ່ງທີ່ມີຄວາມຄືບໜ້າຫຼາຍດ້ານໃນການຈັດຕັ້ງປະຕິ ບັດພັນທະທາງດ້ານສິດທິມະນຸດທີ່ຕິດພັນກັບຖະແຫຼງການ ແລະການປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍາດ້ານສິດທິມະນຸດທີ່ ສປປ ລາວ ເປັນພາຄີລວມທັງຂໍ້ສະເໜີແນະພາຍໃຕ້ການທົບທວນປະຈຳໄລຍະ (UPR), ພ້ອມທັງເປັນການສ້າງໂອກາດໃຫ້ອົງການຈັດຕັ້ງຕ່າງໆຂອງພາກລັດ, ພາກທຸລະກິດອົງການຈັດຕັ້ງສາ ກົນ, ນັກຮຽນນັກສຶກສາ ແລະອົງການຈັດຕັ້ງທີ່ມີສ່ວນຮ່ວມອື່ນໆໃນສັງຄົມໄດ້ເຂົ້າໃຈເຖິງແນວທາງນະໂຍບາຍ ແລະນິຕິກໍາຂອງລັດຖະບານໃນການດໍາເນີນທຸລະກິດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ຄວາມຮັບຜິດຊອບຕໍ່ສັງຄົມໂດຍລວມ ແລະການເຄົາລົບສິດທິມະນຸດຂອງຜູ້ອອກແຮງງານ, ພ້ອມດຽວກັນນັ້ນກໍ່ເປັນການສ້າງຄວາມເຂົ້າໃຈກ່ຽວກັບກົດໝາຍສາກົນດ້ານແຮງງານ. 

  ໃນກອງປະຊຸມດັ່ງກ່າວຍັງໄດ້ມີການຈັດຕັ້ງຈັດສົນທະນາຄະນະຊ່ຽວຊານທີ່ມາຈາກກະຊວງການແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຊັບພະ ຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຊ່ຽວຊານຈາກອົງການແຮງງານສາກົນ ທີ່ບາງກອກ ແລະຜູ້ຕາງໜ້າຈາກຫ້ອງ ການບໍລິສັດໄຟຟ້າເທີນຫີນບູນໄດ້ຮ່ວມ ກັນແລກປ່ຽນຄຳຄິດຄຳເຫັນໃນຫົວຂໍ້ການດຳເນີນທຸລະກິດ ແລະສິດທິມະ ນຸດຊຶ່ງໃນການສົນທະນາຕາງໜ້າໃຫ້ ພາກລັດໄດ້ຍົກໃຫ້ເຫັນເຖິງນະໂຍບາຍ, ນິຕິກໍາພາຍໃນຂອງ ສປປ ລາວ, ພາກປະຕິບັດທີ່ດີ, ສິ່ງທ້າທາຍ ແລະກາລະໂອກາດກ່ຽວກັບການດຳເນີນທຸລະກິດທີ່ພົວພັນເຖິງສິດທິມະນຸດໃນປະຈຸ ບັນ ລວມ ທັງຍົກໃຫ້ເຫັນບົດບາດສຳຄັນຂອງສິດ ທິມະນຸດຢູ່ໃນການພັດທະນາເສດຖະກິດຂອງແຕ່ລະປະເທດ ລວມທັງການບັນ ລຸເປົ້າໝາຍ SDG ໃນປີ 2030.

___________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511