ປີນີ້ ຈະມີການຂາດດຸນງົບປະມານ 4,5% ຂອງຈີດີພີ

 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2019 ແລະທິດທາງແຜນການປະຈໍາປິ 2020 ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2019 ທີ່ຫໍປະ ຊຸມແຫ່ງຊາດໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ,ມີບັນດາຄະນະນໍາກະຊວງ,ຕາງໜ້າກະຊວງ, ອົງການທຽບເທົ່າ, ກົມອ້ອມຂ້າງກະຊວງການເງິນ ແລະຂະແໜງການເງິນອ້ອມຂ້າງສູນກາງແລະທ້ອງຖິ່ນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ກ່າວເປີດກອງປະຊຸມ, ພ້ອມທັງຍົກໃຫ້ເຫັນບາງບັນຫາທີ່ພົ້ນເດັ່ນຂໍ້ຫຍຸ້ງຍາກແລະສິ່ງທ້າທາຍໃນການຈັດຕັ້ງປະຕິບັດເກັບລາຍຮັບຂອງສາມຂະແໜງການສາຍຕັ້ງປີ 2019, ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການປະຕິຮູບຂະແໜງການເງິນ, ມາດຕະການແກ້ໄຂຜົນການກວດສອບ ແລະ ຜົນການກວດກາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດພ້ອມທັງຮັບຟັງການເຜີຍແຜ່ຄຳແນະນຳວ່າດ້ວຍການສ້າງແຂວງເປັນຫົວ ໜ່ວຍ ຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະສ້າງບ້ານຫົວໜ່ວຍພັດທະນາດ້ານການເງິນ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການເງິນບ້ານ ແລະບັນຫາສໍາຄັນອື່ນຈໍານວນໜຶ່ງ.

ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2019 ເຫັນວ່າມີຫຼາຍດ້ານຍັງພົບຄວາມຫຍຸ້ງຍາກ ແລະທ້າທາຍພໍສົມຄວນ, ບັນຫາລວມແມ່ນຍັງເປັນແຜນທີ່ສືບຕໍ່ແກ້ໄຂສະພາບຄວາມຝືດເຄືອງທາງດ້ານການເງິນ-ງົບປະມານທີ່ເກີດຂຶ້ນມາໃນໄລຍະຫຼາຍສົກປີງົບປະມານທີ່ຜ່ານມາ, ຊຶ່ງຕ້ອງໃຊ້ເວລາພໍສົມຄວນຈຶ່ງຈະສາມາດຟື້ນໂຕ ແລະກັບເຂົ້າສູ່ສະພາບປົກກະຕິ ແລະ ໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2019 ດ້ວຍຄວາມເອົາໃຈໃສ່ແລະດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ສາມາດປະຕິບັດແຜນງົບປະມານແຫ່ງລັດໃນໄລຍະ 11 ເດືອນທີ່ຜ່ານມາ,ຊຶ່ງສະຫຼຸບໄດ້ເບື້ອງຕົ້ນແມ່ນອີງໃສ່ຄາດຄະເນການຈັດຕັ້ງປະຕິບັດລາຍຮັບ ແລະ ລາຍຈ່າຍງົບປະມານໝົດປີຄາດວ່າໃນປີ 2019 ຈະມີການຂາດດຸນງົບປະມານບໍ່ເກີນ 4,5% ຂອງ GDP ດ້ານລາຍຮັບສາມາດປະຕິບັດລາຍຮັບງົບປະມານທັງ ໝົດ 78% ຂອງແຜນການປີ, ສະເພາະລາຍຮັບພາຍໃນໄດ້ 83% ຂອງແຜນການປີ, ສ່ວນດ້ານລາຍຈ່າຍປະຕິບັດໄດ້ 69% ຂອງແຜນການປີ.

ສະໜັບສະໜຸນໂດຍ: HONDA

  ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2019 ນີ້, ເຫັນວ່າຍັງມີຫຼາຍສິ່ງທ້າທາຍ ແລະ ມີວຽກທີ່ຍັງຈະຕ້ອງໄດ້ພ້ອມກັນສູ້ຊົນປະຕິບັດໃນປີ 2020 ໃຫ້ສາ ມາດບັນລຸແຜນການທີ່ກໍານົດໄວ້ໂດຍສະເພາະແຜນງົບປະມານແຫ່ງລັດໃນປີ 2020 ແມ່ນຍັງສືບຕໍ່ສູ້ຊົນແກ້ໄຂ ບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະຫັນປ່ຽນໃໝ່ໂດຍກ້າວເຂົ້າສູ່ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະກວ້າງຂວາງ,ເຮັດໃຫ້ການເກັບລາຍຮັບ ແລະປະຕິບັດລາຍຈ່າຍງົບ ປະມານມີປະສິດທິຜົນ ແລະເຂັ້ມງວດຂຶ້ນກວ່າເກົ່າ, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,5% (ຫຼື ເທົ່າກັບ 177.780 ຕື້ກີບ), ຊຶ່ງຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງປະກອບມີ: ຄາດໝາຍລາຍຮັບທັງໝົດຕ້ອງສູ້ຊົນໃຫ້ໄດ້ 28.997 ຕື້ກີບ ຫຼື ທຽບເທົ່າປະ ມານ 16,31% ຂອງ GDP.

  ສະນັ້ນ, ເພື່ອສ້າງເງື່ອນໄຂທີ່ໜັກແໜ້ນ ແລະກະກຽມໃຫ້ແກ່ການຈັດຕັ້ງແຜນງົບປະມານແຫ່ງລັດປີ 2020 ຕາມ ມະຕິເລກທີ 22/ສພຊ, ລົງວັນທີ 18 ພະຈິກ 2019 ທີ່ສະພາແຫ່ງຊາດໄດ້ຮັບ ຮອງແລ້ວນັ້ນ ຊຶ່ງປະກອບດ້ວຍລາຍຮັບ ທັງໝົດ28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ໃນນັ້ນລາຍຮັບພາສີ-ອາກອນ 22.133 ຕື້ກີບ, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ4.576 ຕື້ກີບ ແລະລາຍຮັບການຊ່ວຍເຫຼືອລ້າ 2.287 ຕື້ກີບ, ສໍາລັບລາຍຈ່າຍທັງໝົດ 35.693 ຕື້ກີບ ເທົ່າກັບ 20,08% ຂອງGDP ແລະຂາດດຸນງົບປະມານ 6.696 ຕື້ກີບ ເທົ່າກັບ 3,77% ຂອງ GDP;

  ພ້ອມກັນນັ້ນ, ໃນກອງປະຊຸມກໍ່ຍັງໄດ້ມີການປຶກສາຫາລື ແລະປະກອບຄໍາຄິດຄໍາເຫັນຮ່ວມກັນເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນສົມບູນ ແລະມີໝາກຜົນ ແລະ ເພື່ອເປັນຂໍ້ມູນ ແລະບ່ອນອີງທີ່ສໍາຄັນທາງດ້ານວິຊາການເພື່ອປັບປຸງມາດຕະການ ແລະກົນໄກການຄຸ້ມຄອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໂດຍສະເພາະການຂຸດຄົ້ນຈັດເກັບລາຍຮັບແລະຄຸ້ມຄອງລາຍຈ່າຍຕາມແຜນການທີ່ສະພາແຫ່ງຊາດຮັບຮອງເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຕາມຈຸດປະສົງ ແລະຄາດໝາຍທີ່ກຳນົດໄວ້.

__________

ພາບ ແລະຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444