ຖໍ້ານາງອັ່ນ ອີກສະຖານທີ່ທ່ອງທ່ຽວ ຂອງເມືອງຈອມເພັດ

  ຖໍ້ານາງອັ່ນ ເປັນອີກໜຶ່ງ ແຫຼ່ງທ່ອງທ່ຽວທາງທຳມະຊາດອັນສວຍສົດງົດງາມທີ່ໜ້າທ່ຽວຊົມ ແລ້ວຖໍ້າດັ່ງກ່າວໄດ້ຮັບຄວາມສົນໃຈຫຼາຍສົມຄວນເນື່ອງຈາກວ່າສະຖານ ທີ່ທ່ອງທ່ຽວແຫ່ງນີ້ມີຄວາມ ງາມທີ່ເປັນເອກະລັກແບບທຳມະຊາດໂດຍສະເພາະກໍ່ແມ່ນຫີນງອກທີ່ປົ່ງຊ້ອນຂຶ້ນພາຍໃນຖໍ້າບວກກັບທໍາມະຊາດປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນສົດຊື່ນ, ພາຍໃນຖໍ້າພື້ນຮາບພຽງດີ,ບາງບ່ອນເປັນ ຫີນງອກຕັ້ງຢູ່ສູງຊັນຂຶ້ນໄປດັ່ງຮູບທາດຢູ່ເພດານດ້ານເທິງເປັນຫີນ ຍ້ອຍໂຕ່ງໂຕ່ຍລົງມາ ຊຶ່ງຄົນທ້ອງ ຖິ່ນນີ້ເອີ້ນວ່າ: ນົມຜາ, ທີ່ຜາຜະໜັງຖໍ້າກໍ່ມີຫີນຍ້ອຍລົງມາເກາະຢູ່ຕາມຜາຜະໜັງຖໍ້າມີຫຼາຍຮູບຫຼາຍສີເຫັນແລ້ວສຸດທີ່ອອນຊອນເຫຼືອທີ່ຈະພັນລະນາໃນຄວາມງາມຂອງທຳມະຊາດສ້າງໄວ້.

ຕາມການເລົ່າຂານກັນມາວ່າ: ໃນປາງກ່ອນຂົງເຂດນີ້ມີຕົວອັກ ສອນເທວະນາຄຣີ ໄດ້ແຜ່ຈາກປະ ເທດອິນເດຍທາງພາກເໜືອເຂົ້າມາ ສູ່ທາງພາກເໜືອຂອງລາວ ແລະບົດຈາລຶກອັນປິດສະໜາດັ່ງກ່າວບໍ່ໄດ້ບອກຊື່ຂອງຜູ້ຈາລຶກ ແລະວັນ ທີເດືອນປີຢ່າງລະອຽດແຕ່ຢ່າງໃດມີພຽງແຕ່ຕົວອັກສອນລາວບູຮານທີ່ຈັດວາງທີ່ໜ້າຜາປາກຖໍ້າເທົ່ານັ້ນທີ່ໄດ້ຕົ້ນແບບມາຈາກພາສາ ອິນເດຍບູຮານທີ່ມີຊື່ວ່າ: ອັກສອນ ເທວະນາຄຣີທີ່ໃຊ້ຂຽນເປັນພາສາສັນສະກິດຊຶ່ງຄວາມໝາຍຂອງ ມັນກໍ່ແມ່ນເປັນຖ້ໍ້າຂອງນາງອັ່ນຫຼົບໜີ້ຈາກການບັງຄັບໃຫ້ແຕ່ງ ດອງກັບຄົນທີ່ຕົນບໍ່ໄດ້ຮັກດ້ວຍການຂ້າໂຕຕາຍຢູ່ທີ່ນັ້ນ.

ສະໜັບສະໜຸນໂດຍ: HONDA

 ຖໍ້າດັ່ງກ່າວຕັ້ງຢູ່ໃກ້ໆບ້ານນາ ສົມເຂດເທສະບານຂອງເມືອງ ຈອມເພັດ ແຂວງຫຼວງພະບາງ ໄປ ທາງຟາກຝັ່ງຂວາແມ່ນໍ້າຂອງຫ່າງຈາກຕົວເມືອງຫຼວງພະບາງ ໄປປະມານ 20 ກິໂລແມັດ ຖໍ້າດັ່ງກ່າວຕັ້ງຢູ່ຕີນພູສູງໃກ້ໆກັບທົ່ງນາຂອງປະຊາຊົນ ຊຶ່ງມີຄວາມສູງປະມານ 320 ກວ່າແມັດ,ຈາກພື້ນພຽງຂອງທົ່ງນາໄລຍະທາງຈາກບ້ານນາສົມ ໄປສູ່ຕີນພູປະມານ 1 ກິໂລ ແມັດ.

----------------------

ພາບ ແລະຂ່າວຈາກ: : ໜັງສືພິມເສດຖະກິດ-ສັງຄົມ