ສະຫຼຸບວຽກງານແຜນການ ແລະການລົງທຶນປະຈຳປີ 2019

  ວັນທີ 16 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ກະຊວງແຜນການ ແລະການລົງທຶນຈັດກອງປະຊຸມວຽກງານແຜນການ ແລະການລົງທຶນ ປະຈໍາປີ 2019 ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ມີບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ, ຮອງເຈົ້າແຂວງ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະວິຊາການກ່ຽວຂ້ອງຂອງຂະແໜງແຜນການ ແລະການລົງທຶນຈາກສູນກາງ ແລະທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ.

  ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2019 ແລະ ປຶກສາຫາລືການຈັດຕັ້ງປະຕິບັດທິດທາງແຜນການໃນປີ 2020 ຂອງຂະແໜງແຜນການ-ການລົງທຶນ, ໃນໄລຍະ 1 ປີ ເປັນຕົ້ນການອະນຸມັດການລົງທຶນໄລຍະ 9 ເດືອນປີ 2019 ຂອງພາກເອກະ ຊົນພາຍໃນ ແລະຕ່າງປະເທດມີຈຳນວນ 37 ໂຄງການ, ມີທຶນທັງໝົດ 7,29 ຕື້ໂດລາສະຫະລັດ ແລະທຶນຈົດທະບຽນ 2,24 ຕື້ໂດລາ (ສະເພາະສູນກາງອະນຸມັດ) ແລະຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ໃນປີ 2019 ມີຈຳນວນທັງໝົດ 223,6 ລ້ານໂດລາ ສໍາລັບຕົວເລກການຂຶ້ນທະບຽນວິສາຫະກິດຂອງຂະ ແໜງອຸດສາຫະກຳ ແລະການຄ້າຈຳນວນ 10.200 ຫົວໜ່ວຍຈຳນວນທຶນຈົດທະບຽນທັງໝົດ 74.787 ຕື້ກີບ ຫຼື ເທົ່າກັບ 9,34 ຕື້ໂດລາສະຫະລັດ, ເຖິງວ່າມີຕົວເລກອະນຸມັດການລົງທຶນທີ່ຢູ່ໃນລະດັບຄາດໝາຍກໍ່ຕາມແຕ່ການລົງທຶນສ່ວນໃຫຍ່ ແລະແຫຼ່ງທຶນທີ່ນໍາເຂົ້າມາແມ່ນມາຈາກການລົງທຶນສຳປະທານໃນຂະແໜງຊັບພະຍາກອນທຳມະຊາດ ແລະ ໂຄງການກໍໍ່ສ້າງພື້ນຖານໂຄງລ່າງເປັນສ່ວນໃຫຍ່ໃນຕໍ່ໜ້າຈະມີທ່າອຽງຫຼຸດລົງ.

ສະໜັບສະໜຸນໂດຍ: HONDA

 ປະຈຸບັນທົ່ວປະເທດມີເຂດເສດຖະກິດພິເສດຈຳນວນ 12 ເຂດ ມີເນື້ອທີ່ທັງໝົດ 29.458 ເຮັກຕາ,ແຕ່ເນື້ອທີ່ໄດ້ຮັບການປະຕິບັດຕົວຈິງມີພຽງແຕ່ 12.473 ເຮັກຕາ, ໃນໄລຍະປີ 2019 ບັນດາເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດໄດ້ມີຫຼາຍດ້ານພົ້ນເດັ່ນເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ ແລະ ສາມາດດຶງ ດູດການລົງທຶນ, ການປະຕິບັດພັນທະເຂົ້າງົບປະມານຂອງລັດ, ການສ້າງວຽກເຮັດງານທໍາ ແລະອື່ນໆນັບມື້ນັບຫຼາຍຂຶ້ນໂດຍສະເພາະໄດ້ມີບໍລິສັດເຂົ້າມາຈົດທະບຽນລົງ ທຶນທັງໝົດ 114 ບໍລິສັດ,ສ່ວນໃຫຍ່ເປັນບໍລິສັດທີ່ມາຈາກ ສປ ຈີນ, ໄທ, ຍີ່ປຸ່ນ ແລະປະເທດອື່ນໆ, ມີທຶນຈົດທະບຽນທັງໝົດ386 ລ້ານກວ່າໂດລາ ແລະຄາດຄະເນມູນຄ່າການລົງທຶນທັງໝົດ 713 ລ້ານກວ່າໂດລາ ໃນນີ້ໄດ້ລົງທຶນຕົວຈິງໄປແລ້ວ 1,06 ຕື້ກວ່າໂດລາ ຊຶ່ງລົງທຶນຫຼາຍກວ່າໝູ່ແມ່ນເຂດສາມຫຼ່ຽມຄໍາ, ເຂດບໍ່ເຕ່ນແດນງາມ, ເຂດກວມລວມໄຊເຊດຖາ ແລະເຂດບືງທາດຫຼວງ.

__________

ຂຽນໂດຍ: ຟ້າ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511