ລາວສຳເລັດຝືກອົບຮົມວຽກຕ້ານຟອກເງິນ

   ສໍານັກງານຂໍ້ມູນຕ້ານການຟອກເງິນຮ່ວມກັບກຸ່ມອາຊີ-ປາຊິຟິກ ເພື່ອຕ້ານການຟອກເງິນໄດ້ຈັດຕັ້ງການຝຶກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນລະຫວ່າງວັນທີ 10-13 ທັນວາ 2019 ທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງ ທ່ານນາງ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານນາງ ເອລີນ ລູໂບວິກ ຮອງເລຂາທິການກອງເລຂາກຸ່ມອາຊີ-ປາຊິຟິກ ເພື່ອຕ້ານການຟອກເງິນຕາງໜ້າຈາກກຸ່ມອາຊີ-ປາຊິຟິກ ເພື່ອຕ້ານການຟອກເງິນພ້ອມທັງຕາງໜ້າຈາກອົງການ UNODC ທ່ານ ຄິສໂຕເຟີ ແບັທ ແລະ ທ່ານທອມຮັນ ເຊັນ ຊ່ຽວຊານທາງດ້ານວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ພະນັກງານຂັ້ນນໍາ-ຂັ້ນວິຊາການຈາກສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງການເງິນ, ອົງການໄອຍະການ, ສານປະຊາຊົນສູງສຸດ, ກະຊວງຖະ ແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ, ທະນາຄານແຫ່ງ ສປປ ລາວ ແລະພາກສ່ວນອື່ນໆທີ່ຕິດພັນເຂົ້າຮ່ວມ.

 ການຝຶກອົບຮົມໃນຄັ້ງນີ້ຂອງກຸ່ມອາຊີ-ປາຊິຟິກ ເພື່ອຕ້ານການຟອກເງິນເປັນການຊ່ວຍໃຫ້ ສປປ ລາວ ໃນການກະກຽມຄວາມພ້ອມເພື່ອຮອງຮັບການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ໃກ້ຈະມາເຖິງນີ້ໂດຍສະເພາະແມ່ນເນັ້ນໜັກການສ້າງຄວາມເຂົ້າໃຈໃຫ້ກັບພາກສ່ວນກ່ຽວຂ້ອງຕໍ່ກັບພາລະບົດບາດຂອງພາກສ່ວນຕົນທີ່ຕ້ອງຮັບຜິດຊອບໃຫ້ມີຄວາມແນ່ໃຈວ່າພາກສ່ວນດັ່ງກ່າວມີຄວາມເຂົ້າໃຈຕໍ່ກັບວິທີການ ແລະ ຂະບວນການປະເມີນຜ່ານການເຮັດບົດຝຶກຫັດຕົວຈິງເພື່ອສ້າງຄວາມເຂົ້າໃຈຕໍ່ ການຈັດຕັ້ງປະຕິບັດບັນດາມາດຖານຂອງອົງການຕ້ານການຟອກເງິນສາກົນກໍຄືການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາແລະ 11 ປະສິດທິຜົນທີ່ຕິດພັນກັບພາລະບົດບາດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ອັນເປັນພື້ນຖານໃນການກະກຽມການເມີນໃຫ້ແກ່ຜູ້ຈັດຕັ້ງປະຕິບັດຕົວຈິງທີ່ຈະໄດ້ເຮັດວຽກຮ່ວມກັບຜູ້ປະເມີນເພື່ອເປັນການກະກຽມຄວາມພ້ອມຂອງ ສປປ ລາວ.

   ພ້ອມດຽວກັນນີ້; ຄະນະກອງເລຂາກຸ່ມອາຊີ-ປາຊິຟິກ ເພື່ອຕ້ານການຟອກເງິນກໍ່ໄດ້ເຂົ້າຢ້ຽມຂໍ່ານັບຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍໂດຍມີທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ; ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ແລະທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍການ ລາຍງານແມ່ນຕິດພັນກັບ 4 ວຽກຕົ້ນຕໍໃນນີ້ມີຄະນະວຽກງານເຜີຍແຜ່ ແລະເຊື່ອມຊຶມ, ວຽກງານນິຕິກໍາ ແລະກົນໄກ, ວຽກງານຄຸ້ມຄອງ ແລະ ວຽກງານດໍາເນີນຄະ ດີ, ຜົນການຝຶກອົບຮົມພ້ອມທັງແນະນໍາຂັ້ນຕອນ, ຂະບວນການປະເມີນລວມທັງຈຸດປະສົງ, ຄວາມໝາຍ ແລະຄວາມສໍາຄັນຂອງການປະເມີນຮອບດ້ານກ່ຽວກັບວຽກ ງານຕ້ານ ການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ຂັ້ນນໍາໄດ້ຮັບຊາບ.

_____________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ