ປາວິນາ ຕົວແທນປະເທດລາວໄປປະກວດ ທີ່ກໍາປູເຈຍ

 ຫຼັງຈາກຜ່ານການປະກວດ Miss Universe Laos 2019 ນາງສາວ ປາວິນາ ຍົງວົງສິດທິ ກໍ່ໄດ້ຮັບຕຳເເໜ່ງ Miss Tourisminternational laos 2019 ຈາກ ນັ້ນແມ່ນຈະໄດ້ໄປປະກວດຕໍ່ໃນເວ ທີ Miss Tourism Metro politan International 2019 ທີ່ພະນົມເປັນປະເທດກໍາປູເຈຍ ໂດຍເລີ່ມເກັບຕົວນັບແຕ່ວັນທີ 4 ທັນວາ ແລະຮອບຊິງຊະນະເລີດວັນທີ 14 ທັນວາ 2019.

  ນາງ ປາວິນາ ຍົງວົງສິດທິ ຫຼື ໜິງ ຈົບການສຶກສາຈາກວິທະຍາໄລ ຈັນສະໝຸດ ບໍລິຫານທຸລະກິດແຂວງໄຊຍະບູລີ ສ່ວນເສັ້ນທາງສູ່ການປະກວດແມ່ນມີຜູ້ໃຫຍ່ຕິດຕໍ່ມາ ແລະ ເຫັນເຖິງສັກກະຍາພາບຂອງຕົວນ້ອງຈຶ່ງໄດ້ເປັນຕົວເເທນສາວລາວໄປປະກວດໃນເວທີ Miss Tour ism Metropolitan International 2019 ຊຶ່ງນາງປາວິນາ ຍົງວົງສິດທິ ໄດ້ຜ່ານການປະກວດ Miss Universe Laos 2019 ແລະໄດ້ດໍາລົງຕໍາເເໜ່ງ Miss Tourism international laos 2019.

   ສຳລັບຊຸດປະຈໍາຊາດທີ່ຈະໃສ່ໃນການປະກວດແມ່ນຊຸດ“ນາງແກ້ວ” ຈຸດເດັ່ນແມ່ນດ້ານໜ້າຈະເປັນເກັດນາງແກ້ວດ້ວຍລວດລາຍການປັກດິ້ງຫຼວງພະບາງຕັ້ງແຕ່ສະ ໄໝບູຮານນະການທາງດ້ານຫຼັງຈະເປັນເອກະລັກຂອງສັດ ແລະສັນຍາລັກຂອງຄວາມເປັນລາວ.

  ດ້ານການກຽມພ້ອມກ່ອນການ ປະກວດ ປາວິນາ ໄດ້ການຝຶກຊ້ອມທີ່ວ່າໜັກເພາະມີເວລາກຽມຕົວບໍ່ຮອດເດືອນຊຶ່ງມີການຝຶກເວົ້າການວາຕົວ, ບຸກຄະລິກ ແລະ ທີ່ສຳຄັນແມ່ນການຕອບຄຳຖາມ;ແນວໃດກໍຕາມທ່ານສາມາດເຊຍ ແລະຕິດຕາມເພື່ອເປັນກຳລັງໃຈໃຫ້ນ້ອງ ປາວິນາ ຍົງວົງສິດທິ ໄດ້ທີ່ເຟສ່ວນຕົວ: N’ningpavina, ແຟນ ເພຈ໌: Pavinayongvongsitthi ຫຼື Miss Tourism Metropolitan International 2019.

----------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ