ບໍ່ແກ້ວດຶງດູດນັກທ່ອງທ່ຽວເພີ່ມຂື້ນ 60 ເປີເຊັນສ່ວນຮ້ອຍ

   ແຂວງບໍ່ແກ້ວ ກໍ່ເປັນແຂວງໜຶ່ງທີ່ເສດຖະກິດກໍາລັງສືບຕໍ່ຂະຫຍາຍຕົວຍ້ອນການຄົມມະນາຄົມຂົນສົ່ງມີຂົວມິດຕະພາບແຫ່ງທີ 4 ແລະ ການທ່ອງທ່ຽວໂດຍຜ່ານຫຼາຍເສັ້ນທາງໃນນັ້ນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ກໍ່ເປັນຈຸດໜຶ່ງທີ່ໄດ້ດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມນອກຈາກນັ້ນຍັງມີສະຖານທີ່ແຫຼ່ງທ່ອງທ່ຽວອື່ນໆບໍວ່າເປັນທາງດ້ານວັດທະນະທໍາ,ດ້ານທໍາມະຊາດ ແລະປະຫວັດສາດລວມທັງລະດັບຂັ້ນແຂວງ ແລະຂັ້ນເມືອງທັງໝົດມີ 77 ແຫ່ງໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມທ່ຽວຊົມເພີ່ມຂຶ້ນ 60% ເມື່ອທຽບໃສ່ປີກ່ອນ.

  ທ່ານ ສຸຂະ ຫຼ່ຽນທອງຄຳ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງບໍ່ແກ້ວ ໃຫ້ສຳພາດວ່າ: ໃນປີ 2018 ຊຶ່ງເປັນປີທ່ອງທ່ຽວລາວແຂວງບໍ່ແກ້ວໄດ້ຈັດກິດຈະກໍາຕ່າງໆເພື່ອສົ່ງເສີມການທ່ອງທ່ຽວຫຼາຍໆດ້ານບໍ່ວ່າເປັນທາງດ້ານວັດທະນະທໍາ, ດ້ານທໍາມະຊາດ ແລະປະຫວັດ ສາດລະດັບຂັ້ນແຂວງ ແລະຂັ້ນເມືອງລວມທັງງານເທສະການດອກງິ້ວບານກໍ່ເປັນອີກຈຸດໜຶ່ງທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາເພີ່ມຫຼາຍຂຶ້ນເຊັ່ນດຽວ ກັນປະຈຸບັນທົ່ວແຂວງມີສະຖານທີ່ທ່ອງທ່ຽວທັງໝົດມີ 77 ແຫ່ງ ແລະ ມີເສັ້ນທາງໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າເຖິງຫຼາຍເສັ້ນທາງ ເຊັ່ນ: ເສັ້ນທາງແມ່ນ້ຳລ້ານຊ້າງແລ້ວເຊື່ອມຕໍ່ແມ່ນ້ຳຂອງ, ເສັ້ນທາງ R3 ທີ່ເຊື່ອມຕໍ່ຈີນ, ໄທແລ້ວມາຜ່ານດ່ານບໍ່ແຕນ ແຂວງຫຼວງນ້ຳທາແລ້ວເຂົ້າມາຫາແຂວງບໍ່ແກ້ວ ສຳລັບນັກທ່ອງທ່ຽວມາຈີນທີ່ຈະເດີນທາງສາຍການບິນທີ່ໄລຍະໃກ້ສຸດແມ່ນມາລົງສະໜາມບິນຊຽງໃໝ່, ຊຽງລາຍທີ່ປະເທດໄທແລ້ວເຊື່ອມຕໍ່ໄປສູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາຈາກນັ້ນກໍເຂົ້າຫາແຂວງບໍ່ແກ້ວໂດຍໃນປີ 2018 ທົບແຂວງມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມເພີ່ມຂຶ້ນ 60% ເມື່ອທຽບໃສ່ປີ 2017.

  ສຳລັບປີ 2019 ແມ່ນປີທ່ອງທ່ຽວລາວ-ຈີນ ຊຶ່ງແຂວງຍັງໄດ້ວາງແຜນການຈະປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວຫຼາຍດ້ານໂດຍສະເພາະແມ່ນແຫຼ່ງທຳມະຊາດຂອງດອນຊາວທີ່ຕິດພັນກັບການທ່ອງທ່ຽວຄົບວົງຈອນຢູ່ຂົງເຂດເສດຖະກິດສາມຫຼ່ຽມຄຳ ແລະການປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວທີ່ມີຢູ່, ໂຮງແຮມ, ຮ້ານອາຫານ ແລະການບໍລິການຂົນສົ່ງເພື່ອຊ່ວຍໃຫ້ນັກທ່ອງທ່ຽວເພີ່ມເຂົ້າມາຫຼາຍຂຶ້ນ.