ຕາດຫ້ວຍດຳ ສະຖານທີ່ທ່ອງທ່ຽວທາງທຳມະຊາດ

  ປະຈຸບັນເຫັນໄດ້ວ່າຂະແໜງການທ່ອງທ່ຽວຢູ່ລາວໄດ້ຮັບການປັບປຸງ ແລະພັດທະນາເປັນກ້າວໆ ມາຢ່າງຕໍ່ເນື່ອງໂດຍເນັ້ນໃສ່ການພັດທະນາການທ່ອງທ່ຽວແບບອະນຸ ລັກປະຊາຊົນມີສ່ວນຮ່ວມໄດ້ຮັບການປັບປຸງ ແລະເສີມຂະຫຍາຍຢ່າງກວ້າງຂວາງ,ການພັດທະນາໂຄງລ່າງພື້ນຖານ ແລະສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວໄດ້ຮັບການເອົາໃຈໃສ່ຊຸກຍູ້ປັບປຸງໃຫ້ໄດ້ມາດຕະຖານດີຂຶ້ນ; ພາກລັດ ແລະເອກະຊົນໄດ້ເພີ່ມການລົງທຶນໃສ່ສິ່ງອຳນວຍຄວາມສະດວກເພື່ອຮອງຮັບນັກທ່ອງທ່ຽວທັງພາຍ ໃນແລະຕ່າງປະເທດເປັນຕົ້ນສະຖານທີ່ພັກແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ, ການຜະລິດ ແລະຂາຍເຄື່ອງຫັດຖະກຳ, ທຸລະກິດການບໍລິການນຳທ່ຽວ ແລະອື່ນໆ.

  ນໍ້າຕົກຕາດຫ້ວຍດຳເປັນອີກໜຶ່ງແຫຼ່ງທ່ອງທ່ຽວທຳມະຊາດທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ເມື່ອໄປຮອດຈຸດທ່ອງທ່ຽວກໍຈະເຫັນທິວທັດທຳມະຊາດທີ່ສວຍງາມ, ມີຄວາມປະທັບໃຈເນື່ອງຈາກວ່າຕາດເຕັມໄປດ້ວຍທໍາມະຊາດປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນສົດຊື່ນບວກກັບສັດນ້ອຍໃຫຍ່ສົ່ງສຽງດັງກ້ອງລະງົມທີ່ຟັງແລ້ວໜ້າຫຼົງໄຫຼມ່ວນຊືນໄປກັບມັນເຮັດໃຫ້ລືມຄວາມອິດເມື່ອຍຈາກການເດີນທາງ.

  ສໍາລັບສະຖານທີ່ດັ່ງກ່າວຕັ້ງຢູ່ບ້ານຫ້ວຍດຳໃນປ່າສະຫງວນຂອງບ້ານບົນເສັ້ນທາງແລວເສດຖະກິດເໜືອ-ໃຕ້ ຫ່າງຈາກເທສະບານແຂວງປະມານ 25 ກິໂລແມັດ, ເສັ້ນທາງຫຼວງນໍ້າທານາ         

--------------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ