ຕະຫຼາດມືດ ຈຸດສຸມນັກທ່ອງທ່ຽວ ຫຼວງພະບາງ

  ຫຼວງພະບາງ ຂຶ້ນຊື່ວ່າເປັນເມືອງມໍລະດົກໂລກທີ່ແຂກພາຍໃນ ແລະຕ່າງປະເທດນິຍົມມາທ່ຽວຊົມສໍາພັດຄວາມເປັນເມືອງເກົ່າແກ່ມີເອກະລັກດັ່ງເດີມທີ່ຖືກອະນຸລັກ ຮັກສາໄວ້ໃຫ້ມີຈຸດເດັ່ນທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.

 ຕະຫຼາດມືດ ຫຼື ຕະຫຼາດແລງຖືວ່າເປັນຈຸດສຸມນັກທ່ອງທ່ຽວຍາມຄໍ່າຄືນກໍວ່າໄດ້ຊຶ່ງຈະເລີ່ມມີການປິດຖະໜົນສີສະຫວ່າງວົງຈາກສີ່ແຍກໄປສະນີຈົນເຖິງໜ້າຫໍພິພິຕະພັນ (ພະລາດຊະວັງເກົ່າ) ດ້ວຍໄລຍະທາງປະມານ 1 ກວ່າ ກິໂລແມັດ, ໂດຍຈະເລີ່ມປິດຖະໜົນ ເວລາ 17:00-22:00 ຊຶ່ງລົດທຸກຊະນິດຈະບໍ່ສາມາດແລ່ນຜ່ານເຂົ້າອອກໄດ້, ຫຼັງຈາກນັ້ນຈະມີປະຊາຊົນຊາວຫຼວງພະບາງຈະນຳສີນຄ້າຜະລິດຕະພັນທີ່ຜະລິດປັກລວດລາຍດ້ວຍສີມືຂອງຕົນມາວາງຂາຍມີຂອງຫຼາຍຢ່າງໃຫ້ນັກທ່ອງ

ທ່ຽວໄດ້ທ່ຽວຊົມ ແລະ ເລືອກຊື້ບໍ່ວ່າຈະເປັນເສື້ອຜ້າເຄື່ອງນຸ່ງຫົ່ມເສື້ອຜ້າພື້ນເມືອງຂອງແຕ່ລະຊົນເຜົ່າ, ເຄື່ອງປະດັບກໍມີຫຼາກຫຼາຍກ່າຍກອງບໍ່ວ່າຈະເປັນເຄື່ອງເງິນ, ວັດຖຸມີຄ່າ, ຂອງໃຊ້ພາຍໃນເຮືອນ ແລະ ຂອງທີ່ລະລຶກອີກເປັນຈຳນວນຫຼວງຫຼາຍໃຫ້ທ່ານໄດ້ ເລືອກຊື້-ເລືອກ ຊົມນອກນັ້ນຍັງມີອາຫານພື້ນບ້ານອາຫານຕ່າງປະເທດເຄື່ອງດື່ມຫຼາກຫຼາຍຢ່າງໄວ້ຄ່ອຍບໍລິການເປັນຈຳນວນຫຼວງຫຼາຍໃຫ້ນັກທ່ອງທ່ຽວໄດ້ດື່ມດຳສຳພັດບັນຍາກາດສີສັນ ແລະວິຖີຊີວິດແບບຫຼວງພະບາງຢ່າງແທ້ຈິງ.

ສະໜັບສະໜຸນໂດຍ: HONDA

  ຕະຫຼາດມືດຫຼວງພະບາງນັບວ່າເປັນຈຸດສູນລວມຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເມື່ອໄດ້ມາຢ້ຽມຢາມຫຼວງພະບາງເມືອງມໍລະດົກໂລກເປັນອັນຕ້ອງ ໄດ້ມາສຳພັດທ່ຽວຊົມ-ເລືອກຊື້ສີນຄ້າຕິດໄມ້ຕິດມືເປັນຂອງຝາກຂອງທີ່ລະລຶກ, ຊຶ່ງຈະເປັນການບົ່ງບອກໄດ້ວ່າຄັ້ງໜຶ່ງທ່ານໄດ້ມາຢ້ຽມຢາມທ່ຽວຊົມສໍາພັດຄວາມເປັນເມືອງມໍລະດົກໂລກ ເມືອງວັດທະນະທຳທາງດ້ານຮີດຄອງປະເພນີອັນດີງາມເປັນເມືອງທີອົງການຢູແນັສໂກຍົກໃຫ້ເປັນເມືອງທ່ອງທ່ຽວທີ່ຕິດອັນຕົ້ນໆຂອງໂລກ.

-----------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ