ນາງງາມ ຈາໄມກາ ຄວ້າມຸງກຸດ ນາງງາມໂລກ

 Toni–Ann Singh ນາງ ງາມ ຈາໄມກາ ໄດ້ຮັບນາມມະຍົດນາງງາມໂລກປີ 2019 ໃນຄໍ່າຄືນປະກວດນາງງາມຊີງຊະນະເລີດທີ່ໄດ້ດຳເນີນໃນຕອນຄໍ່າວັນທີ 14 ທັນວາ, ຢູ່ລອນດອນພາຍຫຼັງທີ່ໄດ້ມີຄະແນນລື່ນກາຍນາງງາມກວ່າ 100 ຄົນ ຂອງປະເທດຕ່າງໆ ທີ່ເຂົ້າຮ່ວມງານປະກວດ. ຫວຽດນາມ, ນາງງາມ ເລືອງຖຸ່ຍລິງ ກໍໄດ້ເຂົ້າຮອບ 12 ຄົນສຸດທ້າຍນີ້ແມ່ນໜຶ່ງໃນບັນດາຜົນງານສູງສຸດຂອງນາງ ສາວຫວຽດນາມ ທີ່ເຂົ້າຮ່ວມງານປະກວດ Miss World-ເວທີປະກວດນາງງາມທີ່ມີຂອບຂະໜາດໃຫຍ່ ແລະມີອິດທິພົນຊື່ສຽງທີ່ສຸດໃນໂລກ.

 ເປີດສາກໃຫ້ແກ່ຄໍ່າຄືນປະກວດຊີງນາງງາມຊະນະເລີດໂລກ ປີ 2019 ແມ່ນລາຍການສະແດງສິລະປະ “Dance of the World”ທີ່ເປັນເອກະລັກ, ບັນດານາງ ງາມໄດ້ນຸ່ງຊຸດອາພອນປະຈຳຊາດ ແລະສະແດງບັນດາວາດຟ້ອນທີ່ ເປັນເອກະລັກຂອງບ້ານເກີດເມືອງ ນອນຂອງຕົນ, ນາງ Toni – Ann Singh, ອາຍຸ 23 ປີ, ຊຶ່ງເປັນນາງງາມມາຈາກປະເທດຈາໄມກາຄວ້າມຸງກຸດ Miss World 2019 ໄປຄອງ ຊຶ່ງນາງ Toni ເປັນນັກສຶກສາກຳລັງຮຽນຂະແໜງຈິດຕະສາດໄດ້ສ້າງຄວາມປະທັບໃຈຢ່າງແຮງດ້ວຍຄວາມໝັ້ນໃຈ, ຕະຫຼົກ ແລະພິເສດນາງໄດ້ມີນໍ້າສຽງ ທີ່ເຕັມໄປດ້ວຍພະລັງຊີວິດ ແລະ ເປັນແຮງບັນດານໃຈ, ນາງກໍເປັນຜູ້ທີ່ຍາດໄດ້ໄຊຊະນະໃນການປະກວດຄວາມເກັ່ງກ້າສາມາດທີ່ງານປະກວດນາງງາມ Miss World 2019.

 ຂະນະທີ່ນີ້, ຄະນະຈັດຕັ້ງກໍໄດ້ມອບລາງວັນຮອງນາງງາມທີ 2 ໃຫ້ແກ່ Suman Rao ມາຈາກອິນເດຍ ແລະຮອງນາງງາມຜູ້ທີ 1 ໄດ້ແກ່ນາງ Ophely Mez ino ມາຈາກຝຣັ່ງ.

------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ