ແກ້ງລີ້ນ ແຫຼ່ງທ່ອງທ່ຽວທຳມະຊາດທີ່ສວຍງາມ

  ເມືອງນອງ ຖືເປັນອີກເຂດໜຶ່ງທີ່ໃຜໆກໍ່ຢາກຈະໄປທ່ຽວຊົມ, ເນື່ອງຈາກວ່າເປັນເຂດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທາງທໍາມະຊາດ, ສະຖານທີ່ທ່ອງທ່ຽວອັນ ຫຼາກຫຼາຍໜ້າທ່ຽວຊົມບໍ່ວ່າຈະເປັນທາງດ້ານວັດທະນະທໍາ, ທໍາມະຊາດ ແລະປະຫວັດສາດ, ແຕ່ລະປີມີນັກທ່ອງທ່ຽວເດີນທາງໄປທ່ຽວຊົມເປັນຈຳນວນຫຼາຍ.

ສະໜັບສະໜຸນໂດຍ: HONDA 

 ແຫຼ່ງທ່ອງທ່ຽວແກ້ງລີ້ນແມ່ນແກ້ງທີ່ເຕັມໄປດ້ວຍກ້ອນຫີນທີ່ສວຍງາມ ແລະມີລັກສະນະຮູບຮ່າງທີ່ແຕກຕ່າງກັນຢັ່ງຢາຍຕາມແມ່ນໍ້າຊຶ່ງຕັ້ງຢູ່ບ້ານແກ້ງລີ້ນເມືອງນອງ ຫ່າງຈາກຕົວເມືອງໄປປະມານ 20 ກິໂລແມັດ,ໃນປີ 1954-1968 ໄດ້ມີຊົນເຜົ່າມົ້ງ, ເຜົ່າເຕຣຍ ພາກັນເດີນທາງມາຈາກຈີນພ້ອມກັນມາຕັ້ງຖິ່ນຖານຢູ່ໃນເຂດປ່າແຫ່ງໜຶ່ງ, ຢູ່ມາໄລຍະໜຶ່ງຊາວບ້ານໄດ້ຍິນສຽງດັງກ້ອງທີ່ແປກປະຫຼາດໃກ້ໆກັບໜູ່ບ້ານດັ່ງນັ້ນພວກເຂົາຈຶ່ງໄດ້ພາກັນໄປເບິ່ງພໍເມື່ອໄປຮອດກໍ່ໄດ້ພົບເຫັນກ້ອນຫີນກ້ອນໜຶ່ງໃຫຍ່ ແລະຍາວຢູ່ໃນແມ່ນໍ້າຊຶ່ງມີລັກສະນະຄ້າຍຄືລີ້ນຄວາມໜາປະມານ 30 ຊັງຕີແມັດ, ຍາວປະມານ 6 ແມັດ,ສົ່ງສຽງດັງໄປທົ່ວເຂດນັ້ນດ້ວຍແຮງນໍ້າພັດກ້ອນຫີນໃຫຍ່ ແລະນ້ອຍ,ດັ່ງນັ້ນຈຶ່ງເຮັດໃຫ້ປະຊາຊົນເອີ້ນແມ່ນໍ້າແຫ່ງນີ້ວ່າ: ແກ້ງລີ້ນຈົນຮອດບປະຈຸບັນນີ້.

  ເອົາເປັນວ່າຖ້າຫາກນັກທ່ອງທ່ຽວທ່ານໃດກໍາລັງຄິດຫາສະຖານທີ່ພັກຜ່ອນຢ່ອນອາລົມທີ່ມີບັນອາກາດເຢັນສະບາຍແກ້ງລີ້ນໜ້າຈະແມ່ນອີກໜຶ່ງສະຖານທີ່ຄວນໄປ ສຳຜັດ.

__________

ຂຽນໂດຍ: ວົງມະນີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511