ໄຊຍະສ້າງຕັ້ງສະມາຄົມປູກພືດກະສິກຳເພື່ອຄວາມເຂັ້ມແຂງສິນຄ້າລາວ

  ພິທີເປີດສະມາຄົມປູກພືດກະສິກໍາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2019 ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ເຂົ້າຮ່ວມມີທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ, ມີຫົວໜ້າພະແນກການ, ນັກທຸລະກິດຊາວຈີນເຂົ້າຮ່ວມ.

  ຈຸດປະສົງສ້າງຕັ້ງສະມາຄົມປູກພືດກະສິກໍາແຂວງໄຊຍະບູລີກໍ່ເພື່ອເຕົ້າໂຮມບຸກຄົນ, ນິຕິບຸກຄົນ ແລະ ກຸ່ມປູກພືດກະສິກໍາຢູ່ໃນແຂວງໄຊຍະບູລີເຂົ້າເປັນສະມາຄົມໜຶ່ງດຽວ ສ້າງໃຫ້ນັກລົງທຶນທັງຄົນລາວ ແລະຕ່າງປະເທດໂດຍສະເພາະນັກລົງທຶນຊາວຈີນຫັນມາລົງທຶນຢູ່ແຂວງໄຊຍະບູລີໃຫ້ເພີ່ມຂຶ້ນ, ສ້າງຕະຫຼາດຮັບຮອງທີ່ໝັ້ນທ່ຽງ ແລະຍືນຍົງ, ມີຄວາມສະເໝີພາບທາງດ້ານລາຄາ, ສ້າງວຽກເຮັດງານທໍາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ້າງຄວາມສະດວກໃນການຕິດຕາມກວດກາຈາກອົງການຈັດ ຕັ້ງຂອງແຂວງເພື່ອເຮັດໃຫ້ພື້ນຖານທາງດ້ານກະສິກໍາເຂັ້ມແຂງຂະຫຍາຍຕົວຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ວາງອອກ.

  ຮູບແບບການສ້າງຕັ້ງສະມາຄົມໂດຍເອກະຊົນຊາວຈີນ 100% ຂອບເຂດການບໍລິຫານຄຸ້ມຄອງແມ່ນອໍານວຍຄວາມສະດວກໃຫ້ແກ່ບັນດານັກທຸລະກິດທີ່ປູກພືດກະ ສິກຳໃນ 11 ເມືອງທົ່ວແຂວງໄຊຍະບູລີ ທັງຮັບຜິດຊອບການສຶກສາສໍາຫຼວດເຊັ່ນ: ສັນຍາເຊົ່າທີ່ດິນຫຼືສໍາປະທານທີ່ດິນລັດເພື່ອເປົ້າໝາຍການປູກກ້ວຍໝາກໂມຢູ່ ແຂວງໄຊຍະບູລີ; ພ້ອມທັງເປັນຕົວແທນໃຫ້ແກ່ບັນດາບໍລິສັດທີ່ລົງທຶນໃໝ່ ແລະເກົ່າຜ່ານມາດ້ວຍຮູບແບບການລວມຕົວຂອງບໍລິສັດຕ່າງໆໃນເປົ້າໝາຍການປຶກສາຫາລືກ່ຽວກັບດ້ານທີ່ດິນກະສິກໍາຮ່ວມກັບລັດເຊິ່ງບັນດາບໍລິສັດທີ່ຕ້ອງການລົງທຶນຈະຕ້ອງໄດ້ຜ່ານສະມາຄົມປູກພືດກະສິກໍາໄຊຍະບູລີລາວຕາງໜ້າໂດຍບໍລິສັດຂາອອກ-ຂາເຂົ້າກະສິກໍາ ແລະ ລ້ຽງສັດຈໍາກັດເພື່ອເປັນຕົວແທນໃຫ້ນິຕິບຸກຄົນທີ່ຈະປູກກ້ວຍ ແລະໝາກໂມ.

  ຄຽງຄູ່ກັນນີ້ທາງສະມາຄົມຍັງເປັນຕົວແທນປະສານສົມທົບໃນການຈັດເກັບລາຍຮັບພັນທະຕ່າງໆ ທີ່ກ່ຽວພັນກັບການເຊົ່າທີ່ດິນປະຊາຊົນການເກັບເງິນພັນທະທ້ອງ ຖິ່ນ, ເງິນຄໍ້າປະກັນຕ່າງໆ ແລະການຄຸ້ມຄອງນໍາເຂົ້າປຸ໋ຍເຄມີ, ໂຟມ, ແກັດເຈ້ຍຫຸ້ມຫໍ່, ຖົງຢາງ, ຢາຂ້າສັດຕູພືດ ແລະ ປຸ໋ຍຊີວະພາບຕ່າງໆ ເພື່ອເປັນການຫຼີກລ້ຽງການນໍາເຂົ້າແບບຊະຊາຍຕ້ອງໄດ້ຮັບການຢັ້ັງຢືນຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງຕາມບັນຊີການຄຸ້ມຄອງນໍາເຂົ້າກະສິກໍາ.

__________

ຂຽນໂດຍບຸນທີ    
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ