2 ບໍລິສັດ ມອບເຂົ້າສານ ແລະແນວພັນເຂົ້າ 30 ໂຕນ ແກ່ແຂວງສາລະວັນ

  ເພື່ອເປັນການຊ່ວຍເຫຼືອຜູ້ປະສົບ ໄພນ້ຳຖ້ວມຢູ່ແຂວງສາລະວັນ ທີ່ໄດ້ຮັບຜົນກະທົບໃນລະດູຝົນຜ່ານມານີ້, ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດເທີນ-ຫີນບູນ ພາວເວີ ຈຳກັດ ແລະທ່ານ ທອງເພັດ ດ້ວງເງິນ ຮອງຜູ້ອຳນວຍການໃຫຍ່ບໍລິສັດຜະລິດໄຟຟ້າລາວມະຫາຊົນພ້ອມດ້ວຍຄະນະໄດ້ນຳເອົາເຂົ້າສານຈຳນວນ 20 ໂຕນ ແລະແນວພັນເຂົ້າຈຳນວນ 10 ໂຕນ ມາມອບໃຫ້ແຂວງສາລະວັນເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໂດຍໃຫ້ກຽດຮັບຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນຜູ້ຊີ້ນຳວຽກ ງານເສດຖະກິດ ພ້ອມດ້ວຍຄະນະນຳພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໂອກາດດຽວກັນນັ້ນ,່ານຮອງເຈົ້າແຂວງໆສາລະວັນກໍໄດ້ເລົ່າຄືນສະພາບເຫດການໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ ແຂວງສາລະວັນ ແລະໃນບັນດາເມືອງຕ່າງໆ, ທັງໄດ້ສຸມສອງກຳລັງ ແຮງເຂົ້າຊ່ວຍເຫຼືອຄື: ທະຫານ, ຕຳຫຼວດຕະຫຼອດຮອດພະນັກງານຫຼັກແຫຼ່ງກອບກູ້ເອົາຊີວິດຊັບສິນຂອງພໍ່ແມ່ປະຊາຊົນກໍຄືຜູ້ປະສົບໄພ, ນອກນັ້ນບັນດາການນຳທຸກຂັ້ນກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ແລະຊີ້ນຳຮີບຮ້ອນໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນຢ່າງຕໍ່ເນື່ອງສຳລັບການປະກອບສ່ວນຊ່ວຍເຫຼືອຂອງພາກລັດ, ເອກະ ຊົນ, ອົງການຈັດຕັ້ງຕ່າງໆ, ບຸກຄົນ, ຫ້າງຮ້ານ, ບັນດາບໍລິສັດແມ່ນມີຫຼາຍສົມຄວນ.

ສະໜັບສະໜຸນໂດຍ: HONDA

  ຈາກນັ້ນທ່ານກໍໄດ້ສະແດງຄວາມຂອບໃຈຕໍ່ກັບບໍລິສັດທີ່ໄດ້ບິແບ່ງທຶນຮອນເຂົ້າມາຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນວ່າ: ຈະນຳໄປແຈກຢາຍໃຫ້ກັບພໍ່ແມ່ປະຊາ ຊົນທີ່ໄດ້ຮັບຜົນກະທົບໂດຍໄວ.

  ທ່ານ ທ່ານ ສຸລິເດດ ເບົ້າມະນີໂຄດ ກໍໄດ້ກ່າວໃຫ້ຮູ້ວ່າ: ສຳລັບການປະກອບສ່ວນຊ່ວຍເຫຼືອເຂົ້າສານຈຳນວນ 20 ໂຕນ ແລະແນວພັນເຂົ້າ 10 ຕນ ລວມມູນຄ່າທັງໝົດ 209 ລ້ານກີບ, ຊຶ່ງແມ່ນງົບປະມານສ່ວນໜຶ່ງທີ່ໄດ້ມາຈາກການຂາຍອຸປະກອນຕ່າງໆພາຍໃນບໍລິສັດ, ນອກນັ້ນຜ່ານມາໄດ້ຊ່ວຍເຫຼືອຢູ່ແຂວງອັດຕະປື, ຄຳມ່ວນ ແລະຈະໄດ້ສືບຕໍ່ໄປມອບໃຫ້ແຂວງເຊກອງຕື່ມອີກ.

__________

ຂຽນໂດຍວິໄລວອນ ສິດທິໄຊ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ