ສກຈຮ ຈຳປາສັກຝືກອົບຮົມການລ້ຽງງົວໃຫ້ກັບລູກຄ້າ

  ເປັນໂອກາດອັນດີຫຼາຍສໍາລັບລູກຄ້າທີ່ມີຄວາມສົນໃຈໃນການລ້ຽງງົວ ແລະຍັງຂາດທຶນຮອນເນື່ອງຈາກວ່າສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກໄດ້ເປີດໂຄງການຝຶກອົບຮົມຄວາມຮູ້ປະຊາສຶກສາທາງດ້ານກະສີກໍາການລ້ຽງງົວຈາກຜູ້ຊ່ຽວຊານຈາກມະຫາວິທະຍາໄລຈໍາປາສັກໃຫ້ລູກຄ້າກ່ອນໃຫ້ເງິນກູ້.

 

  ພິທີເປີດຝຶກອົບຮົມໃຫ້ຄວາມຮູ້ປະຊາສຶກສາທາງດ້ານກະສີກໍາ (ການລ້ຽງງົວ) ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ຈໍາປາສັກໄດ້ມີຂຶ້ນໃນວັນທີ 14 ທັນວາ 2019 ຜ່ານມານີ້ທີ່ໂຮງແຮມຈໍາປາສັກແກຣນນະຄອນປາກເຊແຂວງຈໍາປາສັກ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໜູນເຄືອບ ສິດທິເດດ ຜູ້ອໍາ ນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຈໍາປາສັກ, ມີບັນດາທ່ານຄູ-ອາຈານຜູ້ຊ່ຽວຊານຈາກມະຫາວິທະຍາໄລຈໍາປາສັກ ແລະບັນດາລູກຄ້າພາຍໃນແຂວງຈໍາປາສັກເຂົ້າຮ່ວມ.

   ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຄວາມຮູ້ທາງດ້ານກະສີກໍາແກ່ຜູ້ທີ່ມີໃຈມັກໃນການລ້ຽງສັດໂດຍສະເພາະແມ່ນການລ້ຽງງົວເພື່ອເສີມສ້າງອາຊີບ ແລະສ້າງລາຍຮັບໃຫ້ແກ່ຄອບຄົວ, ຊຶ່ງທາງສະຖາບັນຈະສະໜອງແຫຼ່ງທຶນໃຫ້ລູກຄ້າທີ່ສົນໃຈການລ້ຽງງົວພາຍໃນແຂວງຈໍາປາສັກສ້າງທາງເລືອກໃນການສ້າງອາຊີບ ແລະສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບລູກຄ້າ.

ສະໜັບສະໜຸນໂດຍ: HONDA

--------

 ສກຈຮ ຈໍາປາສັກໄດ້ເປີດໃຫ້ບໍລິການແກ່ສັງຄົມໃນຕົ້ນປີ 2015 ໄດ້ເອົາໃຈໃສ່ປະຕິບັດພາລະກິດຂອງຕົນຢ່າງຕັ້ງໜ້າໃນການຂະຫຍາຍການບໍລິການໄປສູ່ປະຊາຊົນທຸກຊຸມຊົນ, ທຸກພາກສ່ວນທີ່ມີລາຍຮັບໜ້ອຍໃຫ້ສາມາດເຂົ້າເຖິງການບໍລິດານຈຸລະພາກທີ່ເໝາະສົມກັບຄວາມສາມາດ ແລະຄວາມຕ້ອງການຂອງເຂົາເຈົ້າ, ໂດຍຮັບປະກັນການບໍລິການທີ່ວ່ອງໄວ, ໂປ່ງໃສ ແລະເປັນທໍາແນໃສ່ບັນລຸວິໃສທັດຂອງອົງກອນໃນການສະໜອງການບໍລິການການເງິນຈຸລະພາກຂອງ ສກຈຮ ຈໍາປາສັກໄດ້ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນຄົງຈົນກວມເອົາ 9 ຕົວເມືອງ ແລະ 1 ນະຄອນຂອງແຂວງຈໍາປາສັກ ແລະໄດ້ມີໜ່ວຍບໍລິການຢູ່ໃນ 3 ແຂວງຄື: ສາລະວັນ, ອັດຕະປື ແລະແຂວງເຊກອງ.

__________

ຂຽນໂດຍ: ໂພທິຣາຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444