ຄຳພູນ ພູມໃຈແຫຼ່ງທຶນ ທພລ

  ທະນາຄານແມ່ນທີ່ເພິ່ງຂອງລູກຄ້າ ຫຼືຜູ້ປະກອບການຫຼາກຫຼາຍສາຂາອາຊີບໃນການຜະລິດ, ການດຳເນີນທຸລະກິດ, ການລົງທຶນກໍ່ຄືການນຳໃຊ້ເຂົ້າໃນການພັດທະ ນາ ແລະແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໂດຍການຝາກ-ກູ້ ທີ່ມີຈຸດປະສົງນຳໃຊ້ເຂົ້າຖືກເປົ້າໝາຍ ແລະຊຳລະຕົ້ນທຶນ+ດອກເບ້ຍຕາມກຳນົດເວລາທີ່ກຳນົດໄວ້, ດັ່ງທ່ານ ຄຳພູນ ແສງປະທີບ ຊາວບ້ານໂນນສະຫວ່າງ ນະຄອນປາກເຊ ແຂວງຈຳປາສັກ ກໍເປັນຜູ້ໜຶ່ງທີ່ເປັນລູກຄ້າຊັ້ນດີຂອງທະນາຄານພັດທະນາລາວສາຂາປາກເຊ (ທພລ-ປຊ) ຊຶ່ງໃນປີ 2007 ໄດ້ຮັບການກູ້ຢືມທຶນຈາກທະນາຄານດັ່ງກ່າວມາລ້ຽງປາກະຊັງໂດຍເຮັດແຕ່ນ້ອຍຫາໃຫຍ່ເບື້ອງຕົ້ນແມ່ນມີ 9 ກະຊັງແຕ່ມາເຖິງປະຈຸບັນມີ 100 ກວ່າກະຊັງທີ່ລ້ຽງຢູ່ນໍ້າຂອງເຂດບ້ານໂນນສະຫວ່າງ ແລະລ້ຽງປາອະນຸບານໃສ່ໜອງຢູ່ບ້ານຫຼັກ 40 ເມືອງປະທຸມ ພອນແຂວງຈຳປາສັກ ແລະມີຜູ້ຊ່ວຍວຽກ 10 ຄົນ ຜ່ານການລ້ຽງປາຕາມນະໂຍບາຍຂອງລັດຖະບານກໍຄືຄວາມມັກຂອງຕົນຈຶ່ງປະສົບຜົນສຳເລັດເປັນທີ່ເພິ່ງພໍໃຈໂດຍມີຜົນຜະລິດແຕ່ລະປີປະມານ 3 ແສນກິໂລ ແລະມີຜົນກຳໄລໃນແຕ່ລະປີປະມານ 300 ລ້ານກີບ.

ສະໜັບສະໜຸນໂດຍ: HONDA

  ທ່ານ ຄຳພູນ ແສງປະທີບ ໄດ້ກ່າວຕໍ່ຜູ້ສື່ຂ່າວພວກເຮົາຕື່ມວ່າ: ໃນການດຳເນີນທຸລະກິດແມ່ນໄດ້ຮັບການສະໜັບສະໜູນແຫຼ່ງທຶນເບື້ອງຕົ້ນຈຳນວນໜຶ່ງຈາກ ທພລ-ປຊ ແລະເປັນລູກຄ້າປະຈຳໂດຍໄດ້ຮັບແຫຼ່ງທຶນດອກເບ້ຍຜ່ອນຜັນທີ່ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດກາງ ແລະຂະໜາດນ້ອຍ (SME) ແລະ ພາຍຫຼັງການດຳເນີນການຜະລິດພາຍໃຕ້ດອກເບ້ຍຜ່ອນຜັນອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເລື້ອຍໆ ໂດຍສະເພາະ ທພລ-ສາຂາປຊ ໄດ້ເອົາໃຈໃສ່ຊ່ວຍເຫຼືອຕະຫຼອດມາທັງດ້ານທຶນຮອນກໍ່ຄືບົດຮຽນໃນການນຳໃຊ້ແຫຼ່ງທຶນ ແລະອຳນວຍຄວາມສະດວກໃຫ້ແກ່ການຜະລິດຂອງພວກຂ້າພະເຈົ້າ.

  ຢ່າງໃດກໍຕາມຕົກມາຮອດເດືອນ ກັນຍາ 2019 ຜ່ານມານີ້, ເຫດການບໍ່ຄາດຄິດກໍ່ເກີດຂຶ້ນຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ເກີດນໍ້ານອງ-ນໍ້າຖ້ວມ ແລະກະແສນໍ້າເຊ, ນໍ້າຫ້ວຍ, ນໍ້າຂອງໄຫຼແຮງໃນບັນດາແຂວງພາກໃຕ້ ແລະ 2 ແຂວງພາກກາງລວມທັງຫຼາຍພື້ນທີ່ຂອງແຂວງໃນນັ້ນລວມທັງສະຖານທີ່ລ້ຽງປາຂອງຂ້າ ພະເຈົ້າເຮັດໃຫ້ກະຊັງປາເປ້ເພເສຍຫາຍ 45 ກະຊັງ ມູນຄ່າ 180 ລ້ານກີບ; ປາອອກ (ຍ້ອນຂອນຕຳ, ຕາໜ່າງຂາດ) ປະມານ 1 ໂຕນມູນຄ່າ 20 ລ້ານກີບ; ປາຕາຍ 19 ໂຕນມູນຄ່າ 380 ລ້ານກີບ ແລະໜອງປາອະນຸບານຖືກຖ້ວມ 8 ໜອງມີລູກປາ 8 ແສນໂຕ ມູນຄ່າ 205 ລ້ານກີບ ລວມມູນຄ່າເສຍຫາຍທັງໝົດປະມານ 785 ລ້ານກີບ.

  ທ່ານ ຈັນສະຫວ່າງ ອໍລະແສງ ຮອງຫົວໜ້າທພລ-ສາຂາ ປຊ ໄດ້ຢືນຢັນວ່າ: ທ່ານ ຄຳພູນ ແສງປະທີບ ໄດ້ຮັບແຫຼ່ງທຶນຊ່ວຍເຫຼືອຈາກ SME ໂດຍຜ່ານ ທພລ-ສາ ຂາ ປຊ ຊຶ່ງໃນຜ່ານມາໄດ້ເປັນລູກຄ້າຊັ້ນດີຄົນໜຶ່ງ ແລະໃນລະຫວ່າງເດືອນກັນຍາຜ່ານມານີ້ ກະຊັງປາຈຳນວນຫຼາຍຂອງທ່ານໄດ້ຮັບຜົນເສຍຫາຍຈາກໄພພິບັດ ແລະເປັນ 1 ໃນ 6 ຫົວໜ່ວຍທີ່ໄດ້ ຮັບຜົນກະທົບຈາກໄພນ້ຳຖ້ວມເສຍຫາຍລວມ 6 ຫົວໜ່ວຍຕົກເປັນເງິນ 2.000 ກ່ວາລ້ານກີບ; ຈາກນັ້ນ, ທພລ-ສາຂາ ປຊ ກໍໄດ້ລົງເກັບກຳຂໍ້ມູນຂອງຜົນເສຍຫາຍຢ່າງລະອຽດແລ້ວລາຍງານຕໍ່ສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ແຂວງຈຳປາສັກ ແລະ ທພລ ສຳນັກງານໃຫຍ່ ແລະ ໃນເວລາຕໍ່ມາກໍ່ໄດ້ຮັບທິດຊີ້ນຳໃຫ້ແກ້ໄຂ 6 ຫົວໜ່ວຍດັ່ງກ່າວໂດຍດ່ວນ ແລະ ທພລ-ສາຂາ ປຊ ກໍໄດ້ປັບປຸງໂຄງສ້າງການຕໍ່ສັນຍາ, ອອກເງິນກູ້ສະໜັບສະໜູນໃຫ້ແກ່ລູກ ຄ້າອອກໄປຕື່ມ ແລະ ມາເຖິງປະຈຸບັນແມ່ນໄດ້ແກ້ໄຂສຳເລັດແລ້ວ ແລະ ລູກຄ້າສາມາດດຳເນີນທຸລະກິດຕໍ່ໄປດ້ວຍດີແລະທພລ-ສາຂາ ປຊ ກໍຈະໃຫ້ຄຳແນະນຳເພື່ອໃຫ້ ເງິນກູ້ດຳເນີນການຕາມວັດຖຸປະສົງຂອງ SME.

____________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ