5 ປີຕໍ່ໜ້າ ເຊກອງຈະສູ້ຊົນແກ້ໄຂຄວາມທຸກຍາກປະຊາຊົນໃຫ້ຕໍ່າກວ່າ 25%

  ເພື່ອເຮັດໃຫ້ການພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກຕາມດຳລັດ 348/ລບ ໂດຍໃນ 5 ປີຕໍ່ໜ້າແຂວງເຊກອງ ຈຶ່ງໄດ້ກຳນົດຄາດໝາຍສູ້ຊົນເຮັດໃຫ້ອັດຕາ ຄົນທຸກຍາກໃຫ້ຢູ່ໃນລະດັບຕໍ່າກວ່າ 25% ຂອງຈຳນວນປະຊາກອນທັງໝົດ ແລະ ລຶບລ້າງຄອບຄົວຄວາມທຸກຍາກໃຫ້ຕໍ່າກວ່າ 23%, ບ້ານທຸກຍາກບໍ່ເກີນ 27,92% ຂອງຈໍາ ນວນບ້ານທັງໝົດ, ເມືອງທຸກຍາກບໍ່ເກີນ 1 ເມືອງ, ສູ້ຊົນສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ໄດ້ຫຼາຍກວ່າ 49,75% ຂອງຈໍານວນບ້ານທັງໝົດ ແລະສ້າງບ້ານໃຫຍ່ເປັນໃຈກາງທາງດ້ານເສດຖະກິດ-ວັດທະນະທໍາສັງຄົມຢູ່ເຂດຈຸດສຸມ ແລະເປັນຕົວເມືອງນ້ອຍໃນຊົນນະບົດ ແລະສ້າງເມືອງພັດທະນາໃຫ້ໄດ້ 50% ຂອງຈໍານວນເມືອງທັງໝົດ.

 ທ່ານນາງ ສໍາລານ ອິນທະວົງສອນ ຫົວໜ້າຂະແໜງພັດທະນາຊົນນະບົດ ແລະສະຫະກອນພະແນກກະສິກຳ ແລະປ່າໄມ້ແຂວງເຊກອງໃຫ້ຮູ້ວ່າ: ເພື່ອເຮັດໃຫ້ແຂວງມີເງື່ອນໄຂຫຼຸດຜ່ອນອອກຈາກສະຖານະພາບດ້ອຍພັດທະນາ ແລະມີພື້ນຖານເພື່ອນໍາເອົາປະເທດຊາດກ້າວຂຶ້ນຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝສັງຄົມ ນິຍົມ ແລະຮັບປະກັນເປົ້າໝາຍສະຫັດສະວັດດ້ານການພັດທະນາ (MDG1) ແລະເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDG), ຕ້ອງສຸມໃສ່ແກ້ໄຂຄວາມທຸກຍາກໃຫ້ໄດ້ຢ່າງຊິ້ນເຊີງດ້ວຍມາດຕະຖານການສົ່ງເສີມຜະລິດເປັນສິນຄ້າສ້າງລາຍໄດ້ໃຫ້ແກ່ຄອບຄົວ ແລະພັດທະນາຊົນນະບົດເປັນຕົ້ນ: ສຸມໃສ່ຊຸກ ຍູ້ປັບປຸງ, ກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງ, ພື້ນພື້ນຖານວັດຖຸເຕັກນິກຮັບໃຊ້ການຜະລິດຂອງປະຊາຊົນເປັນຕົ້ນແມ່ນຊົນລະປະທານ, ເໝືອງຝາຍ, ສູນບໍລິ ການເຕັກນິກກະສິກຳລົງສູ່ບັນດາເມືອງ ແລະຈຸດສຸມຕ່າງໆໃຫ້ທົ່ວເຖິງເພື່ອຈັດຕັ້ງການຮັບຝຶກອົບຮົມເຕັກນິກ-ວິຊາການດ້ານການປູກ-ການລ້ຽງ, ສະໜອງແນວພັນພືດ, ສັດ ແລະຢາປາບສັດຕູພືດ, ຢາປິ່ນປົວພະຍາດຕ່າງໆ ແລະນໍາພາປະຊາຊົນເຮັດຕົວຈິງເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຢູ່ຊົນນະບົດໃຫ້ເປັນຂະບວນການຢ່າງແຂງແຮງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຂະຫຍາຍລະບົບການບໍລິການສິນເຊື່ອຊົນນະບົດເຊັ່ນ: ທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິ ກຳ, ກອງທຶນພັດທະນາບ້ານ, ກຸ່ມທ້ອນເງິນ, ສະຫະກອນສິນເຊື່ອ ແລະ ອື່ນໆໃຫ້ທົ່ວເຖິງ, ເຮັດໃຫ້ປະຊາຊົນຜູ້ທຸກຍາກໄດ້ເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າຫຼາຍຂຶ້ນ ແລະສາມາດກູ້ຢືມເຂົ້າໃສ່ການຜະລິດເປັນສິນຄ້າສ້າງລາຍໄດ້ໃຫ້ແກ່ຄອບຄົວ.

ສະໜັບສະໜຸນໂດຍ: HONDA

 ນອກນີ້ຍັງສຸມໃສ່ຊຸກຍູ້ສົ່ງເສີມເສດຖະກິດຮ່ວມມື ຫຼື ສະຫະກອນກຸ່ມການຜະລິດ, ກຸ່ມບໍລິສັດຂອງປະຊາຊົນໃຫ້ແຂງແຮງ, ທົ່ວເຖິງ ແລະຊຸກຍູ້, ສົ່ງເສີມພາກສ່ວນທຸ ລະກິດຕ່າງໆລົງສູ່ຊົນນະບົດໂດຍສະເພາະເຂດຫ່າງໄກສອກຫຼີກດ້ວຍນະໂຍບາຍ ແລະ ມາດຕະການສົ່ງເສີມເປັນພິເສດຕໍ່ຜູ້ປະກອບການທີ່ໄປລົງທຶນເຮັດການປະກອບການປຸງແຕ່ງແປຮູບຜົນຜະລິດຂອງປະຊາຊົນຢູ່ກັບທີ່ ແລະເຮັດໜ້າທີ່ຜູກພັນສອງສົ້ນກັບກຸ່ມການຜະລິດຂອງປະຊາຊົນ ແລະ ໃນຕໍ່ໜ້ານີ້ຕ້ອງສ້າງຫົວໜ່ວຍທຸລະກິດໃຫ້ດີຂຶ້ນ, ພ້ອມກັນນີ້ກໍຕ້ອງຊຸກຍູ້, ສົ່ງເສີມບັນດາຕົວແບບການຜະລິດເປັນສິນຄ້າໃຫ້ຂະຫຍາຍຕົວຢ່າງແຂງແຮງແລະສ້າງໃຫ້ໄດ້ໜຶ່ງເມືອງໜຶ່ງຜະລິດຕະພັນເພື່ອເປັນບ່ອນສາທິດ ແລະຖ່າຍທອດບົດຮຽນ, ສືບຕໍ່ສ້າງ ແລະຂະຫຍາຍຕະຫຼາດຊົນນະບົດລົງສູ່ບັນດາຈຸດສຸມ ແລະບ້ານໃຫຍ່ຕ່າງໆ ໃຫ້ທົ່ວເຖິງ.

__________

ຂຽນໂດຍ: ພຸດທະສອນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ