ທະນາຄານຈະເຍື້ອນຊຳລະໜີ້ລູກຄ້ານໍ້າຖ້ວມ

   ວັນທີ 10 ທັນວາ ທ່ານ ນວນຕາ ແກ້ວມະນີ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລ) ແຂວງຈຳປາສັກໄດ້ແຈ້ງຕໍ່ຜູ້ສື່ຂ່າວວ່າ: ໃນປີ 2018 ແລະ 2019 ມານີ້ຢູ່ບັນດາແຂວງພາກກາງ ແລະພາກໃຕ້ຂອງລາວໄດ້ຮັບຜົນກະທົບຢ່າງໜັກຈາກອິດທິພົນຂອງພາຍຸຫຼາຍຫົວທີ່ພັດຜ່ານສົ່ງຜົນເຮັດໃຫ້ເກີດໄພພິບັດນໍ້າຖ້ວມຢ່າງໜັກໜ່ວງ ໂດຍສະເພາະໃນໄລຍະທ້າຍເດືອນສິງ ຫາ-ຕົ້ນເດືອນກັຍຍາປີ 2019 ພາຍຸໂພ ດູ່ພັດຖະຫຼົ່ມຢ່າງໜັກຕໍ່ດ້ວຍພາຍຸດີເປສ ເຊິນຄາຈິກິ (KAJIKI) ແຕ່ວັນທີ 02- 06/09 ເຮັດໃຫ້ເກີດມີຝົນຕົກໜັກຢ່າງ ຕໍ່ເນື່ອງທັງເວັນ ແລະຄືນເປັນເວລາຫຼາຍ ວັນຕິດຕໍ່ກັນເກີດສະພາບຫ້ວຍ-ຮ່ອງມີ ນໍ້າໄຫຼສຸຢ່າງຮຸນແຮງ, ແມ່ນໍ້າຂອງ, ນໍ້າເຊຕ່າງໆເພີ່ມຂຶ້ນຢ່າງ ໄວວາແບບບໍ່ເຄີຍມີມາກ່ອນໃນຫຼາຍປີຜ່ານມາໄດ້ໄຫຼລົ້ນຝັ່ງເຂົ້າຖ້ວມບ້ານເຮືອນ, ພື້ນທີ່ທຳການຜະລິດ, ເຂດເສດ ຖະກິດ ແລະເທສະບານເມືອງເປັນບໍລິເວນກວ້າງ, ຊຶ່ງເຂດທີ່ໄດ້ຮັບຜົນກະທົບ ໜັກໜ່ວງແມ່ນພື້ນທີ່ຢູ່ແລບຕາມລຳນໍ້າ ເຊໂດນເຊກອງ ແລະແມ່ນໍ້າຂອງ.

 ສະເພາະຢູ່ແຂວງຈຳປາສັກ, ພາຍຫຼັງໄດ້ຮັບໜັງສືແຈ້ງຂອງອຳນາດການປົກຄອງທ້ອງຖິ່ນໃນການຕິດຕາມເຝົ້າລະວັງ ແລະຕ້ານສະກັດກັ້ນໄພນໍ້າຖ້ວມ ທຫລ ສາຂາພາກໃຕ້ກໍໄດ້ຮີບຮ້ອນແຈ້ງໃຫ້ບັນດາສາຂາທະນາຄານທຸລະກິດໃຫ້ຕິດຕາມເຝົ້າລະວັງ, ກະກຽມຂົນຍ້າຍຊັບສິນ ແລະໃຫ້ພົວພັນປະສານກັນຢ່າງໃກ້ຊິດເພື່ອລາຍງານສະ ພາບການການທັງສາຂາທະນາຄານຢູ່ແຂວງຈຳປາສັກ ແລະຢູ່ຕ່າງແຂວງ, ເວົ້າສະເພາະການຊ່ວຍເຫຼືອໄພພິບັດນໍ້າຖ້ວມໃນຄັ້ງນີ້ ທຫລ ສາຂາພາກໃຕ້ໄດ້ເປັນເຈົ້າຮ່ວມກັບສາຂາທະນາຄານທຸລະກິດ, ສະຖານບັນການ ເງິນ ແລະ ຮ້ານແລກປ່ຽນທີ່ຢູ່ໃນການຄຸ້ມຄອງຂອງຕົນໄດ້ລະດົມທຶນຊ່ວຍເຫຼືອ ແລະ ນຳໄປມອບໃຫ້ອຳນາດການປົກ ຄອງທ້ອງຖິ່ນເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນຖືກຜົນກະທົບຊຶ່ງໃນເບື້ອງຕົ້ນມອບໃຫ້ແກ່ແຂວງຈຳປາສັກ 115 ລ້ານກີບ; ແຂວງເຊກອງ 106 ລ້ານກີບ; ແຂວງສາລະວັນ 24 ລ້ານກີບ ແລະ ແຂວງອັດຕະປື 14,94 ລ້ານກີບ, ພ້ອມດຽວກັນນັ້ນ, ແຕ່ລະສາຂາທະນາຄານທຸລະກິດກໍໄດ້ເປັນເຈົ້າການປະກອບສ່ວນເງິນຊ່ວຍເຫຼືອເປັນສະເພາະຂອງທະນາຄານຕົນ ແລະໄດ້ຕາງໜ້າສຳນັກງານໃຫຍ່ຂອງຕົນມອບເງິນຊ່ວຍເຫຼືອຕື່ມອີກ, ທັງໄດ້ລະດົມຈາກພະນັກງານດ້ວຍກັນເພື່ອຊ່ວຍເຫຼືອພະນັກ ງານທີ່ຖືກຜົນກະທົບນ້ຳຖ້ວມອີກດ້ວຍ.

 ພາຍຫຼັງສະພາບນ້ຳໄດ້ບົກແຫ້ງເຂົ້າສູ່ສະພາບປົກກະຕິແລ້ວ, ທຫລ ສາຂາພາກໃຕ້ກໍ່ໄດ້ຮີບຮ້ອນແຈ້ງໃຫ້ບັນດາສາຂາທະນາຄານທຸລະກິດລົງຕິດຕາມປະເມີນຜົນເສຍ ຫາຍຂອງລູກຄ້າເງິນກູ້ຂອງຕົນ; ຜ່ານການຕິດຕາມສັງລວມປະເມີນເບື້ອງຕົ້ນ, ຜົນເສຍຫາຍຂອງລູກຄ້າເງິນກູ້ທະນາຄານທົ່ວ 4 ແຂວງພາກໃຕ້ມີທະນາຄານທຸລະ ກິດຖືກຜົນກະທົບ 23 ສາຂາແລະ 5 ໜ່ວຍບໍລິການເອກະລາດ, ລວມເສຍຫາຍ 112,90 ຕື້ກີບ ກວມເອົາ 1,75% ຂອງສິນເຊື່ອທັງໝົດ, ໃນນັ້ນແຂວງຈຳປາ ສັກຜົນກະທົບ 12 ສາຂາ ແລະ 1 ໜ່ວຍບໍລິການເອກະລາດເສຍຫາຍຈຳນວນ 74,96 ຕື້ກີບ; ແຂວງອັດຕະປືມີຜົນກະທົບ 5 ສາຂາ ແລະ 1 ໜ່ວຍ ບໍລິການເອກະລາດຈຳນວນເສຍຫາຍ 18,03 ຕື້ກີບ; ແຂວງສາລະວັນກະທົບ 5 ສາຂາ, 2 ໜ່ວຍບໍລິການເອກະລາດ,  1 ໜ່ວຍຕົວແທນ ຜົນເສຍຫາຍ 11,86 ຕື້ກີບ ແລະແຂວງເຊກອງກະທົບ 4 ສາຂາ ແລະ 1 ໜ່ວຍບໍລິການເອກະລາດ ແລະ 1 ໜ່ວຍຕົວແທນຜົນເສຍຫາຍ 8,06 ຕື້ກີບ.

ສະເພາະລູກຄ້າທະນາຄານຢູ່ແຂວງຈຳປາສັກທີ່ຖືກຜົນກະທົບໃນຈຳນວນ 12 ສາຂາ ແລະ 1 ໜ່ວຍເອກະລາດປະເມີນຜົນເສຍຫາຍຈຳນວນ 74,96 ຕື້ກີບ ຊຶ່ງນອນໃນ 8 ຕົວເມືອງ ແລະ 1 ນະຄອນ. ໃນນັ້ນ, ນະຄອນປາກເຊເສຍຫາຍຫຼາຍ ກວ່າໝູ່ມູນຄ່າເສຍຫາຍ 63,14 ຕື້ກີບ ກວມເອົາ 84,22% ຂອງມູນຄ່າເສຍຫາຍໃນແຂວງ, ຮອງລົງມາແມ່ນເມືອງບາຈຽງຈະເລີນສຸກມູນຄ່າ 3,28 ຕື້ກີບ ເທົ່າ 4,37%, ເມືອງປະທຸມພອນຈຳນວນເສຍຫາຍ 2,35 ຕື້ກີບກວມເອົາ 3,13% ແລະເມືອງສຸຂຸມາຈຳນວນເສຍຫາຍ 2,13 ຕື້ກີບ ກວມເອົາ 2,84%; ທະນາຄານທີ່ຖືກຜົນກະທົບແມ່ນທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກຳ, ທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານໄຊງ່ອນ-ເທື່ອງຕິນ (scombank), ທະນາຄານພາບບຣິກ. ສະເພາະຂະແໜງການເສດຖະກິດທີ່ຖືກຜົນເສຍຫາຍສ່ວນໃຫຍ່ແມ່ນຂະແໜງກະສິກຳ, ການຄ້າ, ບໍລິການ ແລະກໍ່ສ້າງ.

  ທ່ານ ນວນຕາ ແກ້ວມະນີ ໄດ້ຢືນຢັນວ່າ: ບັນດາທະນາຄານຈະໄດ້ພ້ອມກັນກວດກາຄືນໜີ້ສິນທີ່ປ່ອຍໄປຫັ້ນວ່າມີຜົນກະທົບໜ້ອຍຫຼາຍປານໃດເພື່ອສະເໜີຂັ້ນເທິງພິ ຈາລະນາແກ້ໄຂເປັນຕົ້ນປັບປຸງໂຄງສ້າງໜີ້, ເຍື້ອນການຊຳລະໜີ້, ຫາກລູກຄ້າຜູ້ໃດທີ່ມີເງື່ອນໄຂພວກເຮົາກໍອາດປ່ອຍສິນເຊື່ອໃຫ້ເຂົາເຈົ້າດຳເນີນທຸລະກິດຕື່ມອີກແນໃສ່ເຮັດໃຫ້ການເກັບກູ້ໜີ້ສິນໃນການດຳເນີນທຸລະກິດໃຫ້ໄດ້ຕາມແຜນ ແລະສາມາດຂັບເຄື່ອນໄປດ້ວຍດີ ແລະ ມີຜົນກຳໄລໃນຕໍ່ໜ້າ.

__________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ