ຈະໃຊ້ 42,5 ຕື້ກີບ ສ້າງຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ ເດືອນໜ້າລົງມື

  ກົມມາດຕະຖານ ແລະວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຮ່ວມກັບບໍລິສັດດີແລ້ວຈຳກັດຜູ້ດຽວໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມມືໂຄງການສ້າງຫ້ອງກວດສອບມາດຕະຖານ ແລະຢັ້ງຢືນມາດຕະຖານອຸປະກອນພິເສດໃນ ສປປ ລາວ ໂດຍສະເພາະເຄື່ອງບັນຈຸຄວາມແຮງດັນເຊັ່ນ: ໝໍ້ຕົ້ມ, ຖັງແກ໊ດ, ບັ້ງລົມ, ທໍ່ແຮງດັນ, ລິບ, ກົນຈັກໜັກຍົກ (ເຄນ), ສະລິງ, ພາຫະນະຂັບເຄື່ອນສະເພາະໃນສວນສະໜຸກຂະໜາດໃຫຍ່ ແລະ ອຸປະກອນພິເສດ ອື່ນໆທີ່ໄດ້ກຳນົດໃນລະບຽບກົດໝາຍໂດຍເດືອນໜ້າຈະເລີ່ມລົງມືກໍ່ສ້າງ.

  ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນຊຶ່ງຮ່ວມລົງນາມໃນພິທີມີທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ບຸນໂຮມ ພານຸວົງ ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ທ່ານ ເສິນຫົງຫ້າຍ ປະ ທານບໍລິສັດ ດີແລ້ວ ຈຳກັດຜູ້ດຽວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນອ້ອມຂ້າງກະຊວງ ແລະພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ການຮ່ວມມືສ້າງຫ້ອງກວດສອບດັ່ງກ່າວມີໄລຍະດຳເນີນກິດຈະການ 15 ປີ ດ້ວຍມູນຄ່າ 5 ລ້ານກວ່າໂດລາ ຫຼື ປະມານ 42,5 ຕື້ກີບ ແລະຈະເລີ່ມຈັດຕັ້ງປະຕິບັດໃນເດືອນກຸມພາ 2019 ນີ້ ແລະຄາດວ່າຈະໃຫ້ສຳເລັດພາຍໃນ 3 ປີ ໂດຍມີສະຖານທີ່ຕັ້ງຢູ່ກົມມາດຕະຖານ ແລະວັດແທກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ຊຶ່ງໃນກິດຈະກຳໄລຍະເບື້ອງຕົ້ນຈະໄດ້ມີການສ້າງນິຕິກຳເພື່ອຮອງຮັບວຽກງານດັ່ງກ່າວ, ກໍ່ສ້າງຫ້ອງການ, ປະກອບການຕິດຕັ້ງເຄື່ອງ ຈັກ, ອຸປະກອນໃນຫ້ອງທົດສອບຄົບຊຸດທີ່ໄດ້ຮັບການຮັບຮອງດ້ານລະບົບມາດຕະຖານສາກົນ ISO/IEC 17025. ພ້ອມກັນນັ້ນ, ຍັງຈະໄດ້ມີການຝຶກອົບຮົມຄວາມຮູ້ດ້ານເຕັກນິກໃຫ້ແກ່ພະນັກງານວິຊາສະເພາະຂອງ ສປປ ລາວ ເປັນແຕ່ລະໄລຍະ.

  ການຮ່ວມມືດັ່ງກ່າວນີ້ກໍເພື່ອເປັນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງກົມມາດຕະຖານ ແລະ ວັດແທກທັງເປັນການຕອບສະ ໜອງໃຫ້ກັບສັງຄົມເພື່ອການກວດກາບັນດາເຄື່ອງມືອຸປະກອນພິເສດຢູ່ບັນດາຫ້າງຮ້ານ, ສຳນັກງານອົງການຕ່າງໆໃນທົ່ວສັງຄົມເພື່ອສ້າງຄວາມໝັ້ນໃຈ, ຮັບປະກັນຄວາມປອດໄພ, ຮັບປະກັນຄຸນນະພາບຂອງຜະລິດຕະພັນ ແລະສ້າງຄວາມຍຸຕິທຳໃຫ້ແກ່ຜູ້ຊົມໃຊ້, ບັນດາຜູ້ນໍາເຂົ້າ, ສົ່ງອອກ ແລະຈັດຈຳໜ່າຍຢູ່ ສປປ ລາວ ໃຫ້ໄດ້ຕາມມາດຕະຖານແຫ່ງຊາດ, ມາດຕະຖານສາກົນ ແລະຕາມລະບຽບການທີ່ກຳນົດໄວ້.