ເຜີຍພາບທຳອິດຂອງເຣດມີເຄ 30 ມືຖື 5 ຈີ ທີ່ມີກ້ອງຫຼັງທັງໝົດ4 ຕົວ

  ເຜີຍຮູບພາບຢ່າງເປັນທາງ ການກ່ອນເປີດໂຕກັບມືຖືລຸ້ນໃໝ່ ຫຼ້າສຸດຄື Redmi K30 ທີ່ຄາດ ວ່າຈະມີນັກສະແດງຊາວຈີນຄື Wang Yibo ເປັນພຣີເຊນເຕີຫຼຸດ ແບບເຕັມໆທັງໜ້າ ແລະຫຼັງເຄື່ອງ ອອກມາຊຶ່ງຕອນນີ້ກໍມີລາຍລະອຽດທີ່ໜ້າສົນໃຈອອກມາດ້ວຍ.

ນອກຈາກດິໄຊງາມແລ້ວດ້ານຫຼັງຈະມີກ້ອງຫຼັງ 4 ຕົວປະກອບມີ:

- ກ້ອງຫຼັກ 64 ລ້ານພິກເຊລ.

-ກ້ອງ Ultra Wide 12 ລ້ານພິກເຊລ.

-ກ້ອງ Telephoto 8 ລ້ານ ພິກເຊລ.

- ກ້ອງ Depth Sensor 2 ລ້ານພິກເຊລ.

ນອກຈາກນີ້ດ້ານໜ້າຂອງເຄື່ອງ ຈະມີກ້ອງໜ້າຄູ່ ແລະມີລັກສະນະ ແບບເຈາະຮູເຂົ້າໄປຂ້າງໃນໜ້າຈໍ ຖ້າມອງໃນພາບລວມຂອງມືຖືລຸ້ນ ນີ້ຕ້ອງບອອກໄດ້ວ່າເປັນມືຖືທີ່ໃຊ້ 5 ຈີ ຄັ້ງທຳອິດຂອງ Xiaomi ທີ່ ຮອງຮັບກ້ອງຫຼັງທັງໝົດ 4 ຕົວ ແບບແທ້ໆເພາະກ່ອນໜ້ານີ້ຈະມີ ມືຖື 4 ຈີ ເທົ່ານັ້ນທີ່ມີກ້ອງ 4 ຕົວ ສຳລັບຄ່າຍນີ້ສ່ວນລາຍລະອຽດ ສະເປັກນັ້ນອາດຈະມີການເປີດ ເຜີຍຂໍ້ມູນອອກມາໃນໄວໆນີ້.

--------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ