ເນັ້ນໜັກໃຫ້ ຫສນຍ ສືບຕໍ່ເອົາໃຈໃສ່ຫຼາຍດ້ານ

    ໃນວັນທີ 28 ມັງກອນ 2019 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2018 ແລະທິດທາງແຜນວຽກຈຸດສຸມ ປີ 2019 ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີ, ຫົວ ໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີພ້ອມດ້ວຍບັນດາສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເຂົ້າຮ່ວມ.

  ໂອກາດດັ່ງກ່າວ, ທ່ານ ເພັດ ພົມພິພັກ ໄດ້ລາຍງານໃຫ້ຊາບກ່ຽວກັບການເຄື່ອນໄຫວວຽກງານຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ທີ່ສາມາດຍາດມາໄດ້ໃນໄລຍະ 1 ປີຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດວຽກງານ 3 ດີຂອງ ຫສນຍຄື: ເປັນເສນາທິການທີ່ດີ; ເປັນຜູ້ບໍລິການຮັບໃຊ້ທີ່ດີ ແລະເປັນຜູ້ປະສານງານທີ່ດີໂດຍສະເພາະແມ່ນການເປັນເສນາທິການຮັບໃຊ້ໃຫ້ແກ່ທ່ານນາຍົກ-ບັນດາ ທ່ານຮອງນາຍົກລັດຖະມົນຕີ.

  ເພື່ອເຮັດໃຫ້ວຽກງານຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ມີຜົນສໍາເລັດຕາມທິດທາງຄາດໝາຍທີ່ວາງອອກນັ້ນ, ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນໍາຕໍ່ກອງປະຊຸມ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສາມາດຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ, ຄຽງຄູ່ກັນນັ້ນ, ຫສນຍ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ເປັນຕົ້ນເອົາໃຈໃສ່ຄົ້ນຄວ້າພິຈາລະນາບັນຫາຕ່າງໆໃຫ້ມີຄວາມລະອຽດ, ຊັດເຈນ ແລະທັນການ; ເອົາໃຈໃສ່ປັບປຸງລະບົບການຈໍລະຈອນເອກະສານແບບທັນສະໄໝ; ຍົກສູງຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງຂອງພະນັກງານ; ເອົາໃຈໃສ່ຮັກສາຄວາມລັບຂໍ້ມູນທາງລັດຖະການ; ເອົາໃຈໃສ່ປັບປຸງລະບົບຕິດຕາມກວດກາການຈັດຕັ້ງປະຕິບັດບັນດານິຕິກໍາໃຫ້ໄປເຖິງເປົ້າໝາຍ; ເອົາໃຈໃສ່ກະກຽມບັນດາເອກະສານໃຫ້ມີຄວາມລະອຽດຊັດເຈນກ່ອນນໍາເຂົ້າກອງປະຊຸມໃຫ້ທ່ານນາຍົກ-ບັນດາທ່ານຮອງນາຍົກລັດຖະມົນຕີມີຄໍາເຫັນ.

  ເອົາໃຈໃສ່ປັບປຸງ ແລະພັດທະນາຖານຂໍ້ມູນໂດຍສະເພາະຂໍ້ມູນທີ່ຢູ່ໃນເວັບໄຊລັດຖະບານ; ເອົາໃຈໃສ່ວຽກງານປະສານງານໂດຍສະເພາະການປະສານງານກັບບັນດາກະຊວງ ແລະ ທ້ອງຖິ່ນຕ່າງໆໃຫ້ດີ; ສືບຕໍ່ສ້າງແຜນການເຄື່ອນໄຫວວຽກງານໃຫ້ທ່ານນາຍົກ-ບັນດາທ່ານຮອງນາຍົກທັງພາຍໃນ ແລະ ຕ່າງປະເທດຢ່າງມີຈຸດສຸມ. ພ້ອມດຽວກັນນີ້, ຄະນະພັກ-ຄະນະນໍາ ຫສນຍ ເອົາໃຈໃສ່ກະກຽມດ້ານເນື້ອໃນ ແລະ ສ້າງຂະບວນການເພື່ອກະກຽມໃຫ້ແກ່ການຈັດກອງປະ ຊຸມໃຫຍ່ສາມຂັ້ນ, ເອົາໃຈໃສ່ສ້າງແຜນພັດທະນາບຸກຄະລາກອນພາຍໃນ ຫສນຍ ໂດຍສະເພາະການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ, ວຽກ ງານການເມືອງແນວຄິດ ແລະອື່ນໆ.