ຮູບເງົາເລື່ອງ Frozen II ສ້າງລາຍໄດ້ ເກືອບ 1 ຕື້ໂດລາ

  ຮູບເງົາເລື່ອງ Frozen II ຍັງເດີນໜ້າສ້າງລາຍໄດ້ຕໍ່ເນື່ອງໂດຍອາທິດຫຼ້າສຸດສ້າງລາຍໄດ້ໃນອາເມລິກາເພີ່ມຕື່ມອີກ 34 ລ້ານໂດລາສະຫະລັດຄອງແຊັມຮູບເງົາ ສ້າງລາຍໄດ້ປະຈຳອາທິດເປັນອາທິດທີ່ 3 ຕິດຕໍ່ກັນ.

  ໂດຍຫຼັງເຂົ້າສາຍມາເປັນອາທິດທີ 3 ຮູບເງົາເລື່ອງ Frozen II ເດີນໜ້າສ້າງລາຍໄດ້ໄປແລ້ວເຖິງ 919 ລ້ານໂດລາ ແລະໜ້າຈະສ້າງລາຍໄດ້ສູງເຖິງ 1 ຕື້ໂດລາ ໄດ້ໃນ ໄວໆນີ້, ຂະນະທີ່ຮູບເງົາເລື່ອງ Knives Out ກໍຍັງສ້າງລາຍໄດ້ຕໍ່ເນື່ອງຫຼ້າສຸດສ້າງລາຍໄດ້ເພີ່ມ ຕື່ມ 14 ລ້ານ ແລະກະແສວິຈານ ໃນດ້ານບວກກໍຍັງເຮັດໃຫ້ຮູບເງົາສ້າງລາຍໄດ້ໄປອີກດົນເຊັ່ນດຽວ ກັບຮູບເງົາເລື່ອງ Ford v Ferrari ທີ່ສ້າງລາຍໄດ້ໃກ້ຈຸລະດັບ 100 ລ້ານໂດລາແລ້ວ, ໂດຍຮູບເງົາທີ່ ສ້າງລາຍໄດ້ຫຼາຍປະຈຳ

ອາທິດວັນ ທີ 6-8 ທັນວາ ປີນີ້ມີຄື:  ອັນດັບ 1. Frozen II 34,6 ລ້ານໂດລາ,  2. Knives Out 14,1 ລ້ານໂດລາ, 3. Ford v Ferrari <\b> Knives Out 6,5 ລ້ານໂດລາ, 4. Queen & Slim 6,5 ລ້ານໂດລາ, 5. A Beautiful Day in the Neigh borhood 5,2  ລ້ານໂດລາ, 6.Dark Waters 4,1 ລ້ານໂດລາ, 7. 21 Bridges 2,8 ລ້ານໂດລາ, 8. Playing with Fire 2 ລ້ານໂດລາ, 9. Midway 1,9 ລ້ານໂດລາ ແລະອັນດັບ 10. Joker 1 ລ້ານໂດລາ.

ສະໜັບສະໜຸນໂດຍ: HONDA

--------

 

-------------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ