ໜ່ວຍພັກຂົນສົ່ງປະເມີນໜ່ວຍພັກປອດໃສ ເຂັ້ມແຂງ-ໜັກແໜ້ນ

   ໜ່ວຍພັກຂົນສົ່ງທີ່ຂຶ້ນກັບຮາກຖານພັກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຂຶ້ນທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງໂດຍການຂົ້າຮ່ວມຂອງສະຫາຍ ຮຸ່ງອາລຸນ ບຸນທະເມືອງ ເລຂາຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງແຂວງ, ມີຜູ້ຕາງໜ້າຈາກໜ່ວຍອ້ອມຂ້າງພະແນກ, ສາມອົງການຈັດຕັ້ງມະຫາຊົນຕະຫຼອດຮອດສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.

  ໜ່ວຍພັກຂົນສົ່ງມີ 1 ຂະແໜງ ແລະ3 ກອງຂຶ້ນກັບມີສະມາຊິກພັກທັງໝົດ 22 ສະຫາຍ, ຍິງ 6 ສະຫາຍ, ໃນໄລຍະຜ່ານມາໜ່ວຍພັກໄດ້ນໍາເອົາມະຕິຄໍາສັ່ງ,ກົດລະບຽບຂອງພັກວາງອອກໃນແຕ່ລະໄລຍະລົງເຜີຍແຜ່ໃຫ້ສະມາຊິກພັກທຸກສະຫາຍໄດ້ຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ, ເຮັດໃຫ້ສະມາຊິກພັກມີແນວຄິດອຸ່ນອຽ່ນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດເອົາໃຈໃສ່ຈັດຕັ້ງວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍສໍາເລັດຜົນເປັນຢ່າງດີຊຶ່ງສະແດງອອກ: ຕໍ່ໃບອະນຸຍາດດໍາເນີນທຸລະກິດຂົນສົ່ງທາງບົກໄດ້ 24 ຫົວໜ່ວຍ, ອອກໃບອະນຸຍາດແລ່ນລົດປະຈໍາປີໄດ້ 490 ຄັນ, ອອກປຶ້ມອະນຸຍາດລົດຜ່ານຊາຍແດນໄດ້ 761 ຫົວ, ປະຕິບັດຖ້ຽວຂົງສົ່ງໄດ້ທັງໝົດ 4.129 ຖ້ຽວ, ມີຜູ້ໂດຍສານ 93.549 ຄົນ. ໃນນີ້ຂົນສົ່ງໂດຍສານຕ່າງປະເທດໄດ້ 381 ຖ້ຽວ, ມີຜູ້ໂດຍສານ 5.340 ຄົນ, ຕ່າງແຂວງໄດ້ 1.570 ຖ້ຽວ, ມີຜູ້ໂດຍສານ 36.187 ຄົນ, ຂົນສົ່ງໂດຍສານພາຍໃນແຂວງປະຕິບັດໄດ້ 2.172 ຖ້ຽວ, ມີຜູ້ໂດຍສານ 52.22 ຄົນ, ລົດ ຕຸກໆ, ແທັກຊີແລ່ນບໍລິການພາຍໃນຕົວເມືອງຊໍາເໜືອປະຕິບັດໄດ້ 8.947 ຖ້ຽວ, ມີຜູ້ໂດຍສານທັງໝົດ 29.73 ຄົນ, ລົງຕິດຕາມ, ກວດກາລົດຂົນສົ່ງທີ່ບັນທຸກມີນໍ້າໜັກເກີນໄດ້ 84 ຄັນ, ສົມທົບກັບໂຍທາເມືອງຕິດຕັ້ງປ້າຍ ຈະລາຈອນໃນ 10 ເມືອງໄດ້ 422 ປ້າຍ ແລະ ຂີດເສັ້ນຈາລະຈອນໄດ້ 2.312 m2, ອອກໃບຢັ້ງຢືນສະພາບເຕັກນິກລົດເພື່ອເສຍພາສີໄດ້ 185 ຄັນ, ມີຖ້ຽວບິນ 360 ຖ້ຽວ, ໃນນີ້ເຮືອບິນໂດຍສານໄດ້ 283 ຖ້ຽວ, ເຮືອບິນ VIP ມີ 34 ຖ້ຽວ, ເຮືອ ບິນເໝົາ 43 ຖ້ຽວ, ມີຜູ້ໂດຍສານທັງໝົດ 6,4 ພັນຄົນ, ຄົນຕ່າງປະເທດ 537 ຄົນ, ຂຶ້ນທະບຽນພາຫະນະໄດ້ 2,61 ພັນຄັນ, ສອບເສັງໃບຂັບຂີ່ຢູ່ບັນດາເມືອງ ແລະ ໂຮງຮຽນສອນຂັນລົດນາໜອງບົວໄດ້ 17 ຄັ້ງ, ມີນັກສອບເສັງທັງໝົດ 1 ພັນກວ່າຄົນ, ເສັງໄດ້ 1.340 ຄົນ, ກວດກາເຕັກນິກໄດ້ 4 ພັນກວ່າຄັນ, ພິມໃບທະບຽນລົດໄດ້ 3.712 ໃບ, ອອກໃບຂັບຂີ່ໄດ້ 2.580 ໃບ, ນອກຈາກນີ້ຍັງປຸກລະດົມສະມາຊິກເອົາໃຈໃສ່ສ້າງເສດຖະກິດຄອບຄົວດ້ວຍການຕໍ່າຫູກທໍ່ໄໝ, ຄ້າຂາຍບໍລິການສ້າງລາຍຮັບເພີ່ມໃສ່ເງິນເດືອນ.

  ຜ່ານການຕີລາຄາປະເມີນຜົນຂອງສະມາຊິກພັກ ແລະ ໜ່ວຍພັກປະຈຳປີ 2019 ເຫັນວ່າພາຍໃນໜ່ວຍມີສະມາຊິກພັກແຂງທັງໝົດ 22 ສະຫາຍ, ຍິງ 6 ສະ ຫາຍກວມເອົາ 100% ແລະ ໜ່ວຍພັກສາມາດຮັກສາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ເປັນສອງສະໄໝ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດປຸກລະດົມ ແລະ ເປັນແບບຢ່າງນໍາພາດ້ານວິຊາສະເພາະ, ເອົາໃຈໃສ່ພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ຂອງສະມາຊິກພັກໃຫ້ດີຂຶ້ນ.

  ສໍາລັບທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມ 5 ເນື້ອໃນໃຫ້ໄດ້ 85% ຂຶ້ນໄປ, ສ້າງມະຫາ ຊົນກ້າວໜ້າເຂົ້າເປັນສະມາຊິກພັກໃຫ້ໄດ້ 4 ສະຫາຍ.

__________

ຂຽນໂດຍ: ງຸດ ວິໄລຄຳ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ