ສສຊ ປະຈຳເຂດເລືອກຕັ້ງທີ 11 ປະຊຸມປະຈຳປີ

  ກອງປະຊຸມຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ 11 ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2019 ທີ່ຫ້ອງປະຊຸມສະພາປະຊາ ຊົນແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ສຸວັນນີ ໄຊຊະນະ ປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງ, ປະທານສະ ພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດທັງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ກອງແກ້ວ ໄຊສົງຄາມເຈົ້າແຂວງໆບໍລິຄຳໄຊ, ມີບັນດາ ສສຊ ປະຈຳເຂດເລືອກຕັ້ງ, ສສຂ ປະຈຳເມືອງ, ພະນັກງານອາວຸໂສ-ບຳນານ, ບັນດາພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ 7 ເມືອງເຂົ້າຮ່ວມ.

  ທ່ານ ນາງ ສີໄຄ ສີປະເສີດ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນການເຄື່ອນໄຫວປະຕິບັດວຽກງານຂອງສະມະຊິກສະ ພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນແຂວງຕະຫຼອດໄລຍະຜ່ານມາ. ສສຊ ສສຂ ປະຈຳເຂດເລືອກຕັ້ງໄດ້ປະຕິບັດສິດ, ພາລະບົດບາດ,ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງໂດຍການເຂົ້າຮ່ວມຕົກລົງບັນຫາສຳຄັນພື້ນຖານຂອງຊາດ, ຂອງທ້ອງຖິ່ນ, ຕິດຕາມກວດກາການລົງທຶນຂອງລັດ, ຊຸກຍູ້ໃຫ້ອົງການປົກຄອງແຂວງພະ ແນກການທີ່ກ່ຽວຂ້ອງ ຈັດລຽງບຸລິມະສິດຊຳລະສະສາງການລົງທຶນຂອງລັດໃຫ້ຖືກຕ້ອງ, ສອດຄ່ອງກັບຄຳສັ່ງແນະນຳຢ່າງເຂັ້ມງວດ, ພິຈາລະນາຄົ້ນຄວ້າແກ້ໄຂຄຳຮ້ອງທຸກທີ່ສະພາແຫ່ງຊາດສົ່ງໃຫ້ສະພາປະຊາຊົນແຂວງຈຳນວນ 3 ເລື່ອງ,ແກ້ໄຂສຳເລັດ 2 ເລື່ອງ, ໄດ້ຮັບຄຳຮ້ອງທຸກຂອງປະຊາຊົນຈຳນວນ 59 ເລື່ອງ, ຄົ້ນຄວ້າພິຈາລະນາສຳເລັດແລ້ວ 55 ເລື່ອງ, ກຳລັງຄົ້ນຄວ້າ 4 ເລື່ອງ. ຮັບຄຳສະເໜີຂອງພໍ່ແມ່ປະຊາຊົນສະເໜີຜ່ານ ສສຂ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ 175 ເລື່ອງ, ສົ່ງໃຫ້ພາກສ່ວນທີ່ກຽ່ວຂ້ອງຊີ້ແຈງແລ້ວ 101 ເລື່ອງ, ຍັງຄ້າງ 74 ເລື່ອງ.

  ນອກນັ້ນວຽກງານທີ່ປິ່ນອ້ອມເຫັນວ່າປະຕິບັດໄດ້ຕາມແຜນການ ແລະລື່ນແຜນການໃນບາງວຽກງານຜູ້ແທນກອງປະຊຸມຍັງໄດ້ປະກອບຄຳເຫັນໃສ່ບົດລາຍ ງານ ແລະທິດທາງແຜນການປະຈຳປີ 2019 ຢ່າງກົງໄປກົງມາ, ຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງທີ່ ສສຂ ແລະ ອົງການປົກຄອງແຂວງບໍ່ສາມາດປະຕິບັດຄຳ ຮ້ອງທຸກຂອງປະຊາຊົນຍັງບໍ່ທັນໄດ້ຂາດຕົວໃນບາງດ້ານ. ໃນຕອນທ້າຍ, ປະທານກອງປະຊຸມຍັງໄດ້ຕີລາສູງຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ພ້ອມທັງເນັ້ນໜັກໃຫ້ ສສຊ, ສສຂ ບໍລິຄຳໄຊຈົ່ງພ້ອມກັນປະຕິບັດຕາມສິດ ແລະໜ້າທີ່ຂອງຕົນຢ່າງຕັ້ງໜ້າໃນນາມເປັນຕົວແທນຂອງປະຊາຊົນບັນດາເຜົ່າກໍຄືປະ ຊາຊົນແຂວງບໍລິຄຳໄຊຢ່າງແທ້ຈິງ.